ທີມແຕ່ງກິນກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮອບຊີງຊະນະເລີດ, ພາຍຫຼັງສອງຮອບແຂ່ງຂັນສາມາດບັນລຸໄດ້ຜົນງານດີໃນລາຍການຍິງປືນ ແລະເຮັດເຂົ້ົ້າໜົມ, ແຕ່ງກິນຕາມລາຍການອາຫານເລືອກເອງ. ສະຫຼຸບພາຍຫຼັງສອງຮອບແຂ່ງຂັນ, ທີມແຕ່ງກິນກອງທັບປະຊາຊົນຫວຽດນາມ ຖືກຈັດອັນດັບທີ 2 ດ້ວຍ 619 ຄະແນນ, ຖັດຈາກທີມເບລາລຸດ ດ້ວຍ 655 ຄະແນນ.

leftcenterrightdel
ທີມແຕ່ງກິນກອງທັບປະຊາຊົນຫວຽດນາມ. ພາບ: ມີ໊ແຫ້ງ.

ວັນທີ 9 ສິງຫາ, ທີມແຕ່ງກິນໄດ້ແຂ່ງຂັນໃນລາຍການແຕ່ງອາຫານເລືອກເອງ 4 ເຍື່ອງ, ກັບທີມ ເບລາລຸດ, ອຸສເບກິສະຖານ ແລະສີລັງກາ. ໝາກຜົນການແຂ່ງຂັນໃນລາຍການນີ້, ຫວຽດນາມ ຍືນອັນດັບທີ 2 ດ້ວຍ 298 ຄະແນນ.

ກ່ອນໜ້ານັ້ນ, ທີມເຮັດເຂົ້າໜົມຍືນອັນດັບທີ 3 ດ້ວຍ 238 ຄະແນນ, ໂດຍຖັດຈາກ ເບລາລຸດ, ອຸສເບກິສະຖານ ທີ່ມີຄະແນນສະເໝີກັນ. ທີມແຕ່ງກິນຕ້ອງຄິດໄລ່ສະບຽງອາຫານເພື່ອແຕ່ງໃຫ້ຄົບ 20 ພູດ. ກ່ຽວກັບອິນຊີສຳຜັດຮຽກຮ້ອງໃຫ້ອາຫານຕ້ອງມີຄວາມເປັນເອກະພາບກ່ຽວກັບຮູບແບບ, ສີ ແລະລົດຊາດ. ໃນເວລາແຂ່ງຂັນ, ບັນດາສະມາຊິກຕ້ອງປະຕິບັດຕາມຂໍ້ກຳນົດຢ່າງເຂັ້ມງວດ ຄື: ກ່ອນທີ່ໃສ່ຖົງມືແຕ່ງກິນຕ້ອງລ້າງມືກ່ອນ, ໃສ່ຖົງມືແຕ່ງກິນຈຶ່ງໄປລ້າງພາຫະນະເຄື່ອງມືອຸປະກອນເມື່ອປຸງແຕ່ງອາຫານຕ້ອງປ່ຽນໃສ່ຖົງມືຄູ່ອື່ນ, ຊອຍຊີ້ນຕ້ອງໃຫ້ຖືກຕາມລວງ, ເມື່ອອາຫານສຸກຕ້ອງໃສ່ຈອງຕັກ...

ໂດຍ: ໄຊນີດາ