leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະບັນດາຜູ້ແທນເຂົ້າຮ່ວມພິທີມອບ-ຮັບອັດຖິທະຫານອາເມລິກາ ຄັ້ງທີ 164. ພາບ: ວັນຈູງ

ເຂົ້າຮ່ວມພິທີມີທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ທ່ານ ຫງວຽນມີງຫວູ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ; ຄະນະອໍານວຍການອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP) ແລະຜູ້ຕາງໜ້າການນຳບັນດາຫົວໜ່ວຍ ຂຶ້ນກັບກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະກະຊວງຕຳຫຼວດຫວຽດນາມ. ຝ່າຍອາເມລິກາ, ມີທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ; ທ່ານ Thomas Bouchillon ທີ່ປຶກສາທູດປ້ອງກັນຊາດອາເມລິກາ ປະຈໍາ ຫວຽດນາມ; ການນໍາຫ້ອງການ MIA ອາເມລິກາ ປະຈໍາ ຮ່າໂນ້ຍ (DET2) ແລະຜູ້ຕາງໜ້າບັນດາຄອບຄົວທະຫານອາເມລິກາ.

leftcenterrightdel
 ພິທີມອບ-ຮັບອັດຖິທະຫານອາເມລິກາ ຄັ້ງທີ 164. ພາບ: ວັນຈູງ

ທີ່ພິທີມອບຮັບ, ຜູ້ຕາງໜ້າຫວຽດນາມ ໄດ້ມອບ 2 ອັດຖິໃຫ້ຜູ້ຕາງໜ້າອາເມລິກາ ເຊິ່ງແມ່ນໝາກຜົນຂອງການຊອກຫາຮ່ວມກັນລະຫວ່າງອົງການຫວຽດນາມ ແລະອາເມລິກາ ຄັ້ງທີ 154. ອັດຖິດັ່ງກ່າວ ນັກຊ່ຽວຊານດ້ານນິຕິເວດຂອງຫວຽດນາມ ໄດ້ສັນລະສູດຢູ່ດ່ານັ້ງ ແລະໄດ້ຜົນສະຫຼຸບອອກມາວ່າອາດຈະກ່ຽວຂ້ອງເຖິງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: ວັນຈູງ

ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ Marc Knapper. ທ່ານຮອງລັດຖະມົນຕີ ຮວ່າງຊວນຈ໊ຽນ ສະເໜີໃຫ້ຝ່າຍອາເມລິກາ ເພີ່ມທະວີການໜູນຊ່ວຍບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ; ເພີ່ມທະວີການສະໜອງຂໍ້ມູນຂ່າວສານເພື່ອຊອກຫາທະຫານຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມ ແລະຍູ້ແຮງການຮ່ວມມືໃນການຖ່າຍທອດເຕັກໂນໂລຢີເພື່ອຍົກສູງກຳລັງຄວາມສາມາດໃນການຢັ້ງຢືນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ. ພ້ອມດຽວກັນນັ້ນທ່ານກໍ່ສະເໜີໃຫ້ສອງຝ່າຍສົມທົບກັນສ້າງ ແລະລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຮອບດ້ານກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ໂດຍໄວ.

ສ່ວນທ່ານເອກອັກຄະລັດຖະທູດ Marc Knapper ກໍ່ຢັ້ງຢືນວ່າ ລັດຖະບານອາເມລິກາ ໃຫ້ຄຳໝັ້ນສັນຍາເພື່ອໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນການແກ້ໄຂມົນລະພິດດີໂອຊິນຢູ່ສະໜາມບິນບຽນຮວ່າ ແລະຖ່າຍທອດເຕັກໂນໂລຢີການສັນລະສູດ ADN ໃຫ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ