ພ້ອມກັນນັ້ນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກໍ່ຈະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ ໃນລະຫວ່າງວັນທີ 2-3 ທັນວາ ຢູ່ນະຄອນຫຼວງວຽງຈັນ ຕາມຄຳເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເຂົ້າຮ່ວມພິທີເປີດການລົງນາມສົນທິສັນຍາສະຫະປະຊາຊາດ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ, ທີ່ສຳນັກງານສູນກາງພັກກອມມູນິດຫວຽດນາມ, ວັນທີ 25 ຕຸລາ 2025. ພາບ: ສໍານັກຂ່າວສານຫວຽດນາມ

ສາມາດຢືນຢັນໄດ້ວ່າ, ໃນໂລກຍາກທີ່ຈະມີສາຍພົວພັນສອງຝ່າຍໃດເລິກເຊິ່ງ, ສວຍງາມ ແລະຍືນຍົງຄືກັບສາຍພົວພັນລະຫວ່າງສອງຊາດ ຫວຽດນາມ ແລະລາວ. ແຕ່ລະຜົນງານທີ່ບັນລຸໄດ້ຂອງການປະຕິວັດສອງປະເທດ ນັບແຕ່ກ່ອນມາຮອດປະຈຸບັນລ້ວນແຕ່ຕິດພັນກັບບາດກ້າວພັດທະນາອັນດີງາມຂອງສາຍພົວພັນສາມັກຄີແບບພິເສດນັ້ນ. ໂດຍຜ່ານຜ່າສິ່ງທ້າທາຍອັນຮ້າຍກາດຂອງສົງຄາມ ແລະຊຸມປີທີ່ລົ້ມລຸກຄຸກຄາມໃນວິວັດການປ່ຽນແປງໃໝ່, ເຊື່ອມໂຍງ, ສາຍພົວພັນ ຫວຽດນາມ-ລາວ ໄດ້ກາຍເປັນກົດເກນພາວະວິໄສ, ເປັນປັດໄຈທີ່ມີຄວາມໝາຍເປັນຕາຍ, ເປັນພື້ນຖານເພື່ອໃຫ້ສອງປະເທດເສີມຂະຫຍາຍໃນໄລຍະປະຫວັດສາດຕໍ່ໄປ.

ພາຍຫຼັງກວ່າ 60 ປີທີ່ສ້າງຕັ້ງການພົວພັນທາງການທູດ, ສືບທອດ ແລະເສີມຂະຫຍາຍມູນເຊື້ອຂອງການພົວພັນສາມັກຄີແບບພິເສດ, ຫວຽດນາມ, ລາວ ໄດ້ ແລະພວມມານະພະຍາຍາມນໍາການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ, ມີລັກສະນະຕິດພັນກັບຍຸດທະສາດ. ໃນໄລຍະຜ່ານມາ, ການພົວພັນດ້ານການເມືອງ ແລະຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການປັບປຸງ, ຮັດແໜ້ນ, ຢືນຢັນບົດບາດຫຼັກແຫຼ່ງ, ກໍານົດທິດສັງລວມໃນການພົວພັນສອງປະເທດ. ສອງຝ່າຍໄດ້ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງກວດກາຄືນ, ປັບປຸງກົນໄກຮ່ວມມືໃຫ້ເໝາະສົມກັບພຶດຕິກໍາຕົວຈິງຂອງສອງຝ່າຍ.

ພິເສດ, ຜ່ານການພົບປະ, ແລກປ່ຽນລະຫວ່າງສອງສະຫາຍເລຂາທິການໃຫຍ່ ແລະການນຳຂັ້ນສູງສອງພັກ, ສອງລັດ, ບັນດາບັນຫາຕົ້ນຕໍໄດ້ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ ແລະແທດຈິງ, ບັນດາໂຄງການຮ່ວມມືຈຸດສຸມໄດ້ຮັບການແກ້ໄຂຢ່າງເດັດຂາດ, ສ້າງກຳລັງໜູນຊຸກຍູ້ການພົວພັນຮ່ວມມືພັດທະນາຢ່າງແຂງແຮງ ແລະເຮັດໃຫ້ການພົວພັນສະໜິດແໜ້ນລະຫວ່າງສອງພັກ, ສອງລັດເລິກເຊິ່ງຂຶ້ນກວ່າເກົ່າ. ໄປຄຽງຄູ່ກັບການຊຸກຍູ້ການພົວພັນສອງຝ່າຍແລ້ວ, ການພົວພັນຫວຽດນາມ-ລາວ-ກໍາປູເຈຍ ກໍ່ໄດ້ຮັບການຍູ້ແຮງ, ພົ້ນເດັ່ນແມ່ນການຈັດຕັ້ງການພົບປະລະຫວ່າງຜູ້ນໍາໜ້າຂອງ 3 ພັກ ໃນເດືອນກຸມພາ ປີນີ້ ປະສົບຜົນສຳເລັດ, ບັນລຸໄດ້ຄວາມເຫັນດີສູງກ່ຽວກັບການກຳນົດທິດພັດທະນາຍາວນານ, ປັບປຸງຄວາມຮັບຮູ້ລວມກ່ຽວກັບຊາຕາກຳທີ່ສະໜິດຕິດພັນ ເຊິ່ງ 3 ປະເທດບໍ່ສາມາດຕັດແຍກອອກຈາກກັນໄດ້.

ພ້ອມກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດສືບຕໍ່ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ສົມເປັນເສົາຄໍ້າສຳຄັນໃນການພົວພັນ ຫວຽດນາມ-ລາວ. ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ ແລະວິທະຍາສາດເຕັກນິກໄດ້ມີການປ່ຽນແປງຢ່າງຕັ້ງໜ້າ. ການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ຄະນະກຳມາທິການຂອງສະພາແຫ່ງຊາດ, ແນວໂຮມປະເທດຊາດ, ອົງການຈັດຕັ້ງມະຫາຊົນ ແລະທ້ອງຖິ່ນຂອງສອງປະເທດໃຫ້ນັບມື້ນັບໄດ້ຮັບການຊຸກຍູ້ ແລະແທດຈິງກວ່າເກົ່າ.

ດ້ວຍສະພາບການດັ່ງກ່າວ, ການໄປປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ກໍ່ຄືການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແມ່ນເຫດການການເມືອງທີ່ສຳຄັນ, ແມ່ນຂີດໝາຍໃຫຍ່ໃນການພົວພັນລະຫວ່າງສອງປະເທດ, ນຳມາເຊິ່ງອາລົມຈິດອັນອົບອຸ່ນ, ນໍ້າໃຈມິດສະຫາຍ, ອ້າຍນ້ອງທີ່ສະໜິດສະໜົມ. ການໄປປະຕິບັດງານ ສືບຕໍ່ຢືນຢັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະສະຫງວນບຸລິມະສິດສູງທີ່ສຸດໃຫ້ແກ່ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບລາວ ໂດຍ ປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ໄດ້ຮັບການເພີ່ມພູນຄູນສ້າງດ້ວຍເຫື່ອແຮງ, ເລືອດເນື້ອຂອງລຸ້ນຕ່າງໆ. ພ້ອມທັງຢືນຢັນຄວາມຕັດສິນໃຈໃນການສ້າງວິໄສທັດໃໝ່, ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່, ສ້າງບາດກ້າວບຸກທະລຸ ແລະຊຸກຍູ້ການຮ່ວມມືພັດທະນາຢ່າງແທດຈິງ, ຍືນຍົງ ແລະຍາວນານ.

ຮ່ວມສະແດງຄວາມເບີກບານມ່ວນຊື່ນ, ປິຕິຍິນດີທີ່ພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ (2-12-1975 / 2-12-2025), ພວກເຮົາ ເຊື່ອໝັ້ນຢ່າງແນວແນວ່າ ການໄປປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ກໍ່ຄືການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຈະປະສົບຜົນສໍາເລັດຢ່າງຈົບງາມ, ຍົກລະດັບການພົວພັນ ແລະທິດທາງຮ່ວມມືຢ່າງຮອບດ້ານ ແລະມີປະສິດທິຜົນໃຫ້ແກ່ໄລຍະພັດທະນາໃໝ່ໃນການພົວພັນສອງຝ່າຍ, ໄດ້ສະແດງໃຫ້ເຫັນຄວາມສາມັກຄີທີ່ໝັ້ນແກ່ນໜຽວແໜ້ນ, ສັດຊື່, ບໍລິສຸດຜຸດຜ່ອງ, ຫາຍາກລະຫວ່າງສອງພັກ, ສອງລັດ.

ໂດຍ: ເຈິ່ນຮວ່ຽນ