ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຊົມເຊີຍທ່ານເອກອັກຄະລັດຖະທູດ Yamada Takio ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ຢູ່ຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ ແລະໃນໂລກ” ລະຫວ່າງ ຫວຽດນາມ ແລະຍີ່ປຸ່ນ ໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານພົນເອກ ຟານວັນຢາງ ຕີລາຄາວ່າ ເຖິງວ່າໃນໄລຍະປະຕິບັດໜ້າທີ່ຢູ່ຫວຽດນາມ ໄດ້ຮັບຜົນກະທົບຢ່າງຫຍໍ້ທໍ້ຈາກພະຍາດໂຄວິດ-19, ທ່ານເອກອັກຄະລັດຖະທູດ Yamada Takio ຍັງສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການຂອງຫວຽດນາມ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງຮອບດ້ານ, ມີປະສິດທິຜົນ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ໂດຍສະເພາະແມ່ນໃນທຸກຂົງເຂດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ທ່ານເອກອັກຄະລັດຖະທູດຍີ່ປຸ່ນ Yamada Takio. ພາບ: ແອງຫວູ

ທ່ານເອກອັກຄະລັດຖະທູດ Yamada Takio ຂອບອົກຂອບໃຈທ່ານພົນເອກ ຟານວັນຢາງ ແລະກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອໃຫ້ທ່ານປະຕິບັດສຳເລັດໜ້າທີ່ການທູດຢູ່ຫວຽດນາມ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ຍີ່ປຸ່ນ ຈະສືບຕໍ່ມີບາດກ້າວພັດທະນາໃໝ່, ໝັ້ນຄົງເຂັ້ມແຂງ;  ທ່ານຢືນຢັນວ່າ ບໍ່ວ່າຈະດຳລົງຕຳແໜ່ງວຽກງານໃດກໍ່ຕາມ, ທ່ານຈະມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ.

ຕອນເຊົ້າຂອງວັນດຽວກັນ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ໃຫ້ການຕ້ອນຮັບທ່ານ Kim Seon Ho, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ເນື່ອງໃນໂອກາດທີ່ທ່ານ Kim Seon Ho ມາຢ້ຽມຢາມຫວຽດນາມ ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Kim Seon Ho. ພາບ: ແອງຫວູ

ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສ.ເກົາຫຼີ ແລະປາດຖະໜາຢາກພ້ອມກັບ ສ.ເກົາຫຼີ ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ທ່ານຮອງລັດຖະມົນຕີ Kim Seon Ho ໄດ້ສະແດງຄວາມຂອບໃຈທ່ານພົນເອກ ຟານວັນຢາງ ທີ່ໄດ້ສະຫຼະເວລາຕ້ອນຮັບ; ແລະເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ສ.ເກົາຫຼີ ນັບມື້ນັບພັດທະນາແບບຍືນຍົງ, ປະກອບສ່ວນສຳຄັນເຂົ້າໃນການພົວພັນລະຫວ່າງສອງປະເທດ. ທ່ານ Kim Seon Ho ກໍ່ໄດ້ແຈ້ງໃຫ້ທ່ານພົນເອກ ຟານວັນຢາງ ຮັບຊາບກ່ຽວກັບໝາກຜົນຂອງການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11, ຕາມນັ້ນແລ້ວ, ສອງຝ່າຍໄດ້ແລກປ່ຽນ, ເປັນເອກະພາບຕໍ່ທິດທາງລວມແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ