ກອງປະຊຸມດັ່ງກ່າວໄດ້ເປີດຈິນຕະນາການ ແລະການກະທຳໃໝ່, ຝຶກຝົນຫຼໍ່ຫຼອມຄວາມໄວ້ເນື້ອເຊື່ອໃຈ ແລະປຸກລຸກຄວາມຫວັງອັນຍິ່ງໃຫຍ່ຂອງທົ່ວພັກ, ທົ່ວປະຊາຊົນ ແລະທົ່ວກອງທັບ ມຸ່ງໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ເຊິ່ງເປັນເຫດການທີ່ສຳຄັນຍິ່ງຂອງປະເທດຊາດ.
ໃນສະພາບແວດລ້ອມຂອງໂລກ ແລະພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ຄວາມຮຽກຮ້ອງຕ້ອງການພັດທະນາປະເທດນັບມື້ນັບສູງຂຶ້ນ; ໜ້າທີ່ປົກປັກຮັກສາປະເທດຊາດ ໄດ້ວາງອອກສິ່ງທ້າທາຍໃໝ່ຫຼາຍຢ່າງ, ກອງປະຊຸມສູນກາງ ເທື່ອທີ 15 ອີກຄັ້ງໜຶ່ງໄດ້ຢືນຢັນຢ່າງຈະແຈ້ງຄຸນທາດ, ສະຕິປັນຍາ ແລະຄວາມຮັບຜິດຊອບທາງປະຫວັດສາດຂອງພັກເຮົາ. ດ້ວຍຈິດໃຈສາມັກຄີ, ປະຊາທິປະໄຕ, ມີລະບຽບວິໄນ ແລະປ່ຽນແປງໃໝ່, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືຢ່າງກົງໄປກົງມາ ແລະເຫັນດີເປັນເອກະພາບໃນລະດັບສູງກ່ຽວກັບບັນຫາຫຼັກແຫຼ່ງ, ມີຄວາມສໍາຄັນຍິ່ງ, ກ່ຽວຂ້ອງໂດຍກົງເຖິງອະນາຄົດຂອງພັກ ແລະຊະຕາກໍາຂອງປະເທດຊາດ.
    |
 |
|
ບັນຍາກາດທີ່ກອງປະຊຸມ ເທື່ອທີ 15 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII. ພາບ: qdnd.vn |
ຈຸດສຸມຫຼັກຂອງກອງປະຊຸມແມ່ນວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ສະໄໝທີ XIV ແລະບັນດາຕໍາແໜ່ງການນໍາຫຼັກແຫຼ່ງຂອງພັກ, ລັດ ອາຍຸການ 2026-2031. ສູນກາງໄດ້ພິຈາລະນາຢ່າງຮອບດ້ານ, ລະມັດລະວັງ, ພາວະວິໄສ ແລະຈິດໃຈຊື່ກົງ, ເດັດດ່ຽວຖືຜົນປະໂຫຍດຂອງພັກ, ຂອງປະຊາຊົນ, ຂອງປະເທດ ແລະຂອງຊາດຢູ່ເໜືອກວ່າສິ່ງໃດໝົດ. ນີ້ແມ່ນການກະກຽມທີ່ມີຄວາມໝາຍຕັດສິນໃຈ, ຮັບປະກັນການສືບທອດຢ່າງໝັ້ນແກ່ນ, ໝັ້ນຄົງຍາວນານ ແລະພັດທະນາຢ່າງແຂງແຮງ, ສ້າງຖັນແຖວພະນັກງານການນໍາທີ່ມີຄຸນສົມບັດສິນທໍາ, ມີຄວາມສາມາດ, ມີອິດທິພົນຊື່ສຽງ ແລະມີຄຸນທາດຢ່າງຄົບຖ້ວນເພື່ອແບກຫາບພາລະໜ້າທີ່ປະຫວັດສາດໃນການພັດທະນາໃໝ່ຂອງປະເທດຊາດ.
ພ້ອມກັບວຽກງານບຸກຄະລາກອນ, ກອງປະຊຸມສູນກາງ ເທື່ອທີ 15 ໄດ້ສຸມສະຕິປັນຍາເຂົ້າໃນການສ້າງຮ່າງເອກະສານທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ກອງປະຊຸມກໍ່ເຫັນດີເປັນເອກະພາບຕໍ່ຫຼາຍເນື້ອໃນສໍາຄັນເພື່ອແນໃສ່ກະກຽມຢ່າງຮອບຄອບຖີ່ຖ້ວນ, ຮອບດ້ານໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ການກະກຽມນັ້ນໄດ້ສະແດງໃຫ້ເຫັນເຖິງການຕັດສິນໃຈ, ຄວາມຮັບຜິດຊອບທາງການເມືອງສູງ, ຮັບປະກັນໃຫ້ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແມ່ນກອງປະຊຸມໃຫຍ່ແຫ່ງຄວາມສາມັກຄີ, ປະຊາທິປະໄຕ, ມີລະບຽບວິໄນ, ບຸກທະລຸ, ພັດທະນາ.
ເມື່ອຫວນຄືນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ສາມາດຢືນຢັນໄດ້ວ່າ: ໃນຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ນັບບໍ່ຖ້ວນນັ້ນ, ພັກເຮົາໄດ້ຍຶດໝັ້ນຕໍ່ເປົ້າໝາຍເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ, ນຳພາປະເທດຊາດຮັກສາສະຖຽນລະພາບ, ພັດທະນາເທື່ອລະກ້າວ ແລະບັນລຸຜົນງານທີ່ສຳຄັນ ແລະຮອບດ້ານພໍສົມຄວນ.
ຈາກຜົນສຳເລັດຂອງກອງປະຊຸມສູນກາງ ເທື່ອທີ 15, ເປັນການຢັ້ງຢືນສານສະບັບໜຶ່ງທີ່ເຂັ້ມແຂງ: ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນພິເສດ, ເປີດໄລຍະພັດທະນາໃໝ່ຂອງປະເທດ. ຄວາມເຊື່ອໝັ້ນ ແລະຄວາມຫວັງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບກຳລັງມາໂຮມກັນເຂົ້າຢູ່ໃນກອງປະຊຸມໃຫຍ່, ບ່ອນທີ່ວາງແຜນກຳນົດນະໂຍບາຍຊີ້ຂາດຍຸດທະສາດ, ຂັບເຄື່ອນເສັ້ນທາງພັດທະນາຂອງຊາດໃນຊຸມປີຈະມາເຖິງ.
ດ້ວຍຈິດໃຈດັ່ງກ່າວ, ໂດຍຊາບຊຶມຢ່າງເລິກເຊິ່ງເຖິງເນື້ອໃຈຈິດໃຈຂອງກອງປະຊຸມສູນກາງ ເທື່ອທີ 15, ທົ່ວກອງທັບໄດ້ຍົກສູງເຈດຈຳນົງ, ຕັດສິນໃຈກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຢອດຢ້ຽມ, ທັນສະໄໝ; ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ; ກຽມພ້ອມຮັບ ແລະປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອໃຫ້ປະເທດພັດທະນາຢ່າງວ່ອງໄວ ແລະຍືນຍົງ.
ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕັ້ງຄວາມຫວັງຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ພະນັກງານ, ສະມາຊິກພັກ ແລະປະຊາຊົນຫວຽດນາມ ແຕ່ລະຄົນ ຕ້ອງຫັນຄວາມເຊື່ອໝັ້ນ ແລະຄວາມຄາດຫວັງເປັນການກະທໍາລະອຽດ, ແທດຈິງ; ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ການຮ່ວມແຮງຮ່ວມໃຈກັນ, ຕັດສິນໃຈນໍາເອົາແຜນນະໂຍບາຍ, ນະໂຍບາຍຊີ້ຂາດຂອງພັກເຂົ້າໃນການດໍາລົງຊີວິດຕົວຈິງ. ນັ້ນແມ່ນວິທີທີ່ແທດເໝາະກັບຕົວຈິງທີ່ສຸດເພື່ອຂໍ່ານັບຮັບຕ້ອນເຫດການສໍາຄັນຍິ່ງຂອງປະເທດ, ສ້າງກໍາລັງແຮງສັງລວມ, ນໍາຫວຽດນາມ ກ້າວຂຶ້ນຢ່າງໝັ້ນຄົງເຂັ້ມແຂງ.
ໂດຍ: ໄຊນີດາ