ກຳລັງລາດຕະເວນຮ່ວມ, ຝ່າຍຕໍາຫຼວດທະເລຫວຽດນາມ ມີກອງເຮືອກໍາປັ່ນຕໍາຫຼວດທະເລ ໝາຍເລກ 8004 ແລະ 8003, ໂດຍທ່ານພັນເອກພິເສດ ເລືອງກາວຄາຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການຕໍາຫຼວດທະເລເຂດ 1 ເປັນຫົວໜ້າຄະນະ, ຝ່າຍຕໍາຫຼວດທະເລຈີນ ມີກອງກຳປັ່ນຕໍາຫຼວດທະເລ ໝາຍເລກ 4302 ແລະ 4203 ນຳໂດຍທ່ານພັນເອກພິເສດ Wu You Lin, ຮອງຫົວໜ້າກົມທະເລຈີນ ໃຕ້.

leftcenterrightdel
ກໍາລັງຕໍາຫຼວດທະເລສອງປະເທດ ທີ່ການພົບປະເຈລະຈາ. ພາບ: ຫງອັກຈູງ

ການລາດຕະເວນຮ່ວມຄັ້ງນີ້ ມີທັງໝົດ 13 ຈຸດ, ແຕ່ທິດຕາເວັນອອກສ່ຽງເໜືອເກາະໂກ່ນກໍ 48 ໄມທະເລ ໄປຮອດເຂດທິດຕາເວັນອອກສ່ຽງໃຕ້ເກາະເຈິ່ນ 14 ໄມທະເລຢູ່ເຂດຊາຍແດນອ່າວພາກເໜືອ, ດ້ວຍໄລຍະທາງ 255,5 ໄມທະເລ.

ກ່າວຄຳເຫັນທີ່ການພົບປະເຈລະຈາ ເພື່ອເຫັນດີເປັນເອກະພາບກ່ຽວກັບແຜນການລາດຕະເວນ, ພາຍຫຼັງຫວນຄືນໝາກຜົນການຮ່ວມມື ເຊິ່ງຕໍາຫຼວດທະເລສອງປະເທດບັນລຸໄດ້ໃນປີ 2023, ທ່ານພັນເອກພິເສດ ເລືອງກາວຄາຍ ເນັ້ນໜັກວ່າ ການລາດຕະເວນຮ່ວມຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍໄດ້ແລກປ່ຽນບົດຮຽນການ ເຄື່ອນໄຫວກ່ຽວກັບວຽກງານປະຕິບັດກົດໝາຍຢູ່ທະເລ, ວິຊາການຊອກຫາກູ້ໄພ, ຜ່ານນັ້ນເຮັດໃຫ້ການພົວພັນມິດຕະພາບ, ການແບ່ງປັນຄວາມຄາດຫວັງຢາກຮັກສາສັນຕິພາບ, ສະຖຽນລະພາບ ແລະພັດທະນາວັດທະນາຖາວອນຂອງປະຊາຊົນ ແລະກໍາລັງຕໍາຫຼວດທະເລສອງປະເທດ ຫວຽດນາມ-ຈີນ ເລິກເຊິ່ງຂຶ້ນຕື່ມ.

ໂດຍ: ເຈິ່ນຮວ່ຽນ