ສີສັນຂອງລະດູບານໃໝ່ ປີມະເມຍ ໄດ້ເສີມສ້າງດ້ວຍບັນດາຂີດໝາຍທີ່ພົ້ນເດັ່ນຂອງໄລຍະ 2020-2025, ພິເສດແມ່ນບັນດາໝາກຜົນທີ່ບັນລຸໄດ້ໃນປີ 2025. ໃນສະພາບການເສດຖະກິດໂລກມີການຜັນແປຫຼາຍຢ່າງ, ຂາດສະຖຽນລະພາບ, ການແກ່ງແຍ້ງຍຸດທະສາດນັບມື້ນັບຮ້າຍແຮງ, ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງຮັກສາໄດ້ຄວາມໝັ້ນຄົງ ແລະທ່າເຕີບໂຕທີ່ໜ້າປະທັບໃຈ. ການເຕີບໂຕຂອງຍອດຜະລິດຕະພັນພາຍໃນປະເທດ (GDP) ທົ່ວປີ ບັນລຸ 8,02%, ນອນໃນກຸ່ມພື້ນຖານເສດຖະກິດທີ່ມີການເຕີບໂຕໄວແຖວໜ້າພາກພື້ນ ອາຊຽນ ແລະໂລກ. ຈາກພື້ນຖານດັ່ງກ່າວ, ປະເທດຫວຽດນາມ ມຸ່ງໄປເຖິງເປົ້າໝາຍເຕີບໂຕປີ 2026 ແລະຊຸມປີຕໍ່ໄປລ້ວນແຕ່ໃຫ້ບັນລຸໄດ້ 10% ຂຶ້ນໄປ. ເປົ້າໝາຍສູງສະແດງໃຫ້ເຫັນຄວາມຄາດຫວັງໃຫຍ່ຂອງຊາດຫວຽດນາມ, ສ້າງທ່າ ແລະກຳລັງແຮງເພື່ອຫັນວິໄສທັດເຖິງປີ 2045, ປະເທດຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ເພື່ອປະເທດຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສິວິໄລ, ມີຄວາມຜາສຸກ, ກ້າວຂຶ້ນສັງຄົມນິຍົມໃຫ້ປະກົດຜົນເປັນຈິງ.
    |
 |
|
ພະນັກງານ, ນັກຮົບກອງພົນນ້ອຍ ປືນໃຫຍ່ປ້ອງກັນອາກາດ 226, ທະຫານເຂດ 9 ຍາມໃດກໍ່ກຽມພ້ອມສູ້ຮົບສູງ, ປົກປັກຮັກສານ່ານຟ້າທິດຕາເວັນຕົກພາກໃຕ້ຂອງປະເທດ. ພາບ: qdnd.vn |
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ປະສົບຜົນສໍາເລັດຢ່າງຈົບງາມ ໄດ້ສ້າງບັນຍາກາດ ແລະຈິດໃຈໃໝ່, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຕໍ່ໄລຍະພັດທະນາບຸກທະລຸ ແລະອະນາຄົດສົດໃສຂອງປະເທດ. ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ບໍ່ພຽງແຕ່ກໍານົດບັນດາການກໍານົດທິດໃຫຍ່, ເປົ້າໝາຍຍຸດທະສາດ, ໜ້າທີ່ຈຸດສຸມຂອງປະເທດໃນໄລຍະໃໝ່ຢ່າງຈະແຈ້ງເທົ່ານັ້ນ ຫາກຍັງແມ່ນຄຳສັ່ງເພື່ອໃຫ້ທົ່ວລະບົບການເມືອງ ເລີ່ມປະຕິບັດດ້ວຍຈິດໃຈຂ້ຽວຂາດ, ຮີບດ່ວນ, ດ້ວຍວຽກເຮັດທີ່ລະອຽດ.
ເພື່ອໃຫ້ບັນດາເປົ້າໝາຍດີງາມໃນມະຕິທີ່ໄດ້ປະຕິບັດໃຫ້ປະກົດຜົນເປັນຈິງແມ່ນຕ້ອງການຄວາມໄວໃນການອອກແຮງງານ, ຜະລິດ, ປະຕິບັດໜ້າທີ່ນັບແຕ່ຕົ້ນປີ. ໃນບຸນເຕັດນີ້, ເພື່ອຫຼີກລ້ຽງການລ່າຊ້າກວ່າກຳນົດ, ໂຄງການກໍ່ສ້າງ, ໂຮງຈັກ, ໂຮງງານໃນທົ່ວປະເທດ ກໍ່ດຳເນີນການກໍ່ສ້າງ, ເຮັດວຽກຕະຫຼອດບຸນເຕັດ. ຜູ້ອອກແຮງງານໃນບັນດາຂະແໜງອາຊີບທີ່ມີຈຸດພິເສດສະເພາະກໍໄດ້ເຮັດວຽກຢ່າງດຸໝັ່ນຂະຫຍັນພຽນ. ພະນັກງານ, ນັກຮົບກຳລັງປະກອບອາວຸດກໍ່ໄດ້ປະຈຳການ 24/7 ເພື່ອປົກປັກຮັກສາປະເທດຊາດ, ຮັກສາຄວາມສະຫງົບສຸກໃຫ້ແກ່ປະຊາຊົນ. ຈິດໃຈດັ່ງກ່າວນີ້ຕ້ອງໄດ້ແຜ່ຂະຫຍາຍໃນທົ່ວລະບົບການເມືອງ, ລະບົບການບໍລິຫານ, ຈົນເຖິງພະນັກງານ, ລັດຖະກອນ, ຜູ້ອອກແຮງງານ ແລະປະຊາຊົນໝົດທຸກຄົນ.
ພະນັກງານ, ລັດຖະກອນ ຕ້ອງໄດ້ປະຖິ້ມນິດໄສຫຼິ້ນກິນບຸນເຕັດເກີນກຳນົດ ເພື່ອສຸມໃສ່ເຮັດວຽກໃນທັນທີນັບແຕ່ມື້ເຮັດວຽກທຳອິດພາຍຫຼັງບຸນເຕັດ. ຕ້ອງຊອກຫາ ແລະແກ້ໄຂບັນດາຂໍ້ຄົງຄ້າງ, ບໍ່ສົມເຫດສົມຜົນໃນມາດຕາກົດໝາຍ, ຂໍ້ກຳນົດ, ລະບຽບການບໍລິຫານ ເພື່ອຮັບໃຊ້ປະຊາຊົນ ແລະວິສາຫະກິດໃຫ້ດີກວ່າເກົ່າ. ທົ່ວລະບົບການເມືອງ ຕ້ອງສຸມໃສ່ກະກຽມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະໄໝ XVI ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2026-2031 ທີ່ຈະມາເຖິງນີ້ໃຫ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງປະຖົມປັດໄຈເພື່ອສ້າງກົງຈັກການຈັດຕັ້ງລັດ ໃນອາຍຸການໃໝ່.
ກອງທັບປະຊາຊົນຫວຽດນາມ ດ້ວຍພາລະບົດບາດແມ່ນກອງສູ້ຮົບ, ກອງປະຕິບັດງານ, ກອງອອກແຮງງານທຳການຜະລິດບໍ່ພຽງແຕ່ຈັບປືນປົກປັກຮັກສາປະເທດຊາດເທົ່ານັ້ນ ຫາກຍັງຕັ້ງໜ້າເຂົ້າຮ່ວມພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ, ປະຕິບັດຫຼາຍໂຄງການກໍ່ສ້າງ, ໂຄງການຈຸດສຸມຂອງປະເທດ ນັບແຕ່ພື້ນຖານໂຄງລ່າງຍຸດທະສາດຈົນຮອດອຸດສາຫະກຳປ້ອງກັນຊາດ... ພະນັກງານ, ນັກຮົບແຕ່ລະຄົນຕ້ອງຊາບຊຶມຢ່າງເລິກເຊິ່ງ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XII ໃຫ້ເຂົ້າສູ່ຊີວິດຕົວຈິງ, ຕັດສິນໃຈຫັນທິດນຳ “5 ແຂງ” ໃຫ້ກາຍເປັນພຶດຕິກຳລະອຽດ, ສ້າງການຫັນປ່ຽນບຸກທະລຸ, ກ້າວໜ້າຢ່າງຊັດເຈນຈາກບຸກຄົນຈົນຮອດແຕ່ລະອົງການ, ກົມກອງ ແລະທົ່ວກອງທັບ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນໄລຍະໃໝ່; ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັກແພງຂອງພັກ, ລັດ, ປະຊາຊົນ; ສົມກັບນາມມະຍົດອັນສູງສົ່ງຂອງທະຫານລຸງໂຮ່.
ລະດູບານໃໝ່ ໃໝ່ນຳມາເຊິ່ງຈິດໃຈໃໝ່, ຄວາມຮັບຜິດຊອບໃໝ່-ຈິດໃຈອອກແຮງງານ, ອຸທິດຕົນ, ນຳໃຊ້ແຕ່ລະຊົ່ວໂມງ, ແຕ່ລະນາທີ, ມີຄວາມຮັບຜິດຊອບຢ່າງເຕັມທີ່ໃນການແກ້ໄຂໜ້າທີ່ວຽກງານ. ນັ້ນແມ່ນພື້ນຖານສຳລັບຄວາມໄວ້ເນື້ອເຊື່ອໃຈຕໍ່ຜົນງານຂອງປະເທດ ໃນປີມະເມຍ 2026.
ໂດຍ: ແສງເດືອນ