ວັນທີ 18 ເມສາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ ພ້ອມກັບພະນັກງານສະຖານທູດ ໄດ້ໄປຢ້ຽມຢາມຮ້ານວາງສະແດງແຫ່ງຊາດ Vietnam Pavilion ທີ່ເຂົ້າຮ່ວມສັບປະດາອອກແບບ Milan (Milan Design Week) ແລະພົບປະກັບຜູ້ຕາງໜ້າວິສາຫະກິດທີ່ມາຈາກຫຼາຍປະເທດ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ. ພາບ: HAWA Vietnam

ຮ້ານວາງສະແດງແຫ່ງຊາດ Vietnam Pavilion, ຈັດໂດຍສູນສົ່ງເສີມການຄ້າ ແລະການລົງທຶນນະຄອນ ໂຮ່ຈີມິນ ແລະສະມາຄົມເຄື່ອງສິລະປະຫັດຖະກຳ ແລະປຸງແຕ່ງໄມ້ນະຄອນ ໂຮ່ຈີມິນ, ໄດ້ເປີດປະຕູຢ່າງເປັນທາງການຕ້ອນຮັບແຂກມາຢ້ຽມຊົມ, ແຕ່ວັນທີ 16-21 ເມສາ. ຮ້ານວາງສະແດງໄດ້ຄັດເລືອກ ແລະວາງສະແດງບັນດາຜະລິດຕະພັນຕົກແຕ່ງພາຍໃນເຮັດຈາກໄມ້ ແລະສິລະປະຫັດຖະກຳທີ່ເປັນເອກະລັກພິເສດ ມາຈາກວິສາຫະກິດ 35 ແຫ່ງຂອງຫວຽດນາມ.

ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງ ໄດ້ສົ່ງເສີມໃຫ້ບັນດາວິສາຫະກິດຫວຽດນາມ ຮ່ວມມືກັນເປັນຢ່າງດີກັບບັນດານັກຊື້ເຄື່ອງອອກແບບຢູ່ ອີຕາລີ ແລະ ເອີລົບ ເພື່ອແຊກຊຶມເຂົ້າຕະຫຼາດເອີລົບ, ກໍຄືບັນດາຕະຫຼາດອື່ນຢ່າງເລິກເຊິ່ງກວ່າ. ປະຈຸບັນ, ຫວຽດນາມ ແມ່ນປະເທດສົ່ງອອກເຄື່ອງຕົກແຕ່ງພາຍໃນທີ່ເຮັດຈາກໄມ້ໃຫຍ່ທີ 6 ໃນໂລກ.

ໂດຍ: ກວຽດເຕິມ