ລາຍການແຂ່ງຂັນທີ 6 ແມ່ນການຍິງບັ່ນທອນບຸກໂຈມຕີ, ຕາມນັ້ນແລ້ວ, ນັກຍິງປືນແຕ່ລະຄົນຕ້ອງຍິງລູກປືນ 6 ລູກໃຫ້ຖືກ 3 ເປົ້າໝາຍ (ເລກທີ 10, ເລກທີ 7 ແລະເລກທີ 8) ຢູ່ປະເພດແຕ່ 300 ແມັດຫາ 800 ແມັດ.

leftcenterrightdel
ຮອຍຍິ້ມຂອງບັນດານັກຍິງປືນຫວຽດນາມ ພາຍຫຼັງສໍາເລັດການແຂ່ງຂັນ. ພາບ: qdnd.vn.

ໃນລາຍການແຂ່ງຂັນທີ 7, ນັກຍິງປືນຕ້ອງຍິງແບບບໍ່ໄດ້ດັດແປງການແນປືນ. ນັກຍິງປືນແຕ່ລະຄົນໄດ້ຮັບບັ້ງລູກປືນ 3 ບັ້ງ, ແຕ່ລະບັ້ງມີລູກປືນ 2 ລູກ  ແລະຕ້ອງຍິງ 3 ເປົ້າໝາຍຢູ່ໃນໄລຍະຍິງທີ່ແຕກຕ່າງກັນ, ແຕ່ 300 ແມັດຫາ 600 ແມັດ.

ຜົນການແຂ່ງຂັນຮອບທີ 1 ໂດຍຄະນະຈັດຕັ້ງປະກາດຢ່າງເປັນທາງການໃນເວລາ 22:00 ໂມງຂອງວັນທີ 6 ສິງຫາ, (ຕາມເວລາຮ່າໂນ້ຍ). ຕາມນັ້ນແລ້ວ, ທີມຍິງບັ່ນທອນຂອງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮອບການແຂ່ງຂັນທີ 2, ຢືນອັນດັບທີ 7/21 ທີມ.

ສະນັ້ນ, ພາຍຫຼັງແຂ່ງຂັນມາເປັນເວລາ 3 ວັນ, ຜົນປະກົດວ່າມີ 8 ທີມໄດ້ເຂົ້າຮອບການແຂ່ງຂັນຍິງບັ່ນທອນທີ 2 ຢູ່ Army Games 2019 ລວມມີ: ເບລາຣຸດ, ລັດເຊຍ, ກາຊັກສະຖານ, ຈີນ, ອຸຊເບກິສຖານ, ອີຣານ, ຫວຽດນາມ ແລະອາແຊກໄບຢານ.

ໂດຍ: ເຈິ່ນຮວ່ຽນ