ກອງປະຊຸມໃຫຍ່ ໄດ້ດໍາເນີນໄປໃນສະພາບການໂລກມີການຜັນແປຢ່າງວ່ອງໄວ, ສັບສົນ ແລະຄາດເດົາໄດ້ຍາກ; ປະເທດຢືນຢູ່ຕໍ່ໜ້າກາລະໂອກາດອັນໃຫຍ່ຫຼວງ ແລະສິ່ງທ້າທາຍສະຫຼັບກັນໄປ. ສະພາບຕົວຈິງດັ່ງກ່າວ ໄດ້ວາງຄວາມຮຽກຮ້ອງຕ້ອງການສູງກວ່າຕໍ່ພັກກຳອຳນາດ ຄື: ຕ້ອງມີຄວາມທຸ່ນທ່ຽງທາງດ້ານຄຸນທາດ, ມີຄວາມແຫຼມຄົມທາງດ້ານແນວຄິດ, ມີຄວາມຂ້ຽວຂາດໃນການກະທຳ, ເພື່ອສືບຕໍ່ນຳພາປະເທດກ້າວໄປຂ້າງໜ້າຢ່າງໜັກແໜ້ນ.

ເມື່ອຫວນຄືນໄລຍະທາງທີ່ຜ່ານໄປ, ພິເສດແມ່ນອາຍຸການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ, ຍິ່ງມີຄວາມໝັ້ນໃຈຕື່ມອີກຕໍ່ເສັ້ນທາງທີ່ໄດ້ເລືອກ. ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນາໆປະການ, ປະເທດຫວຽດນາມ ຍັງຮັກສາສະຖຽນລະພາບດ້ານການເມືອງ, ສັງຄົມ; ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເສດຖະກິດໄດ້ຮັບການຟື້ນຟູ ແລະພັດທະນາ; ການດໍາລົງຊີວິດຂອງປະຊາຊົນໄດ້ຮັບການຍົກລະດັບເທື່ອລະກ້າວ; ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ; ທີ່ຕັ້ງສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ບັນດາໝາກຜົນດັ່ງກ່າວ ສືບຕໍ່ຢັ້ງຢືນການນຳພາອັນຖືກຕ້ອງຂອງພັກ ແລະກຳລັງແຮງແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດ, ເຊິ່ງແມ່ນບ່ອນທີ່ເນື້ອໃນຈິດໃຈຂອງພັກ ປະສົມປະສານເຂົ້າກັບເນື້ອໃນຈິດໃຈຂອງປະຊາຊົນ.

leftcenterrightdel
ເສັ້ນທາງຫຼາຍສາຍ ຢູ່ໃຈກາງນະຄອນເຫວ້ ໄດ້ຮັບການປະດັບປະດາຢ່າງສວຍງາມ ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ພາບ: baochinhphu.vn

ບົນພື້ນຖານນັ້ນ, ປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມຮຽກຮ້ອງຕ້ອງການທີ່ສູງຂຶ້ນ ແລະໜ້າທີ່ວຽກງານໜັກໜ່ວງກວ່າເກົ່າ. ໃນສະພາບການທີ່ກາລະໂອກາດ ແລະສິ່ງທ້າທາຍສະຫຼັບກັນ, ປະເທດຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທົດສອບບໍ່ແມ່ນໜ້ອຍ. ພຶດຕິກຳຕົວຈິງນັ້ນໄດ້ຮຽກຮ້ອງໃຫ້ມີວິໄສທັດຍຸດທະສາດທີ່ຖືກຕ້ອງ, ມີຄວາມຕັດສິນໃຈດ້ານການເມືອງເປັນຢ່າງສູງ ແລະມີການກະທໍາເປັນເອກະພາບ, ແຂງແຮງ, ທັນການ ແລະມີປະສິດທິຜົນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ມີຄວາມຮັບຜິດຊອບທາງດ້ານປະຫວັດສາດຄື: ປຶກສາຫາລື, ຮັບຮອງເອົາເອກະສານສຳຄັນສະບັບຕ່າງໆ, ກຳນົດວິໄສທັດພັດທະນາ, ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ລັດຖະນະໂຍບາຍທີ່ມີລັກສະນະຍຸດທະສາດຂອງກອງປະຊຸມໃຫຍ່ ແມ່ນຄໍາສັ່ງຂອງພຶດຕິກຳຕົວຈິງ, ແມ່ນຄວາມຮຽກຮ້ອງຕ້ອງການຂອງປະຫວັດສາດ, ແມ່ນຄວາມຕ້ອງການອັນຊອບທຳຂອງປະຊາຊົນ; ສ້າງກຳລັງແຮງໃຫ້ແກ່ການພັດທະນາ, ຂຸດຄົ້ນແຫຼ່ງກຳລັງຢ່າງສຸດຂີດ, ນໍາພາປະເທດຫວຽດນາມ ກ້າວໄປຂ້າງໜ້າຢ່າງໝັ້ນຄົງ.

ມຸ່ງໄປເຖິງກອງປະຊຸມໃຫຍ່, ຄວາມເຊື່ອໝັ້ນ ແລະຄວາມຫວັງຂອງປະຊາຊົນທົ່ວປະເທດພວມມາບັນຈົບກັນ. ປະຊາຊົນເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຈະວາງແຜນນະໂຍບາຍ, ມາດຕະການແກ້ໄຂທີ່ຖືກຕ້ອງ, ມີວິທະຍາສາດ; ເລືອກເອົາຖັນແຖວການນໍາທີ່ມີຄຸນສົມບັດສິນທໍາ, ມີຄຸນທາດ, ມີຄວາມເກັ່ງກ້າສາມາດຢ່າງຄົບຖ້ວນ; ສືບຕໍ່ປຸກລຸກນ້ຳໃຈຮັກຊາດ, ເຈດຈໍານົງເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແຂງແຮງ ແລະມີຄວາມຄາດຫວັງຢາກອຸທິດຕົນ, ສ້າງກຳລັງແຮງສັງລວມເພື່ອນໍາປະເທດກ້າວຂຶ້ນ.

ກອງທັບປະຊາຊົນຫວຽດນາມ ແມ່ນກອງທັບຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ,  ຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນ. ມຸ່ງໄປຫາກອງປະຊຸມໃຫຍ່, ທົ່ວກອງທັບເສີມຂະຫຍາຍມູນເຊື້ອວິລະຊົນ, ຍູ້ແຮງການແຂ່ງຂັນຍົກສູງຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບ; ກໍ່ສ້າງກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ, ທັນສະໄໝ.

ດ້ວຍຄຸນທາດທີ່ໄດ້ຮັບການຊຸບຫຼໍ່, ດ້ວຍສະຕິປັນຍາຂອງທົ່ວພັກ ແລະດ້ວຍຄວາມເຊື່ອໝັ້ນທີ່ບໍລິສຸດຈົ່ງຮັກພັກດີຂອງປະຊາຊົນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແນ່ນອນວ່າຈະເປີດເສັ້ນທາງໃຫຍ່ໃຫ້ແກ່ປະເທດຊາດ,  ເສັ້ນທາງແຫ່ງຄວາມໝັ້ນໃຈ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສາມັກຄີ ແລະ ຄວາມຄາດຫວັງບືນຕົວຂຶ້ນຢ່າງແຂງແຮງ, ເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງ, ເພື່ອຄວາມຜາສຸກຂອງຊາດຫວຽດນາມ.

ໂດຍ: ທູຈາງ