ທ່ານພົນໂທ ຟຸ່ງສີ້ເຕີ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024 ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານພົນຕີ ໂຮ່ກວາງຕ໊ວນ, ຫົວໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ, ຮອງຫົວໜ້າຄະນະຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024; ການນຳບັນດາອົງການ, ຫົວໜ່ວຍ, ບັນດາວິສາຫະກິດຢູ່ພາຍໃນ ແລະນອກກອງທັບ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn.

ດຳເນີນໃນລະຫວ່າງວັນທີ 19-22 ທັນວາ 2024 ຢູ່ສະໜາມບິນຢາເລິມ (ລອງບຽນ, ຮ່າໂນ້ຍ), ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024 ດ້ວຍຫົວຂໍ້ “ສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ” ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ຈັບອົກຈັບໃຈຫຼາຍຢ່າງ. ງານວາງສະແດງໂດຍກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງແນໃສ່ແບ່ງປັນຜົນງານ, ບົດຮຽນໃນການຄົ້ນຄວ້າ, ຜະລິດ, ຂຸດຄົ້ນ, ນໍາໃຊ້ອາວຸດ, ຍຸດໂທປະກອນ ແລະຍູ້ແຮງການຮ່ວມມືໃນຂົງເຂດອຸດສາຫະກໍາປ້ອງກັນຊາດລະຫວ່າງຫວຽດນາມ ແລະບັນດາປະເທດເຂົ້າຮ່ວມງານວາງສະແດງ.

leftcenterrightdel
ທ່ານພົນໂທ ຟຸ່ງສີ້ເຕີ໊ນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ທີ່ກອງປະຊຸມ, ທ່ານພົນໂທ ຟຸ່ງສີ້ເຕີ໊ນ ໃຫ້ຮູ້ວ່າ ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024 ໄດ້ຈັດຕັ້ງກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ແລະ 35 ປີແຫ່ງວັນບຸນທ່ົວປວງຊົນປ້ອງກັນຊາດ. ນີ້ແມ່ນເຫດການສຳຄັນພິເສດ, ເປັນຂີດໝາຍວິວັດການກໍ່ສ້າງ, ພັດທະນາ ແລະເຕີບໃຫຍ່ຂອງກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະພື້ນຖານອຸດສາຫະກໍາປ້ອງກັນຊາດຫວຽດນາມ ເວົ້າສະເພາະ.

ທ່ານພົນຈັດຕະວາ ເລກວາງຕວ໊ຽນ ຮອງຫົວໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ໃຫ້ຮູ້ວ່າ ງານວາງສະແດງຈະມີຮ້ານວາງສະແດງ, ແນະນຳຜະລິດຕະພັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງບໍລິສັດອຸດສາຫະກໍາປ້ອງກັນຊາດ, ໃນນັ້ນມີ ຜະລິດຕະພັນໂດຍຫວຽດນາມ ຄົ້ນຄວ້າ ແລະຜະລິດ; ອາວຸດ, ອຸປະກອນເຕັກນິກທີ່ພົ້ນເດັ່ນ, ທັນສະໄໝຂອງກອງທັບປະຊາຊົນຫວຽດນາມ...

ໂດຍ: ເຈິ່ນຮວ່ຽນ