ວັນທີ 8 ສິງຫາ, ຢູ່ສະໜາມຝຶກຊ້ອມ Alabino, ສະຫະພັນລັດເຊຍ, ທີມລົດຕັງຂອງຫວຽດນາມ ໄດ້ສິ້ນສຸດຮອບແຂ່ງຂັນຄັດເລືອກໃນລາຍການລົດຕັງເຄື່ອນທີ່ຍິງເປົ້າໝາຍ. ດ້ວຍໝາກຜົນແຂ່ງຂັນຮອບຄັດເລືອກໃນ 3 ວັນນັ້ນ, ທີມລົດຕັງຫວຽດນາມ ແນ່ນອນວ່າໄດ້ເຂົ້າຮອບຮອງຊະນະເລີດ, ແຂ່ງຂັນກັບ 7 ທີມທີ່ຍັງເຫຼືອ.

leftcenterrightdel
ທີມລົດຕັງຫວຽດນາມ ໂບກທຸງຕໍ່ຜູ້ເຊຍພາຍຫຼັງສໍາເລັດການແຂ່ງຂັນ. ພາບ: qdnd.vn

ສິ້ນສຸດການແຂ່ງຂັນວັນສຸດທ້າຍຂອງຮອບຄັດເລືອກ, ທີມລົດຕັງຂອງຫວຽດນາມ ສາມາດປະຕິບັດເວລາໄດ້ 37 ນາທີ 46 ວິນາທີ, ຖັດຈາກທີມກູບາ ດ້ວຍເວລາແມ່ນ 33 ນາທີ 39 ວິນາທີໃນຕາຕະລາງລວມມີ 4 ປະເທດ (ຫວຽດນາມ, ກູບາ, ອັງໂກລາ ແລະຊູດັງ). ທະຫານປືນໃຫຍ່ໄດ້ຍິງຖືກ 2 ເປົ້າໝາຍໃນໄລຍະຍິງ 1.600 ແມັດ, 1.700 ແມັດ ແລະປືນ 12,7ມມ ຍິງຖືກເປົ້າໝາຍໃນໄລຍະຍິງ 900 ແມັດ. ໝາກຜົນ ແລະຜົນງານຂອງບັນດາທີມຕ່າງໆຈະໄດ້ປະກາດຢ່າງເປັນທາງການພາຍຫຼັງຄະນະຈັດຕັ້ງການແຂ່ງຂັນສິ້ນສຸດກອງປະຊຸມ.

ໂດຍ: ເຈິ່ນຮວ່ຽນ