leftcenterrightdel
ແພດທະຫານຍິງຫວຽດນາມ ແລ່ນຜ່ານສິ່ງກີດຂວາງ 200x200. ພາບ: ຫງວຽນແບ້ກດ່ັງ.

ຕາມນັ້ນແລ້ວ, ບັນດາແພດທະຫານຍິງຕ້ອງໄດ້ແລ່ນຜ່ານສິ່ງກີດຂວາງ 200x200 ຮອບໜຶ່ງ, ຫຼັງຈາກນັ້ນສືບຕໍ່ແລ່ນອີກ 400 ແມັດໄປຮອດເຂດເຮັດເຕັກນິກສຸກເສີນຢູ່ສະໜາມຮົບ. ໄລຍະທາງເພື່ອປະຕິບັດເຕັກນິກມີລວງຍາວ 30 ແມັດລວມມີບັນດາເນື້ອໃນ: ເປີດຫຼອດລົມສຸກເສີນ, ແທງດູດນໍ້າເຫຍື້ອຫຸ້ມປອດອອກ ແລະຟື້ນຊີບສັງລວມ.

leftcenterrightdel
ແພດທະຫານຍິງຫວຽດນາມ ປະຕິບັດຫົວບົດສອບເສັງ “ປະຖົມພະຍາບານສຸກເສີນຢູ່ສະໜາມຮົບ”. ພາບ: ຫງວຽນແບ້ກດ່ັງ.

ບັນດາແພດທະຫານຍິງຫວຽດນາມ ໄດ້ປະຕິບັດຫົວບົດສອບເສັງຂອງຕົນພາຍໃຕ້ແສງແດດຮ້ອນ 42 ອົງສາເຊ. ອີກຄັ້ງໜຶ່ງ, ແພດທະຫານຍິງ ຫງວຽນທິແທງມາຍ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມປະເທດເຈົ້າພາບເມື່ອສໍາເລັດການສອບເສັງຂອງຕົນດ້ວຍຫົວບົດ “ປະຖົມພະຍາບານສຸກເສີນຢູ່ສະໜາມຮົບ”, ໄດ້ອັນດັບທີ 2, ພຽງແຕ່ຖັດຈາກແພດທະຫານຍິງທີ່ມາຈາກປະເທດກາຊັກສະຖານ. ນີ້ແມ່ນຜົນງານທີ່ເປັນໜ້າເອກອ້າງທະນົງໃຈຂອງບັນດາແພດທະຫານຍິງ ຫວຽດນາມ ຢ່າງແທ້ຈິງ.

ໂດຍ: ໄຊນີດາ