ຕາມບົດບັນທຶກຊ່ວຍຈຳ, 4 ຝ່າຍເຊື່ອໝັ້ນວ່າ ການຊຸກຍູ້ໄດ້ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວດ້ານການຄ້າຢູ່ເສັ້ນທາງເລກທີ 12 ເຊິ່ງຈະນຳເອົາຜົນປະໂຫຍດມາໃຫ້ທຸກຝ່າຍ. 4 ຝ່າຍພ້ອມກັນຮ່ວມມື ແລະແບ່ງປັນຂໍ້ມູນຂ່າວສານດ້ານຄວາມສະຫງົບປອດໄພດ້ານການຄ້າ ເພື່ອແນໃສ່ບັນລຸເປົ້າໝາຍພັດທະນາການຄ້າຂ້າມຊາຍແດນລະຫວ່າງນະຄອນພະນົມ, ແຂວງຄຳມ່ວນ ແລະແຂວງກວາງບິ່ງ ໃນອະນາຄົດ.

4 ຝ່າຍກໍ່ເຊື່ອໝັ້ນວ່າ, ຕ້ອງມີລະບົບອອນລາຍ ເພື່ອແນໃສ່ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນ, ບັນດາວິສາຫະກິດ, ບໍລິສັດສົ່ງອອກ-ນຳເຂົ້າ ແລະສຳນັກງານ, ອົງການແຫ່ງລັດຂອງນະຄອນພະນົມ, ແຂວງຄຳມ່ວນ ແລະແຂວງກວາງບິ່ງ ໃນການເຄື່ອນໄຫວຢູ່ເສັ້ນທາງເລກທີ 12.

leftcenterrightdel
ຫົວໜ້າຄະນະຜູ້ແທນລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື. ພາບ: baoquangbinh.vn

ກ່າວຄຳເຫັນທີ່ພິທີ, ທ່ານ ດວ່ານງອັກເລິມ ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງກວາງບິ່ງ ເນັ້ນໜັກວ່າ ເສັ້ນທາງເລກທີ 12 ແມ່ນມີຄວາມໝາຍສຳຄັນທີ່ສຸດໃນການເຊື່ອມຕໍ່ ແລະເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງບັນດາແຂວງຂອງຫວຽດນາມ, ລາວ, ໄທ ກໍຄືປະເທດອື່ນໆໃນພາກພື້ນ.

ທ່ານ ດວ່ານງອັກເລິມ ເຊື່ອໝັ້ນວ່າ ໂຄງການ “ປັບປຸງມາດຕະການການຄ້າຂ້າມຊາຍແດນປາສະຈາກເອກະສານຕ່າງໆ” ດ້ວຍເປົ້າໝາຍຊຸກຍູ້ການຄ້າຂ້າມຊາຍແດນປາສະຈາກເອກະສານລະຫວ່າງແຂວງກວາງບິ່ງ, ແຂວງຄຳມ່ວນ ແລະນະຄອນພະນົມ ຈະປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການ, ທ້ອງຖິ່ນຂອງຫວຽດນາມ, ລາວ, ໄທ ມຸ່ງໄປເຖິງລະບຽບການດ້ານພາສີທີ່ບໍ່ມີເອກະສານ, ຜ່ານນັ້ນຊຸກຍູ້ການເຄື່ອນໄຫວດ້ານການຄ້າ ແລະການລົງທຶນຢູ່ເສັ້ນທາງເລກທີ 12 ລະຫວ່າງບັນດາອົງການ ແລະທ້ອງຖິ່ນຂອງ 3 ປະເທດ.

ໂດຍ: ທູຈາງ