ເສັ້ນທາງສາຍຫຼັກ ໄດ້ເປີດໃຫ້ຊາດຫວຽດນາມ ນຳໃຊ້ແຕ່ວັນທີ 2 ກັນຍາ 1945, ເມື່ອປະທານໂຮ່ຈີມິນ “ອ່ານຖະແຫຼງການປະກາດເອກະລາດ” (ປະຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ). ນັ້ນແມ່ນເສັ້ນທາງ: ເອກະລາດ-ເສລີພາບ-ຄວາມຜາສຸກ! ນັ້ນແມ່ນເສັ້ນທາງເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ!

leftcenterrightdel
ປະທານໂຮ່ຈີມິນ ແລະຜູ້ແທນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ III ຂອງພັກ, ເດືອນກັນຍາ 1960. ພາບ: ເອກະສານ

ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ເສັ້ນທາງດັ່ງກ່າວໄດ້ຈາລຶກວິລະກຳ, ຜົນງານອັນສະຫງ່າລາສີທີ່ໄດ້ເພີ່ມພູນຄູນສ້າງມາດ້ວຍເຫື່ອແຮງ, ສະຕິປັນຍາ ແລະເລືອດເນື້ອຂອງພໍ່ແມ່ປະຊາຊົນ, ບັນດາສະຫາຍບໍ່ຈັກວ່າເທົ່າໃດ. ນັ້ນແມ່ນເສັ້ນທາງທີ່ເຕັມໄປດ້ວຍຄວາມຄາດຫວັງຢາກບືນຕົວຂຶ້ນຂອງຊາດ. ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ເຊື່ອມໂຍງສາກົນ, ເສັ້ນທາງນັ້ນໄດ້ນຳປະເທດຫວຽດນາມ ຈາກຄວາມທຸກຍາກລຳບາກ, ຫຼ້າຫຼັງ, ຖືກທຳລາຍຢ່າງໜັກໜ່ວງຈາກສົງຄາມບືນຕົວຂຶ້ນຢ່າງແຂງແຮງ, ກ້າວເຂົ້າກຸ່ມປະເທດທີ່ມີລາຍຮັບປານກາງສູງ, ແມ່ນພື້ນຖານເພື່ອໃຫ້ປະເທດຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ຜົນງານຂອງປະເທດຫວຽດນາມ ທີ່ບັນລຸໄດ້ແມ່ນຍິ່ງໃຫຍ່! ຜົນງານດັ່ງກ່າວບໍ່ແມ່ນອະພິນິຫານແຕ່ມາຈາກບົດບາດການນຳພາຂອງພັກ ດ້ວຍແຜນນະໂຍບາຍ, ແນວທາງຢ່າງຖືກຕ້ອງ-ປັດໄຈຕັດສິນທີ່ສຸດ; ຈາກຖັນແຖວພະນັກງານ, ສະມາຊິກພັກທີ່ຮັກຊາດ, ຈາກການຮັກແພງປະຊາຊົນ, ຈາກຄວາມຈົ່ງຮັກພັກດີ, ສະຕິປັນຍາ, ຄຸນທາດ; ຈາກປະຊາຊົນຫວຽດນາມ ພິລະອາດຫານ, ຫ້າວຫັນ, ດຸໝັ່ນຂະຫຍັນພຽນ, ເຊື່ອໝັ້ນພັກ, ຮັກແພງພັກ, ເປັນຈິດໜຶ່ງໃຈດຽວໄປນຳພັກ, ສາມັກຄີພາຍໃຕ້ການນຳພາຂອງພັກ; ຈາກການສະໜັບສະໜູນ, ການຮ່ວມມື, ຊ່ວຍເຫຼືອຂອງເພື່ອນມິດ, ຄູ່ຮ່ວມມືສາກົນ.

ຈາກເງົາມືດຂອງການເປັນຂ້າທາດ ແລະທຸກຍາກລຳບາກ, ຫຼ້າຫຼັງ, ພັກກອມມູນິດຫວຽດນາມ ໄດ້ນຳພາປະເທດຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ, ເຮັດໃຫ້ຄວາມໃຝ່ຝັນຫຼາຍພັນປິຂອງຊາດຫວຽດນາມ ປະກົດຜົນເປັນຈິງຢ່າງມີຊີວິດຊີວາ. ການເຕີບໂຕເສດຖະກິດສະເລ່ຍໄລຍະ 2021-2025 ບັນລຸປະມານ 6,3%/ປີ, ນອນໃນກຸ່ມປະເທດທີ່ມີການເຕີບໂຕສູງຂອງພາກພື້ນ ແລະໂລກ.

ຂະໜາດຍອດຜະລິດຕະພັນພາຍໃນ (GDP) ປີ 2025 ຄາດວ່າບັນລຸກວ່າ 510 ຕື້ໂດລາສະຫະລັດ, ທົບປະມານ 1,47 ເທົ່າເມື່ອທຽບໃສ່ປີ 2020, ຖືກຈັດຢູ່ອັນດັບທີ 32 ໃນໂລກ, GDP ສະເລ່ຍໃສ່ຫົວຄົນບັນລຸປະມານ 5.000 ໂດລາສະຫະລັດ. ຫວຽດນາມ ນອນໃນກຸ່ມປະເທດທີ່ມີດັດສະນີພັດທະນາມະນຸດສູງ, ອັນດັບດັດສະນີຄວາມຜາສຸກຂອງປະຊາຊົນເພີ່ມຂຶ້ນ 33 ຂັ້ນ ເມື່ອທຽບໃສ່ຕົ້ນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ຖືກຈັດຢູ່ອັນດັບທີ 46/143 ປະເທດ.

ຄວນຮັບຮູ້ຢ່າງຈະແຈ້ງວ່າ: ລັດຫວຽດນາມ ແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ. ລັດຫວຽດນາມ ກຳເນີດເກີດຂຶ້ນແມ່ນເພື່ອຮັບໃຊ້ປະຊາຊົນ. ເປົ້າໝາຍຊຸກຍູ້ການເຕີບໂຕເສດຖະກິດຂອງປະເທດແມ່ນເພື່ອປະຊາຊົນ. ເພາະສະນັ້ນ, ປະຊາຊົນຕ້ອງໄດ້ຊົມໃຊ້ຜົນງານຂອງການພັດທະນາເສດຖະກິດ. ການເຕີບໂຕເສດຖະກິດ, ຄວາມໝັ້ນຄົງໃນສັງຄົມ, ບໍ່ວ່າລັດຖະນະໂຍບາຍ, ຍຸດທະສາດ ຫຼືຍຸດໂທບາຍໃດກໍ່ຕາມ ກໍ່ຕ້ອງຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ມີຄວາມຜາສຸກກວ່າ. ນັ້ນກໍ່ແມ່ນຄຳໝັ້ນໝາຍຂອງພັກ ທີ່ມີຕໍ່ປະຊາຊົນນັບແຕ່ພັກ ແລະປະຊາຊົນຢູ່ໃນເງົາມືດຂອງການເປັນຂ້າທາດ. ຍ້ອນຄວາມຄາດຫວັງຢາກດຳລົງຊີວິດໃຫ້ມີຄວາມສະຫງົບ, ເປັນປົກກະຕິ, ມີຄວາມຜາສຸກເຊິ່ງປະຊາຊົນຢູ່ເຂດທົ່ງພຽງຈົນຮອດເຂດພູດອຍແມ່ນໄປນຳພັກ, ບໍ່ເສຍດາຍເລືອດເນື້ອ. ນັ້ນກໍ່ແມ່ນຄວາມປາຖະໜາສຸດທ້າຍທີ່ສັກກະລະບູຊາຂອງປະທານໂຮ່ຈີມິນ, ແມ່ນທາດກາວທີ່ຕິດພັນພັກ ກັບປະຊາຊົນໃຫ້ເປັນອັນໜຶ່ງອັນດຽວກັນ.

ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ກັບພັກ, ລັດ ເປັນຊັບສົມບັດອັນລ້ຳຄ່າ, ແມ່ນພື້ນຖານອັນໝັ້ນແກ່ນທີ່ສຸດ, ຕ້ອງໄດ້ເຄົາລົບ, ເພີ່ມພູນຄູນສ້າງ, ຖືສິ່ງນີ້ແມ່ນໜ້າທີ່ທີ່ມີລັກສະນະເປັນຕາຍ. ຢາກເຮັດໄດ້ຄືແນວນັ້ນ, ພະນັກງານ, ສະມາຊິກພັກ ແຕ່ລະຄົນຕ້ອງ “ດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ສັດຊື່, ບໍລິສຸດ, ເຫັນແກ່ສ່ວນລວມ, ບໍ່ເຫັນແກ່ສ່ວນຕົວ”, ເປັນແບບຢ່າງທີ່ໃສແຈ້ງ, ເຄົາລົບນັບຖືປະຊາຊົນ, ຍົກສູງກຳລັງຄວາມສາມາດ, ຄວາມຮັບຜິດຊອບ; ຕ້ອງປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່.

ໂດຍ: ແສງເດືອນ