leftcenterrightdel
ທ່ານ ງຽມຊວນຫາຍດັງ ອຸປະທູດ ສະຖານທູດຫວຽດນາມ ປະຈໍາ ອິດສະຣາແອນ. ພາບ: ສໍານັກຂ່າວສານຫວຽດນາມ.

ສະຖານທູດຫວຽດນາມ ປະຈໍາ ອິດສະຣາແອນ ສະເໜີປະຊາຄົມໃຫ້ເອົາໃຈໃສ່ບາງມາດຕະການຮັບປະກັນຄວາມປອດໄພ. ລະອຽດແມ່ນ, ການເຕົ້າໂຮມກັນຫຼາຍຄົນແມ່ນບໍ່ໃຫ້ເກີນ 50 ຄົນ, ດ້ວຍເງື່ອນໄຂສະຖານທີ່ດັ່ງກ່າວມີຄວາມສາມາດເຂົ້າເຖິງບ່ອນລີ້ໄພບັນລຸມາດຕະຖານເມື່ອມີຄໍາຕັກເຕືອນ. ສໍາລັບການເຄື່ອນໄຫວເສດຖະກິດ ແລະບ່ອນເຮັດວຽກ, ບັນດາອົງການ, ວິສາຫະກິດ ແລະບ່ອນເຮັດວຽກພຽງແຕ່ໄດ້ຮັບການອະນຸຍາດເຄື່ອນໄຫວເມື່ອມີຄວາມສາມາດເຂົ້າເຖິງບ່ອນລີ້ໄພບັນລຸມາດຕະຖານໃນໄລຍະເວລາຕັກເຕືອນ. ບັນດາຂົງເຂດເສດຖະກິດ ແລະການບໍລິການທີ່ຈໍາເປັນຍັງສືບຕໍ່ຮັກສາການເຄື່ອນໄຫວປົກກະຕິຕາມຂໍ້ກໍານົດຂອງເຈົ້າໜ້າທີ່ ອິດສະຣາແອນ.

ສະຖານທູດຫວຽດນາມ ປະຈໍາ ອິດສະຣາແອນ ໃຫ້ຮູ້ວ່າ ມາຮອດເວລານີ້, ຍັງບໍ່ທັນຮັບຮູ້ຜູ້ເສຍຊີວິດ, ບາດເຈັບ ຫຼືເສຍຫາຍກ່ຽວກັບຊັບສິນໃດສໍາລັບປະຊາຄົມຊາວຫວຽດນາມ ເທື່ອ ແລະພໍ່ແມ່ປະຊາຊົນ ໄດ້ປະຕິບັດຕາມຄໍາແນະນໍາຂອງປະເທດປະຈໍາຖິ່ນ. ສະຖານທູດ ສະເໜີປະຊາຄົມຊາວຫວຽດນາມ ສືບຕໍ່ປະຕິບັດບັນດາຄໍາແນະນໍາໃໝ່ຂອງອໍານາດການປົກຄອງປະເທດປະຈໍາຖິ່ນ, ເປັນເຈົ້າການມີມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ຕົນເອງ ແລະຄອບຄົວຢ່າງເຂັ້ມງວດ, ພ້ອມທັງຕິດຕາມແຈ້ງການຢ່າງເປັນທາງການຂອງກອງບັນຊາການສະໜາມຮົບພາຍໃນອິດສະຣາແອນ ແລະອົງການທີ່ກ່ຽວຂ້ອງຢ່າງເປັນປະຈໍາ.

ໂດຍ: ໄຊຊະນະ