ຝຶກແອບໃກ້ຊິດຕິດແທດວຽກງານຕົວຈິງ

ທີ່ການເຮັດວຽກກັບການນຳຫຼັກແຫຼ່ງກອງບັນຊາການທະຫານຊາຍແດນ ໃນວັນທີ 14 ມີນາຜ່ານມາ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນໃນວຽກງານຝຶກແອບຂອງກຳລັງທະຫານຊາຍແດນໃນຊຸມປີຜ່ານມາ. ຕາມທ່ານລັດຖະມົນຕີ, ນັ້ນແມ່ນບັນດາໝາກຜົນເປັນໜ້າຮັບຮູ້ເຊິ່ງພະນັກງານ, ນັກຮົບກຳລັງທະຫານຊາຍແດນໄດ້ມານະພະຍາຍາມ, ມີຄວາມຕັດສິນໃຈສູງຈຶ່ງບັນລຸໄດ້. ກ່ຽວກັບໜ້າທີ່ການຝຶກແອບຂອງທະຫານຊາຍແດນ, ທ່ານພົນຈັດຕະວາ ຮວ່າງຫຶວຈ໊ຽນ, ຮອງຫົວໜ້າການທະຫານທັງເປັນຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນ ໃຫ້ຮູ້ວ່າ: ໂດຍປະຕິບັດມະຕິຂອງຄະນະພັກການທະຫານສູນກາງ ແລະມະຕິຂອງຄະນະພັກທະຫານຊາຍແດນກ່ຽວກັບການຍົກສູງຄຸນນະພາບການຝຶກແອບ, ໃນຊຸມປີຜ່ານມາ, ພະແນກເສນາທິການໄດ້ເຮັດວຽກງານເສນາທິການໃຫ້ກອງບັນຊາການທະຫານຊາຍແດນໃນການຊີ້ນຳທົ່ວກຳລັງຊາບຊຶມ, ປະຕິບັດທິດນຳຝຶກແອບ “ໂດຍພື້ນຖານ, ແທດຈິງ, ໝັ້ນແກ່ນ”; ຈັດຕັ້ງການຝຶກແອບໃຫ້ພະນັກງານ, ນັກຮົບທີ່ມີຄວາມຮູ້ພື້ນຖານ, ລົງເລິກດ້ານການເມືອງ, ການທະຫານ, ດ້ານວິຊາການ ແລະກົດໝາຍ, ເພື່ອເປັນພື້ນຖານໝູນໃຊ້ເຂົ້າໃນການແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ເສັ້ນຊາຍແດນ.

leftcenterrightdel
ການນຳພະແນກເສນາທິການກອງບັນຊາການທະຫານຊາຍແດນກວດກາ, ລະດົມກຳລັງໃຈພະນັກງານ, ນັກຮົບເຂົ້າຮ່ວມການຝຶກແອບປະສານສົມທົບກັບກຳລັງຕ່າງໆ. ພາບ: ວັນແກງ

ຕາມການຊຸກຮູ້ຂອງພວກຂ້າພະເຈົ້າ, ໃນວຽກງານຝຶກແອບ, ຄະນະພັກ, ການນຳບັນດາກົມກອງທະຫານຊາຍແດນຍາມໃດກໍ່ຊາບຊຶມ, ຫັນມະຕິ, ແຜນການຂອງຂັ້ນເທິງ ແລະຂັ້ນຂອງຕົນເປັນພຶດຕິກຳເພື່ອຜັນຂະຫຍາຍການປະຕິບັດ, ຕິດພັນກັບການມອບໝາຍໜ້າທີ່ໃຫ້ບຸກຄົນຮັບຜິດຊອບດ້ວຍການເຊີດຊູຄວາມຮັບຜິດຊອບຂອງການນຳ, ຫົວໜ້າການເມືອງ. ພ້ອມທັງສົມທົບກັນລະຫວ່າງການຝຶກແອບການທະຫານກັບການດຳເນີນວຽກງານພັກ, ວຽກງານການເມືອງ, ເນື້ອໃນຝຶກແອບຕິດພັນກັບການຖ່າຍຖອດບົດຮຽນວຽກງານ, ມູນເຊື້ອຂອງກົມກອງ. ເນື້ອໃນຝຶກແອບຍາມໃດກໍ່ໃກ້ຊິດຕິດແທດກັບໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະຕໍ່ສູ້ປ້ອງກັນ ແລະຕ້ານອາຊະຍາກຳປະເພດຕ່າງໆ...

ກ່ຽວກັບມາດຕະການຍົກສູງຄຸນນະພາບການຝຶກແອບ, ທ່ານພັນເອກ ຫງວຽນວັນທ່ຽມ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວາງນິງ ແບ່ງປັນວ່າ: “ອີງຕາມການແນະນຳຂອງຂັ້ນເທິງ, ໂດຍກົງແມ່ນພະແນກເສນາທິການກອງບັນຊາການທະຫານຊາຍແດນ ແລະສະພາບຕົວຈິງຂອງກົມກອງ, ບໍລິເວນ, ບັນດາກົມກອງສັງກັດທະຫານຊາຍແດນແຂວງກວາງນິງ ໄດ້ສ້າງຕາຕະລາງຄວາມຄືບໜ້າ, ຫຼັກສູດ, ສະຖິຕິການຝຶກແອບຢ່າງເຂັ້ມງວດ ແລະຈັດຕັ້ງການປະຕິບັດຮັບປະກັນທັງດ້ານເນື້ອໃນ, ເວລາ, ຈຳນວນຄົນໃຫ້ດີ, ເໝາະສົມກັບຄວາມຮຽກຮ້ອງຂອງໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳ, ກຽມພ້ອມສູ້ຮົບ ແລະກໍ່ສ້າງກົມກອງໃຫ້ມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານ. ຍ້ອນປະຕິບັດວຽກງານສຶກສາ, ຝຶກແອບເປັນຢ່າງດີ, ຄວາມສາມາດຂອງພະນັກງານ, ນັກຮົບໄດ້ຮັບການຍົກສູງເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ໃນສະພາບການໃໝ່”.

ການຫັນປ່ຽນຕັ້ງໜ້າຫຼາຍຢ່າງ

ໂດຍຕິດພັນກັບວຽກງານຝຶກແອບຂອງກຳລັງທະຫານຊາຍແດນເປັນເວລາຫຼາຍປີ, ທ່ານພົນຈັດຕະວາ ເຈິ່ນຫາຍບິ່ງ, ຮອງຫົວໜ້າເສນາທິການ ກອງບັນຊາການທະຫານຊາຍແດນ ຍົກອອກບົດຮຽນວ່າ: ໃນຊຸມປີຜ່ານມາ, ໜ້າທິ່ຝຶກແອບໂດຍບັນດາກົມກອງໃນກຳລັງທະຫານຊາຍແດນດຳເນີນແຕ່ລະດັບພື້ນຖານຈົດຮອດລະດັບສັບສົນ, ແຕ່ລະຄົນຈົນຮອດກຸ່ມ, ໜ່ວຍປະຕິບັດງານ, ດ້ວຍທິດນຳ “ຮຽນໄປຄຽງຄູ່ກັບການປະຕິບັດຕົວຈິງ, ຖືການປະຕິບັດຕົວຈິງເປັນສຳຄັນ” ແລະໃກ້ຊິດກັບສະພາບວຽກງານຕົວຈິງຂອງແຕ່ລະບໍລິເວນ, ກົມກອງ. ຈາກການປະຕິບັດທິດນຳ “4 ສ້າງ”, “4 ຕ້ານ”, ທະຫານຊາຍແດນ ໄດ້ແກ້ໄຂ “ພະຍາດ” ຂາດຄວາມໃກ້ຊິດຕິດແທດໃນການຊີ້ນຳ, ນຳພາວຽກງານຝຶກແອບ ຫຼື ບໍ່ຝຶກແອບ, ບໍ່ແທດຈິງ, ບໍ່ມີປະສິດທິຜົນ, ຂາດຄວາມຮັບຜິດຊອບ...

leftcenterrightdel
ການນຳພະແນກເສນາທິການກອງບັນຊາການທະຫານຊາຍແດນກວດກາວຽກງານຝຶກແອບຢູ່ທະເລຂອງທະຫານຊາຍແດນແຂວງກວາງນິງ. ພາບ: qdnd.vn

ເພື່ອຍົກສູງລະດັບຄວາມຮູ້ກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ, ຊ່ວຍທະຫານມີຄວາມຊຳນານໃນການນຳໃຊ້ອາວຸດຍຸດໂທປະກອນ, ພະແນກເສນາທິການກອງບັນຊາການທະຫານຊາຍແດນ ໄດ້ສ້າງແຜນການ, ເປັນເສນາທິການໃຫ້ຄະນະພັກ, ກອງບັນຊາການທະຫານຊາຍແດນຊີ້ນຳບັນດາອົງການ, ກົມກອງຈັດຕັ້ງບັນດາກິດຈະກຳ, ຄື: ຝຶກຊ້ອມການບັນຊາ-ເປັນເສນາທິການ; ຈັດຕັ້ງການຝຶກແອບສົມທົບກັນແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ເສັ້ນຊາຍແດນ ແລະພົບປະແລກປ່ຽນມິດຕະພາບລະຫວ່າງທະຫານຊາຍແດນກັບກຳລັງປ້ອງກັນຊາຍແດນບັນດາປະເທດບ້ານໃກ້ເຮືອນຄຽງ; ເຂົ້າຮ່ວມການຝຶກຊ້ອມປ້ອງກັນບໍລິເວນ, ຝຶກຊ້ອມຍຸດທະວິທີ, ຍິງລູກປືນແທ້..

ທ່ານພົນຕີ ເລດຶກຖ໊າຍ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນ ຕີລາຄາວ່າ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມແຕ່ດ້ວຍຈິດໃຈຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຄະນະພັກ, ພະແນກເສນາທິການກອງບັນຊາການທະຫານຊາຍແດນ ໄດ້ສຸມໃສ່ຊີ້ນຳ, ນຳພາການປະຕິບັດ, ສຳເລັດເປົ້າໝາຍ, ຄວາມຮຽກຮ້ອງຂອງໜ້າທີ່ຝຶກແອບເປັນຢ່າງດີ, ຫຼາຍເນື້ອໃນບັນລຸໝາກຜົນດີ. ຄະນະພັກ, ການນຳທຸກຂັ້ນໃນທົ່ວກຳລັງທະຫານຊາຍແດນໄດ້ສາມັກຄີ, ເຫັນດີເປັນເອກະພາບໃນການຊີ້ນຳ, ນຳພາ ແລະຜັນຂະຫຍາຍບັນດາຄຳສັ່ງ, ມະຕິຂອງຄະນະພັກການທະຫານສູນກາງ ແລະມະຕິສະເພາະຂອງຄະນະພັກກອງບັນຊາການທະຫານຊາຍແດນວ່າດ້ວຍການຍົກສູງຄຸນນະພາບການຝຶກແອບ. ໄລຍະຜ່ານມາ, ວຽກງານຝຶກແອບຂອງທະຫານຊາຍແດນໄດ້ມີການຫັນປ່ຽນຢ່າງແຮງ, ໃກ້ຊິດກັບຕົວຈິງ, ມີປະສິດທິຜົນ, ປະຕິບັດບັນດາທັດສະນະ, ເປົ້າໝາຍ, ໜ້າທີ່, ຄວາມຮຽກຮ້ອງທີ່ໄດ້ວາງອອກເປັນຢ່າງດີ; ພະນັກງານ, ນັກຮົບຍາມໃດກໍ່ອຸ່ນອ່ຽນໃຈ, ກຳນົດໜ້າທີ່ເປັນຢ່າງດີ, ເຊີດຊູໜ້າທີ່ໃນການປະຕິບັດງານ, ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ພ້ອມກັນນັ້ນ, ເພື່ອປັບປຸງທ່າຮົບທົ່ວປວງຊົນປ້ອງກັນຊາຍແດນ ແລະຍົກສູງປະສິດທິຜົນຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດໃນສະພາບການໃໝ່”, ພະແນກເສນາທິການກອງບັນຊາການທະຫານຊາຍແດນ ໄດ້ເປັນເສນາທິການ, ຊີ້ນຳບັນດາອົງການ, ກົມກອງເປັນເຈົ້າການສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນບ່ອນທີ່ຕັ້ງທັບຈັດຕັ້ງການໂຄສະນາເຜີຍແຜ່, ສຶກສາກົດໝາຍໃຫ້ພະນັກງານ, ນັກຮົບ ແລະປະຊາຊົນຫຼາຍສິບພັນຄັ້ງ. ຜ່ານນັ້ນ ປະກອບສ່ວນສ້າງການຫັນປ່ຽນກ່ຽວກັບຄວາມຮັບຮູ້, ສະຕິປະຕິບັດກົດໝາຍໃຫ້ພະນັກງານ, ນັກຮົບ ແລະມະຫາຊົນ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຢູ່ທ້ອງຖິ່ນ, ເພີ່ມທະວີການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເສັ້ນຊາຍແດນ.

ໂດຍ: ແສງເດືອນ