ທີ່ການເຈລະຈາ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ສືບຕໍ່ໄດ້ຮັບການເອົາໃຈໃສ່ຊຸກຍູ້ຈາກການນໍາຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ ແລະບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງໃນບັນດາຂົງເຂດຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ການສຶກສາ-ກໍ່ສ້າງ; ກົນໄກເຈລະຈາ, ການທາບທາມຄໍາເຫັນ, ການພົບປະແລກປ່ຽນ; ອຸດສາຫະກຳປ້ອງກັນຊາດ, ການຄ້າທາງການທະຫານ; ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຄວາມປອດໄພດ້ານໄຊເບີ; ການແພດທະຫານ; ການຮັກສາສັນຕິພາບສະຫະປະຊາຊາດ; ການທາບທາມຄໍາເຫັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສ, ກົນໄກຫຼາຍຝ່າຍ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn

ຕີລາຄາສູງຕໍ່ການໜູນຊ່ວຍຂອງລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ໂດຍຜ່ານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ຕົກຄ້າງຫຼັງສົງຄາມຢູ່ ຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຂອບໃຈມາຍັງລັດຖະບານ ສ.ເກົາຫຼີ ທີ່ໃຫ້ການຊ່ວຍເຫຼືອໂຄງການ “ຫວຽດນາມ - ສ.ເກົາຫຼີ ຮ່ວມມືກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ” ໄລຍະ 2018-2021 ຢູ່ແຂວງບິ່ງດິ້ງ ແລະ ກວາງບິ່ງ ສຳເລັດເປັນຢ່າງດີ ດ້ວຍເງິນຈຳນວນ 20 ລ້ານໂດລາສະຫະລັດ ແລະ ໜູນຊ່ວຍ 14 ລ້ານໂດລາສະຫະລັດ ເພື່ອຜັນຂະຫຍາຍໂຄງການ “ການເກັບກູ້ ແລະທໍາລາຍລູກລະເບີດເພື່ອບ້ານສັນຕິພາບ ຫວຽດນາມ - ສ.ເກົາຫຼີ” ໄລຍະ 2024-2026.

ກ່ຽວກັບທິດທາງການຮ່ວມມື ໃນໄລຍະຈະມາເຖິງ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມື, ສຸມໃສ່ຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການສຶກສາ-ບຳລຸງສ້າງ; ບັນດາກົນໄກເຈລະຈາ, ທາບທາມຄໍາເຫັນ, ການພົບປະແລກປ່ຽນ; ອຸດສາຫະກຳປ້ອງກັນຊາດ, ການຄ້າທາງການທະຫານ; ການແກ້ໄຂຜົນຮ້າຍຢ້ອນຫຼັງສົງຄາມ; ການຮັກສາສັນຕິພາບສະຫະປະຊາຊາດ.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈ໊ຽນ  ແລະ ທ່ານ Kim Seon Ho ລົງນາມໃນບົດບັນທຶກການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11. ພາບ: qdnd.vn

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Kim Seon Ho ກໍ່ຢືນຢັນວ່າ ສ.ເກົາຫຼີ ປາດຖະໜາຢາກເປີດກວ້າງການຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ ແລະ ສະເໜີໃຫ້ສອງຝ່າຍຮັກສາຂົງເຂດຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງພັດທະນາບັນດາຂົງເຂດຮ່ວມມືໃໝ່ບົນພື້ນຖານການພົວພັນມິດຕະພາບລະຫວ່າງ 2 ປະເທດ .

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນ ກ່ຽວກັບສະພາບການໂລກ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສໍາລັບບັນຫາທະເລຕາເວັນອອກ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ເນັ້ນໜັກວ່າ: ຫວຽດນາມ ຢຶດໝັ້ນຕໍ່ນະໂຍບາຍແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ຄຳໝັ້ນສັນຍາຢູ່ພາກພື້ນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຖະແຫຼງການວ່າດ້ວຍຫຼັກການ 6 ຂໍ້ຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ການຊຸກຍູ້ການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ. ສໍາລັບສະພາບການຢູ່ແຫຼມ ເກົາຫຼີ, ຫວຽດນາມ ຢຶດໝັ້ນຕໍ່ຫຼັກການຕ້ານການເຜີຍແຜ່ອາວຸດທໍາລາຍໃຫຍ່; ສະໜັບສະໜູນການປອດນິວເຄຼຍຂອງແຫຼມ ເກົາຫຼີ ແລະ ແກ້ໄຂບັນຫາຜ່ານການເຈລະຈາໂດຍສັນຕິ.

ສິ້ນສຸດການເຈລະຈາ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ແລະ ທ່ານ Kim Seon Ho ໄດ້ລົງນາມໃນບົດບັນທຶກການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11.

ໂດຍ: ທູຈາງ