ການຢ້ຽມຢາມລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນເຫດການທີ່ມີຄວາມໝາຍສຳຄັນທີ່ສຸດຕໍ່ສາຍພົວພັນແບບພິເສດ
ກປ.ອອນໄລ - ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມທາງລັດຖະກິດ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ໃນລະຫວ່າງວັນທີ 1-2 ທັນວາ 2025.
    |
 |
|
ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໃຫ້ສໍາພາດຕໍ່ສື່ມວນຊົນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ດໍາເນີນກົງກັບໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 50 ປີ, ແມ່ນເຫດການທີ່ມີຄວາມໝາຍສໍາຄັນສໍາລັບລາວ ແລະສາຍພົວພັນແບບພິເສດລາວ-ຫວຽດນາມ, ຕາມທ່ານ ບຸນເຫຼືອ ພັນດານຸວົງ ແລ້ວ, ການຢ້ຽມຢາມບໍ່ພຽງແຕ່ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາ, ພິເສດແມ່ນການຮັກສາການຢ້ຽມຢາມເປັນປະຈຳລະຫວ່າງການນຳຂັ້ນສູງ ເທົ່ານັ້ນ, ຫາກຍັງມີຄວາມໝາຍທາງດ້ານການເມືອງ ແລະປະຫວັດສາດອັນເລິກເຊິ່ງໃນວິວັດການພັດທະນາການພົວພັນລະຫວ່າງ ລາວ-ຫວຽດນາມ.
ທ່ານ ບຸນເຫຼືອ ພັນດານຸວົງ ເນັ້ນໜັກວ່າ ການຢ້ຽມຢາມຈະສ້າງກໍາລັງໜູນອັນໃຫຍ່ຫຼວງໃຫ້ແກ່ພັກ, ລັດ ແລະປະຊາຊົນລາວ ບັນດາເຜົ່າ; ພ້ອມທັງສືບຕໍ່ສະແດງໃຫ້ເຫັນນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມ, ມູນເຊື້ອ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ”, ຄຽງບ່າຄຽງໄຫຼ່ໃນໄລຍະຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດໃນປະຈຸບັນ.
ເນື່ອງໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສົ່ງຄຳອວຍພອນໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ເຈິ່ນຮວ່ຽນ