ການຢ້ຽມຢາມດັ່ງກ່າວໄດ້ດໍາເນີນໄປໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງໄວວາ, ບໍ່ສາມາດຄາດຄະເນລ່ວງໜ້າໄດ້. ໂດຍລວມແລ້ວ, ສັນຕິພາບ, ການຮ່ວມມື ແລະພັດທະນາຍັງເປັນທ່າອ່ຽງຕົ້ນຕໍ, ແຕ່ຄວາມບໍ່ສະຫງົບ, ຄວາມບໍ່ໝັ້ນຄົງ ແລະຄວາມບໍ່ແນ່ນອນຄົງທີ່ນັບມື້ນັບເພີ່ມຂຶ້ນ. ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ໄດ້ເຂົ້າສູ່ໄລຍະໃໝ່; ບັນດາປະເທດກຳລັງພັດທະນາໄດ້ປະເຊີນກັບສິ່ງທ້າທາຍຫຼາຍຢ່າງກ່ຽວກັບຄວາມໝັ້ນຄົງ ແລະການພັດທະນາ; ບັນດາບັນຫາຄວາມໝັ້ນຄົງທີ່ບໍ່ເປັນການທະຫານນັບມື້ນັບສັບສົນຫຼາຍຂຶ້ນກວ່າເກົ່າ. ເສດຖະກິດໂລກຊຸດໂຊມ, ການປະທະກັນດ້ານການຄ້າ ແລະທ່າອ່ຽງການປົກປ້ອງທີ່ເພີ່ມຂຶ້ນໄດ້ຂັດຂວາງຂະບວນການເຊື່ອມໂຍງເສດຖະກິດສາກົນ. ພາກພື້ນອາຊີ-ປາຊີຟິກ ແລະມະຫາສະໝຸດອິນເດຍ ສືບຕໍ່ມີທີ່ຕັ້ງຍຸດທະສາດສຳຄັນ, ເປັນກຳລັງໜູນໃຫ້ແກ່ການເຕີບໂຕທົ່ວໂລກ, ເປັນໜຶ່ງໃນຈຸດໃຈກາງຂອງການແກ່ງແຍ້ງຍຸດທະສາດລະຫວ່າງປະເທດໃຫຍ່.
ດ້ວຍ 27 ປະເທດສະມາຊິກ ແລະຂອບຂະໜາດປະຊາກອນປະມານ 450 ລ້ານຄົນ, ສະຫະພາບເອີລົບ (ອີຢູ) ເປັນພື້ນຖານເສດຖະກິດໃຫຍ່ ອັນດັບສາມຂອງໂລກ, ມີຍອດຜະລິດຕະພັນພາຍໃນປະເທດ (GDP) ບັນລຸ 19,4 ພັນຕື້ໂດລາສະຫະລັດ, ການແລກປ່ຽນການຄ້າຢູ່ນອກກຸ່ມ ອີຢູ ກວມເອົາປະມານ 14% ຂອງການແລກປ່ຽນການຄ້າທົ່ວໂລກ.
ໃນສະພາບການເສດຖະກິດຊຸດໂຊມທົ່ວໂລກ, ອີຢູ ກຳລັງປັບປຸງຕະຫຼາດພາຍໃນກຸ່ມຢ່າງຕັ້ງໜ້າ, ຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ເພີ່ມທະວີການເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານຍຸດທະສາດ ແລະກໍາລັງຄວາມສາມາດແກ່ງແຍ້ງ, ຜັນຂະຫຍາຍຂໍ້ລິເລີ່ມ, ຍຸດທະສາດໃໝ່.
ນັບແຕ່ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 28 ພະຈິກ 1990, ການພົວພັນຫວຽດນາມ-ອີຢູ ໄດ້ພັດທະນານັບມື້ນັບຕັ້ງໜ້າ. ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 5 ສະບັບ, ຜັນຂະຫຍາຍ 8 ກົນໄກການເຈລະຈາເປັນປະຈຳໄລຍະ. ຫວຽດນາມ ເປັນປະເທດດຽວໃນອາຊຽນ ທີ່ມີເສົາຄໍ້າການຮ່ວມມືທັງໝົດກັບອີຢູ.
ໃນຂົງເຂດການເມືອງ-ການທູດ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງນັບມື້ນັບໄດ້ຮັບການປັບປຸງທັງຢູ່ໃນລະດັບຫວຽດນາມ-ອີຢູ ແລະລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກອີຢູ. ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນ ແລະເພີ່ມທະວີການພົບປະຂັ້ນສູງ, ຜັນຂະຫຍາຍກອງປະຊຸມປະຈຳປີຂອງຄະນະກຳມະການປະສົມຫວຽດນາມ-ອີຢູ ແລະອະນຸກຳມະການທີ່ຂຶ້ນກັບ. ອີຢູ ໄດ້ຢືນຢັນເຖິງການຖືເປັນສໍາຄັນທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນ, ຖືຫວຽດນາມ ເປັນປະຕູເພື່ອເພີ່ມທະວີການມີໜ້າຢູ່ອາຊີ-ປາຊີຟິກ; ສະເໜີໃຫ້ສອງຝ່າຍຍົກລະດັບການພົວພັນໄປສູ່ຄູ່ຮ່ວມມືຍຸດທະສາດຮອບດ້ານ, ຢາກນໍາການພົວພັນກັບຫວຽດນາມ ໃຫ້ເປັນແບບຢ່າງຂອງການຮ່ວມມືລະຫວ່າງ ອີຢູ ກັບບັນດາປະເທດອື່ນໆ.
ໃນຂົງເຂດການຄ້າ - ການລົງທຶນ, ພາຍຫຼັງຈັດຕັ້ງປະຕິບັດສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ເປັນເວລາ 5 ປີ ໄດ້ເສີມຂະຫຍາຍປະສິດທິຜົນຢ່າງແຂງແຮງ, ນໍາຫວຽດນາມ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອີຢູ ໃນອາຊຽນ. ວົງເງິນການຄ້າສອງຝ່າຍໃນ 11 ເດືອນ ປີ 2025 ບັນລຸຫຼາຍກວ່າ 66,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,6% ເມື່ອທຽບກັບໄລຍະດຽວກັນໃນປີ 2024. ອີຢູ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 4, ເປັນຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ແລະຕະຫຼາດນຳເຂົ້າໃຫຍ່ອັນດັບທີ 5 ຂອງຫວຽດນາມ. ລວມຍອດການລົງທຶນຂອງວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຂອງອີຢູ ຢູ່ຫວຽດນາມ ບັນລຸ 30 ຕື້ໂດລາສະຫະລັດ, ນໍາອີຢູ ຖືກຈັດຢູ່ອັນດັບທີ 6/140 ປະເທດ ແລະເຂດແຄວ້ນທີ່ມີເງິນລົງທຶນຢູ່ຫວຽດນາມ. ຫວຽດນາມ ມີໂຄງການລົງທຶນຢູ່ ອີຢູ 98 ໂຄງການດ້ວຍເງິນລົງທຶນ ທັງໝົດ 434,88 ລ້ານໂດລາສະຫະລັດ.
ໃນການຮ່ວມມືພັດທະນາ, ອີຢູ ແມ່ນໜຶ່ງໃນບັນດານັກສະໜອງການຊ່ວຍເຫຼືອຂະໜາດໃຫຍ່ໃຫ້ແກ່ຫວຽດນາມ. ໄລຍະ 2021-2024, ອີຢູ ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອຫຼ້າ ຈຳນວນ 210 ລ້ານເອີໂຣ ໃຫ້ແກ່ຫວຽດນາມ. ໃນຂະນະທີ່ເກີດພະຍາດ ໂຄວິດ-19, ອີຢູ ແລະບັນດາປະເທດສະມາຊິກໄດ້ໜູນຊ່ວຍວັກຊີນ 31,8 ລ້ານ ໂດສ ໃຫ້ແກ່ຫວຽດນາມ. ໃນປີ 2024 ແລະ 2025, ອີຢູ ໄດ້ໜູນຊ່ວຍຫວຽດນາມ ດ້ວຍຈຳນວນຫຼາຍຮ້ອຍພັນເອີໂຣ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທຳມະຊາດ, ພາຍຸ ແລະນໍ້າຖ້ວມ.
ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກໍາໄດ້ກາຍເປັນເສົາຄໍ້າໃໝ່ຂອງການຮ່ວມມືລະຫວ່າງຫວຽດນາມ ກັບຫຼາຍປະເທດສະມາຊິກ ອີຢູ. ຫວຽດນາມ ເປັນປະເທດອາຊຽນທຳອິດທີ່ສ້າງຕັ້ງຂອບເຂດການເຂົ້າຮ່ວມເຄື່ອນໄຫວຄຸ້ມຄອງວິກິດການຂອງອີຢູ (FPA). ສອງຝ່າຍໄດ້ສ້າງຕັ້ງກົນໄກການເຈລະຈາດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຢືນຢັນຄຳໝັ້ນສັນຍາວ່າ ຈະປະກອບສ່ວນຫຼາຍຂຶ້ນກວ່າເກົ່າໃນ ຄວາມມານະພະຍາຍາມຮັກສາສັນຕິພາບ ແລະຄວາມໝັ້ນຄົງໃນໂລກ.
ໃນໂລກທີ່ເຕັມໄປດ້ວຍການຜັນແປຫຼາຍຢ່າງ, ຫວຽດນາມ ແລະອີຢູ ໄດ້ແບ່ງປັນທັດສະນະທີ່ຄ້າຍຄືກັນຫຼາຍຢ່າງ, ນັ້ນແມ່ນຄຸນຄ່າທີ່ຍືນຍົງ, ການສະໜັບສະໜູນລັດທິຫຼາຍຝ່າຍ, ການສ້າງສັນຕິພາບ ແລະການລົບລ້າງຄວາມສ່ຽງການໃຊ້ຄວາມຮຸນແຮງດ້ວຍອາວຸດ, ການປະທະພາຍໃນ ເພື່ອນຳໃຊ້ບັນດາທ່າໄດ້ປຽບຂອງການພັດທະນາຢ່າງຮອບດ້ານ. ວິໄສທັດລວມຂອງສອງຝ່າຍກ່ຽວກັບໂລກ ແລະພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ທີ່ສັນຕິພາບ, ໝັ້ນຄົງ, ປອດໄພ ແລະວັດທະນາຖາວອນ, ພ້ອມກັບຄຸນຄ່າຂອງການເຄົາລົບກົດໝາຍສາກົນ, ການສະໜັບສະໜູນການຄ້າເສລີ ແລະການພັດທະນາແບບຍືນຍົງ... ຈະສ້າງກໍາລັງໜູນໃຫ້ແກ່ການຮ່ວມມືຫວຽດນາມ-ອີຢູ ໃນລະດັບຍຸດທະສາດທີ່ເລິກເຊິ່ງກວ້າງຂວາງກວ່າ.
ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ Antonio Costa ປະທານສະພາເອີລົບ ຈະປະສົບຜົນສໍາເລັດຢ່າງຈົບງາມ, ນໍາການພົວພັນຫວຽດນາມ-ອີຢູ ຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງຜົນປະໂຫຍດຂອງທັງສອງຝ່າຍ, ກາຍເປັນໜຶ່ງໃນບັນດາການພົວພັນທີ່ເປັນແບບຢ່າງລະຫວ່າງອາຊີ ແລະເອີຣົບ, ພ້ອມທັງພ້ອມກັນສ້າງອະນາຄົດທີ່ສັນຕິພາບ, ວັດທະນາຖາວອນ, ສີຂຽວ ແລະຍືນຍົງກວ່າເກົ່າຢູ່ສອງພາກພື້ນ ແລະໃນໂລກ.
ໂດຍ: ຈາງຫງວຽນ