ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງຕໍ່ເລື່ອງກະຊວງຍຸຕິທຳສອງປະເທດ ໄດ້ມານະພະຍາຍາມເຈລະຈາ ແລະ ລົງນາມໃນເອກະສານຮ່ວມມືສຳຄັນ 2 ສະບັບ ໃນໄລຍະຜ່ານມາ. ວັນທີ 31 ຕຸລາ 2022, ເນື່ອງໃນໂອກາດການຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ສອງກະຊວງໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດກົດໝາຍເພື່ອປ່ຽນແທນໃຫ້ເອກະສານຮ່ວມມືທີ່ໄດ້ລົງນາມກ່ອນໜ້ານັ້ນ ນັ້ນແມ່ນອະນຸສັນຍາວ່າດ້ວຍການຮ່ວມມືລະຫວ່າງກະຊວງຍຸຕິທຳແຫ່ງ ສສ ຫວຽດນາມ ກັບກະຊວງຍຸຕິທຳແຫ່ງ ສປ ຈີນໃນປີ 1997.

leftcenterrightdel
ທ່ານ ເລແທັ່ງລອງ ລັດຖະມົນຕີກະຊວງຍຸຕິທຳຫວຽດນາມ ກັບທ່ານນາງ He Rong ລັດຖະມົນຕີກະຊວງຍຸຕິທຳຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ໃນບົດບັນທຶກຊ່ວຍຈຳສະບັບດັ່ງກ່າວນີ້, ສອງຝ່າຍໄດ້ເຫັນດີເປັນເອກະສັນແລກປ່ຽນບົດຮຽນກ່ຽວກັບການສ້າງກົດໝາຍ, ກວດກາເອກະສານດ້ານກົດໝາຍ ແລະການຈັດຕັ້ງປະຕິບັດກົດໝາຍ; ແລກປ່ຽນປະສົບການກ່ຽວກັບ: ການເຜີຍແຜ່, ການສຶກສາດ້ານກົດໝາຍ; ການໄກ່ເກ່ຍຢູ່ຂັ້ນຮາກຖານ; ການຊ່ວຍເຫຼືອທາງດ້ານນິຕິກໍາ; ການຄຸ້ມຄອງທະນາຍຄວາມ; ແກ້ໄຂການລະເມີດການບໍລິຫານ; ການປະຕິຮູບດ້ານກົດໝາຍ, ການສ້າງລັດແຫ່ງອຳນາດນິຕິບັນຍັດ... ບົນພື້ນຖານບົດບັນທຶກຊ່ວຍຈໍາສະບັບໃໝ່, ສອງກະຊວງໄດ້ເຫັນດີເປັນເອກະພາບ ແລະລົງນາມໃນໂຄງການຮ່ວມມືປີ 2024-2025.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ລັດຖະມົນຕີສອງທ່ານ ໄດ້ຮຽກຮ້ອງໃຫ້ບັນດາອົງການວິຊາສະເພາະທີ່ຂຶ້ນກັບກະຊວງຍຸຕິທຳຂອງສອງປະເທດສົມທົບກັນຢ່າງຕັ້ງໜ້າ ເພື່ອຜັນຂະຫຍາຍປະຕິບັດບັນດາເອກະສານຮ່ວມມືນີ້ຢ່າງມີປະສິດທິຜົນ ແລະກວດກາຄືນເປັນປະຈໍາໄລຍະ, ຕີລາຄາໝາກຜົນ, ປະສິດທິຜົນການປະຕິບັດການເຄື່ອນໄຫວຮ່ວມມືເພື່ອສະເໜີໃຫ້ການນຳກະຊວງຍຸຕິທຳຂອງແຕ່ລະປະເທດມີມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການຮ່ວມມື.

ພາຍຫຼັງສິ້ນສຸດການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຈັດຕັ້ງກອງປະຊຸມລະຫວ່າງບັນດາອົງການຕຸລາການຂອງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ຈີນ ຄັ້ງທຳອິດ.

ໂດຍ: ທູຈາງ