leftcenterrightdel
ທ່ານພົນຈັດຕະວາ ເຈິ່ນວັນເທີ ຜູ້ບັນຊາການຕໍາຫຼວດທະເລ ເຂດ 1 ຊາບຊຶມໜ້າທີ່ໃຫ້ຄະນະປະຕິບັດງານ. ພາບ: ງອັກຈູງ

ການລາດຕະເວນຮ່ວມຄັ້ງນີ້ຈະດໍາເນີນໃນເວລາ 3 ວັນ (ແຕ່ວັນທີ 27 ຫາວັນທີ 29 ເມສາ) ລາດຕະເວນທັງໝົດ 13 ຈຸດ, ແຕ່ທິດຕາເວັນອອກສ່ຽງເໜືອ ເກາະ ໂກ່ນກໍ 48 ໄມທະເລໄປຮອດເຂດທິດຕາເວັນອອກສ່ຽງໃຕ້ເກາະເຈິ່ນ 14 ໄມທະເລຢູ່ເຂດຊາຍແດນອ່າວພາກເໜືອ, ດ້ວຍໄລຍະທາງ 255,5 ໄມທະເລ.

ໃນການລາດຕະເວນ, ກໍາລັງຕໍາຫຼວດທະເລຂອງ 2 ປະເທດຈະດຳເນີນການພົບປະເຈລະຈາ; ກວດກາ, ຕິດຕາມກວດກາເຮືອຂອງຊາວປະມົງທີ່ຂຸດຄົ້ນສິນໃນນໍ້າ ແລະສິນທະເລໃນເຂດນ່ານນ້ຳໃກ້ຄຽງກັບເຂດຊາຍແດນ; ໂຄສະນາກ່ຽວກັບຂໍ້ກຳນົດກົດລະບຽບໃນການເຄື່ອນໄຫວ, ການປະພຶດ ແລະເຜີຍແຜ່ກົດໝາຍໃຫ້ຊາວປະມົງ; ການພົບປະແລກປ່ຽນການຊອກຫາກູ້ໄພ-ກູ້ຊີບ ຢູ່ທະເລ.

ໂດຍ: ໄຊນີດາ