ໃນໄລຍະ 2 ເດືອນຂອງການຝຶກອົບຮົມ, ພະນັກງານກອງທັບລາດຊະວົງ ກໍາປູເຈຍ 15 ຄົນ ຈະໄດ້ແບ່ງປັນບົດຮຽນກ່ຽວກັບທັກສະຂຽນຂ່າວ, ບັນນາທິການຂ່າວໃນລາຍການກະຈາຍສຽງ, ທັກສະສຳພາດ, ຂຽນບົດສຳພາດ, ບົດສາລະຄະດີກະຈາຍສຽງ, ການຈັດລາຍການກະຈາຍສຽງ, ທ່າອ່ຽງພັດທະນາຂອງໂທລະພາບທັນສະໄໝໃນສະພາບການສື່ມວນຊົນດີຈີຕອນ, ຂັ້ນຕອນການຜະລິດລາຍການໂທລະພາບທັນສະໄໝ, ທັກສະ, ບົດຮຽນໃນການສໍາພາດ, MC ຢູ່ສະຖານທີ່ເກີດເຫດ, ການປະສານງານໃນການຜະລິດ, ການຖ່າຍຖອດສົດລາຍການຂ່າວ, ທັກສະຖ່າຍທຳ, ເຕັກນິກຕັດຕໍ່...

leftcenterrightdel
ທ່ານພົນຈັດຕະວາ ຫງວຽນກິມໂຕນ ຫົວໜ້າສູນກະຈາຍສຽງ-ໂທລະພາບກອງທັບ ກ່າວຄຳເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: ຮວ່າງຫວູ໊

ກ່າວຄຳເຫັນທີ່ພິທີເປີດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ຫງວຽນກິມໂຕນ ຫົວໜ້າສູນກະຈາຍສຽງ-ໂທລະພາບກອງທັບ ສະແດງຄວາມປາດຖະໜາວ່າ ຜ່ານໄລຍະຝຶກອົບຮົມຈະຊ່ວຍໃຫ້ແກ່ຄະນະພະນັກງານກອງທັບລາດຊະວົງກໍາປູເຈຍ ກໍາແໜ້ນບັນດາເນື້ອໃນພື້ນຖານກ່ຽວກັບຂັ້ນຕອນການປະຕິບັດງານໃນຂົງເຂດກະຈາຍສຽງ, ໂທລະພາບ; ເນັ້ນໜັກວ່າ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍໄດ້ແລກປ່ຽນບົດຮຽນ, ຜ່ານນັ້ນຈະພ້ອມກັນຄົ້ນຄວ້າ ແລະນຳໃຊ້ແນໃສ່ຍົກສູງຄຸນນະພາບວິຊາການຂອງຕົນ.

ໂດຍ: ເຈິ່ນຮວ່ຽນ