ທີ່ການຕ້ອນຮັບ, ທ່ານ ຟານດິ່ງຈາກ ຊົມເຊີຍທ່ານເອກອັກຄະລັດຖະທູດ Yamada Takio ໄດ້ປະຕິບັດໜ້າທີ່ການທູດຢູ່ຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ, ພ້ອມກັນນັ້ນຕີລາຄາສູງບັນດາຄວາມມານະພະຍາຍາມ ແລະການປະກອບສ່ວນສຳຄັນຂອງທ່ານເອກອັກຄະລັດຖະທູດ ໃນອາຍຸການຜ່ານມາ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ ແລະຍີ່ປຸ່ນ ໃຫ້ມີບາດກ້າວພັດທະນາຢ່າງແຮງ ແລະຮອບດ້ານໃນທຸກຂົງເຂດ.

leftcenterrightdel
ທ່ານ ຟານດິ່ງຈາກ  ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio. ພາບ: ສໍານັກຂ່າວສານຫວຽດນາມ.

ພິເສດ, ຫວຽດນາມ - ຍີ່ປຸ່ນ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ ອາຊີ ແລະໃນໂລກ, ກໍ່ຄື ຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນໄລຍະຜ່ານມາປະສົບຜົນສຳເລັດ; 2 ຝ່າຍຮັກສາການພົບປະແລກປ່ຽນ ແລະການພົບປະຂັ້ນສູງເປັນປະຈຳຜ່ານບັນດາຮູບການທີ່ມີໄຫວພິບ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສພາກພື້ນ ແລະສາກົນ ເຊິ່ງ 2 ປະເທດເປັນສະມາຊິກ ຄື: ສະຫະປະຊາຊາດ, WTO, APEC, ASEM, ARF, ອາຊຽນ + 3, ອາຊຽນ - ຍີ່ປຸ່ນ, ກອງປະຊຸມສຸດຍອດອາຊີຕາເວັນອອກ, ກົນໄກຮ່ວມມືຍີ່ປຸ່ນ - ແມ່ນ້ຳຂອງ...

ທ່ານ ຟານດິ່ງຈາກ ກໍ່ຂອບໃຈທ່ານເອກອັກຄະລັດຖະທູດຍີ່ປຸ່ນ ແລະ JICA ໃນໄລຍະຜ່ານມາ ໄດ້ສົມທົບກັນຢ່າງຕັ້ງໜ້າກັບບັນດາອົງການ, ທ້ອງຖິ່ນຂອງຫວຽດນາມ ໃນການກໍ່ສ້າງ, ເຊື່ອມໂຍງ ແລະຊຸກຍູ້ຫຼາຍໂຄງການຮ່ວມມືລົງທຶນ, ພິເສດແມ່ນການປະຕິບັດ 3 ບຸກທະລຸຍຸດທະສາດຂອງຫວຽດນາມ, ລວມມີ: ປັບປຸງລະບອບລະບຽບການຢ່າງຄົບຊຸດໃຫ້ສົມບູນແບບ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະກໍ່ສ້າງລະບົບພື້ນຖານໂຄງລ່າງ; ຫັນລະບຽບການອອກວີຊາເຂົ້າເມືອງ ຍີ່ປຸ່ນ ໃຫ້ພົນລະເມືອງຫວຽດນາມ ເປັນງ່າຍດາຍ; ປັບປຸງສະພາບແວດລ້ອມທາງທຸລະກິດ; ການສຶກສາ ແລະວັດທະນະທໍາ; ກົດໝາຍ ແລະຍຸຕິທຳ…

ທ່ານ ຟານດິ່ງຈາກ ປາດຖະໜາວ່າ, ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດ ສືບຕໍ່ສະຫງວນຄວາມເອົາໃຈໃສ່ ແລະມີການປະກອບສ່ວນແທດຈິງເຂົ້າໃນການເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະຍີ່ປຸ່ນໃຫ້ນັບມື້ນັບພັດທະນາ, ມີປະສິດທິຜົນ.

ໂດຍ: ທະນາພອນ