ການເຄື່ອນໄຫວທີ່ມີຄວາມໝາຍຢູ່ເຂດຕິດກັບຊາຍແດນ

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນຫົວໜ້າຄະນະ. ຄະນະຜູ້ແທນກະຊວງປ້ອງກັນປະເທດ ຈີນ ໂດຍທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເປັນຫົວໜ້າຄະນະ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ. ພາບ: ຈ້ອງຫາຍ

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຮັດແໜ້ນນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ ແລະລະຫວ່າງກະຊວງປ້ອງກັນປະເທດສອງປະເທດ; ຮ່ວມແຮງຮ່ວມໃຈສ້າງເສັ້ນຊາຍແດນ ຫວຽດນາມ-ຈີນ ໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ດໍາເນີນພິທີເຄົາລົບຫຼັກໝາຍຊາຍແດນ, ທາສີຫຼັກໝາຍຊາຍແດນ 102 (2) ແລະປູກຕົ້ນໄມ້ມິດຕະພາບຢູ່ດ່ານຊາຍແດນສາກົນລາວກາຍ. ໃນການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດຊາຍແດນ, ກົນໄກພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ເປັນຈຸດພົ້ນເດັ່ນທີ່ມີກໍາລັງແຮງແຜ່ຂະຫຍາຍຢ່າງກວ້າງຂວາງ, ໄດ້ຮັບການຕີລາຄາສູງຈາກການນໍາຂັ້ນສູງ,  ລັດຖະບານ ແລະປະຊາຊົນ, ກອງທັບຂອງສອງປະເທດ.

ໂດຍສືບຕໍ່ການເຄື່ອນໄຫວຢູ່ດ່ານຊາຍແດນສາກົນລາວກາຍ, ຄະນະຜູ້ແທນຫວຽດນາມ ແລະຈີນ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າເປີດສະຫຼອງຫໍວັດທະນະທຳມິດຕະພາບຊາຍແດນ ຫວຽດນາມ - ຈີນ ຢູ່ ບ້ານຟຽດ, ຕາແສງ ບ້ານຟຽດ, ເມືອງ ບາວຖັງ, ແຂວງ ລາວກາຍ. ນີ້ແມ່ນໂຄງການທີ່ກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງທຶນກໍ່ສ້າງເນື່ອງໃນໂອກາດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 8.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ມອບຂອງຂວັນໃຫ້ທ້ອງຖິ່ນ ທີ່ພິທີເປີດສະຫຼອງຫໍວັດທະນະທຳມິດຕະພາບ ຫວຽດນາມ - ຈີນ. ພາບ: ຈ້ອງຫາຍ

ທ່າມກາງສຽງຄ້ອງດັງຂຶ້ນຢ່າງຄຶກຄື້ນມ່ວນຊື່ນຂອງກອງພິທີການໂຮງຮຽນປະຖົມ ກິມດົງ, ຄູອາຈານ ແລະນັກຮຽນຂອງໂຮງຮຽນມີຄວາມປິຕິຊົມຊື່ນ ແລະຍິນດີຕ້ອນຮັບທ່ານລັດຖະມົນຕີ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ ທີ່ມາຢ້ຽມຢາມ. ຢູ່ທີ່ນີ້, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ໄດ້ມອບຂອງຂວັນ, ຖ່າຍຮູບກັບຄູອາຈານ, ນັກຮຽນຂອງໂຮງຮຽນ.

ຕໍ່ຈາກນັ້ນ, ລັດຖະມົນຕີສອງທ່ານໄດ້ໄປຢ້ຽມຢາມຄ້າຍທະຫານຊາຍແດນ ດ່ານຊາຍແດນສາກົນລາວກາຍ.

ໃນຊຸມປີຜ່ານມາ, ການພົວພັນລະຫວ່າງກຳລັງປົກປັກຮັກສາຊາຍແດນຂອງສອງຝ່າຍນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ. ສອງຝ່າຍໄດ້ມານະພະຍາຍາມເພີ່ມທະວີປະສິດທິຜົນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ໄດ້ຮັກສາແບບແຜນລະບອບການພົບປະເຈລະຈາ, ພົບປະແລກປ່ຽນ, ລາດຕະເວນຮ່ວມ... ເປັນປະຈຳເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວເຂົ້າ - ອອກເມືອງ, ການນຳເຂົ້າ - ສົ່ງອອກຜ່ານຊາຍແດນ, ດ່ານຊາຍແດນສອງຝ່າຍໄດ້ສົມທົບກັນສະກັດກັ້ນຫຼາຍຄະດີກ່ຽວກັບຢາເສບຕິດ, ສະກັດກັ້ນການລັກລອບຂົນສົ່ງສິນຄ້າຂ້າມຊາຍແດນຜິດກົດໝາຍໄດ້ສຳເລັດ.

ປະກອບສ່ວນຫັນຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດໃຫ້ປະກົດຜົນເປັນຈິງ

ໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ, ຜູ້ແທນສອງຄະນະໄດ້ດຳເນີນການພົບປະເຈລະຈາ ແລະລົງນາມໃນເອກະສານຮ່ວມມືຢູ່ສູນປະຊຸມແຂວງລາວກາຍ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາຢູ່ສູນກອງປະຊຸມແຂວງລາວກາຍ ໃນຕອນເຊົ້າວັນທີ 11 ເມສາ. ພາບ: ຈ້ອງຫາຍ

ທີ່ການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ໄດ້ເນັ້ນໜັກເຖິງຄວາມໝາຍ, ບົດບາດຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ແລະຢືນຢັນວ່າ ລາຍການໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຮັດແໜ້ນນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນ, ອໍານາດການປົກຄອງທ້ອງຖິ່ນ ແລະລະຫວ່າງກະຊວງປ້ອງກັນປະເທດສອງປະເທດ, ຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນຊາຍແດນຫວຽດນາມ - ຈີນ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ມີທັດສະນະທີ່ສະເໝີຕົ້ນສະເໝີປາຍ, ຖືເປັນສໍາຄັນການສ້າງການພົວພັນສາມັກຄີມິດຕະພາບ, ຄວາມໝັ້ນຄົງຍາວນານ, ຄວາມໄວ້ເນື້ອເຊື່ອໃຈອັນໜັກແໜ້ນ, ການຮ່ວມມືຮອບດ້ານກັບຈີນ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ໃຫ້ກຽດຮຽນເຊີນທ່ານລັດຖະມົນຕີ, ບັນດາການນຳຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ພ້ອມກັບບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດ ຈີນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ສາກົນຄັ້ງທີ 2.

ສ່ວນທ່ານລັດຖະມົນຕີ Dong Jun ກໍ່ສະແດງຄວາມປິຕິຊົມຊື່ນເມື່ອທ່ານລັດຖະມົນຕີ ຟານວັນຢາງ ເປັນປະທານຮ່ວມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 8. ທ່ານລັດຖະມົນຕີ Dong Jun ເນັ້ນໜັກວ່າ ການພົບປະແລກປ່ຽນ ຄັ້ງທີ 8 ໄດ້ປະກອບສ່ວນຫັນຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດໃນໄລຍະມໍ່ໆມານີ້ເປັນລະອຽດ, ໃນນັ້ນກອງທັບສອງປະເທດໄດ້ຜັນຂະຫຍາຍຫຼາຍກິດຈະກຳທີ່ແທດຈິງ, ມີປະສິດທິຜົນ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ທີ່ພິທີລົງນາມ. ພາບ: ຈ້ອງຫາຍ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ, ບົນພື້ນຖານບັນດາເອກະສານ, ສັນຍາທີ່ໄດ້ຮັບການລົງນາມ, ການຮ່ວມມືດ້ານປ້ອງກັນຊາດໄດ້ຮັບການຊຸກຍູ້, ຜັນຂະຫຍາຍຢ່າງມີປະສິດທິຜົນ ແລະບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ. ການຮ່ວມມືລະຫວ່າງສອງປະເທດ, ເປັນຕົ້ນແມ່ນກຳລັງຄຸ້ມຄອງປົກປັກຮັກສາຊາຍແດນ, ທະຫານເຂດທີ່ຢູ່ຕິດກັບຊາຍແດນ ແລະບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາ ແລະເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມືປະຈຳປີ.

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງສອງກະຊວງປ້ອງກັນປະເທດກ່ຽວກັບການສ້າງຕັ້ງໂທລະສັບສາຍດ່ວນລະຫວ່າງເຫຼົ່າທັບເຮືອກະຊວງປ້ອງກັນປະເທດຫວຽດນາມ ແລະເຂດທະຫານພາກໃຕ້, ກອງທັບປົດປ່ອຍປະຊາຊົນຈີນ.

ໂດຍ: ຈາງຫງວຽນ