ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ, ຫວຽດນາມ ແລະລາຊະອານາຈັກແບນຊິກ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການປ້ອງກັນຊາດ; ຫວັງວ່າ ສອງຝ່າຍຈະເອົາໃຈໃສ່ເຖິງການຮ່ວມມືດ້ານທະຫານເຮືອ ແລະການແພດກອງທັບ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ... ທ່ານພົນໂທ ຮວ່າງຊວນຈ໊ຽນ ຊີ້ແຈ້ງວ່າ ຫວຽດນາມ ເປັນປະເທດໄດ້ຮັບຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງໜັກໜ່ວງ. ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນບັນຫາທີ່ຫວຽດນາມ ເອົາໃຈໃສ່ທີ່ສຸດ ແລະຕ້ອງການຢາກຊຸກຍູ້ການຮ່ວມມືສາກົນ. ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງ ຫວຽດນາມ-ແບນຊິກ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຮັບຮອງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ ແລະເຮັດວຽກ. ພາບ: qdnd.vn

ທ່ານເອກອັກຄະລັດຖະທູດ Karl Van Den Bossche ຕີລາຄາວ່າ ການພົວພັນລະຫວ່າງສອງປະເທດໄດ້ພັດທະນາຢ່າງແຂງແຮງໃນໄລຍະຜ່ານມາ; ສະແດງຄວາມເຫັນດີເຫັນພ້ອມກັບທັດສະນະຂອງທ່ານພົນໂທ ຮວ່າງຊວນຈ໊ຽນ ກ່ຽວກັບບັນດາຂົງເຂດຮ່ວມມືທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເອກອັກຄະລັດຖະທູດ Karl Van Den Bossche ເນັ້ນໜັກວ່າ ສະພາຕໍ່າລາຊະອານາຈັກແບນຊິກ ໄດ້ຮັບຮອງເອົາມະຕິຮຽກຮ້ອງໃຫ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ໃນເດືອນ ຕຸລາ 2023 ເພື່ອປະກອບສ່ວນຊຸກຍູ້ຄວາມເອົາໃຈໃສ່ຂອງປະຊາຄົມສາກົນ ແລະຮຽກຮ້ອງໃຫ້ບັນດາປະເທດໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເຄົາລົບນັບຖື ແລະຕີລາຄາສູງຕໍ່ສະພາຕໍ່າລາຊະອານາຈັກແບນຊິກ ວ່າ ເປັນລັດຖະສະພາແຫ່ງທຳອິດໃນໂລກໄດ້ຮັບຮອງເອົາມະຕິກ່ຽວກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ; ຢືນຢັນວ່າ ນີ້ແມ່ນມະຕິທີ່ມີຄວາມສຳຄັນ ແລະມີຄວາມໝາຍທີ່ສຸດຂອງຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານເອກອັກຄະລັດຖະທູດ Karl Van Den Bossche ໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືໃນການກຳຈັດທາດພິດສີສົ້ມດີໂອຊິນຢູ່ບັນດາເຂດຖືກມົນລະພິດຂອງຫວຽດນາມ, ໃນນັ້ນມີສະໜາມບິນ ຝູກາດ (ບິ່ງດິ້ງ).

ໂດຍ: ທະນາພອນ