leftcenterrightdel
ບັນດານັກກິລາກະກຽມລົງແຂ່ງຂັນ. ພາບ: qdnd.vn

ຢູ່ການແຂ່ງຂັນປະເພດນີ້, ນັກກິລາ ຕ້ອງຖືຖົງແພດພະຍາບານທີ່ມີນໍ້າໜັກ 3,5 ກິໂລກຼາມ, ເຄື່ອນຍ້າຍ 30 ແມັດເພື່ອສຳຜັດກັບທະຫານບາດເຈັບ, ຫຼັງຈາກນັ້ນກໍ່ນໍາສົ່ງໄປຢູ່ບ່ອນປອດໄພດ້ວຍຈັງຫວະເລືອໄປ. ຢູ່ບ່ອນທີ່ປອດໄພ, ນັກກິລາ ສືບຕໍ່ປະຕິບັດເຕັກນິກຟື້ນຊີບຫົົວໃຈ, ປອດ, ຫຼັງຈາກນັ້ນກໍ່ເຈ່ຍທະຫານບາດເຈັບໄປຍັງບ່ອນລີ້ໄພ ໂດຍຫ່າງຈາກນັ້ນ 15 ແມັດ.

leftcenterrightdel
 
leftcenterrightdel
ບັນດານັກກິລາຍິງຫວຽດນາມ ມານະພະຍາຍາມປະຕິບັດສໍາເລັດການແຂ່ງຂັນ. ພາບ: qdnd.vn

ນີ້ແມ່ນພາກສ່ວນການແຂ່ງຂັນທີ່ມີອຸປະສັກທີ່ສຸດສຳລັບແພດທະຫານຍິງຫວຽດນາມ ໃນຂະນະທີ່ປະຕິບັດການແຂ່ງຂັນພາຍໃຕ້ແສງແດດກ້າ 42 ອົງສາເຊ. ບັນດານັກກິລາ ຕ້ອງເລືອໄປເພື່ອນໍາສົ່ງທະຫານບາດເຈັບທີ່ມີນໍ້າໜັກປະມານ 65-70 ກິໂລກຼາມ, ຖືເສື້ອເກາະໜັກ (8 ກິໂລກຼາມ), ໃສ່ເກີບ, ຖືໝວກເຫຼັກ, ພາຍປືນ. ຄາດວ່າ, ນໍ້າໜັກທັງໝົດເຊິ່ງນັກກິລາ ຕ້ອງນໍາສົ່ງແມ່ນປະມານ 80 ກິໂລກຼາມ, ໃນຂະນະນັ້ນ, ນ້ຳໜັກສະເລ່ຍຂອງບັນດາແພດທະຫານຍິງຂອງຫວຽດນາມ ແມ່ນຕໍ່າທີ່ສຸດ, ມີພຽງແຕ່ 52 ກິໂລກຼາມເທົ່ານັ້ນ.

leftcenterrightdel
ບັນດານັກກິລາຍິງຫວຽດນາມ ມານະພະຍາຍາມປະຕິບັດສໍາເລັດການແຂ່ງຂັນ. ພາບ: qdnd.vn

ເຖິງວ່າເສຍປຽບກ່ຽວກັບລວງສູງ ແລະນໍ້າໜັກກໍຕາມແຕ່ບັນດານັກກິລາຂອງຫວຽດນາມກໍ່ໄດ້ມານະພະຍາຍາມເອົາຊະນະຕົນເອງເພື່ອປະຕິບັດສໍາເລັດການແຂ່ງຂັນ, ໃນນັ້ນມີບາງຜົນງານເປັນໜ້າຍ້ອງຍໍຊົມເຊີຍ.

leftcenterrightdel
ບັນດາສະມາຊິກທີ່ຍັງເຫຼືອໃນທີມຕິດຕາມເພື່ອນຮ່ວມກອງລົງແຂ່ງຂັນ. ພາບ: qdnd.vn

ວັນທີ 10 ສິງຫາ, ທີມແພດທະຫານຕໍ່ກໍາລັງແຮງໄດ້ສືບຕໍ່ແຂ່ງຂັນຢູ່ໃນລາຍການຂັບລົດເກັ່ງຢູ່ເທິງລົດ Tyfoon K. ນີ້ແມ່ນປະເພດລົດ ເຊິ່ງ ຫວຽດນາມ ຍັງບໍ່ທັນໄດ້ບັນຈຸເທື່ອ ແລະກໍບໍ່ມີປະເພດລົດທີ່ຄ້າຍຄືກັນເພື່ອມາຝຶກແອບ. ທີມຂອງຫວຽດນາມມີເວລາພຽງແຕ່ຊົ່ວໂມງດຽວເທົ່ານັ້ນເພື່ອທຳຄວາມລື້ງເຄີຍກັບລົດປະເພດນີ້ກ່ອນທີ່ຈະເຂົ້າຮ່ວມການແຂ່ງ. ເຖິງຢ່າງໃດກໍ່ຕາມ, ຜູ້ຂັບລົດທັງ 2 ຄົນລ້ວນແຕ່ປະຕິບັດສໍາເລັດການແຂ່ງຂັນໃນລາຍການນີ້ຢ່າງປອດໄພ.

ເຖິງວ່າຜົນການແຂ່ງຂັນຍັງບໍ່ທັນໄດ້ຄືດັ່ງຄວາມຫວັງກໍຕາມແຕ່ບັນດານັກກິລາຂອງທີມແພດທະຫານຕໍ່ກໍາລັງແຮງໄດ້້ສ້າງຜົນງານອື່ນ, ນັ້ນແມ່ນສາມາດເອົາຊະນະຕົນເອງໄດ້.

ໂດຍ: ໄຊຊະນະ