ກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ ອັດສະລິຍະ, ທັນສະໄໝ
ກປ.ອອນໄລ - ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ເປົ້າໝາຍພັດທະນາທ່າອາກາດສະຍານສາກົນ ຢາບິ່ງ ຕາມທິດຮັບໃຊ້ໃນຂົງເຂດພົນລະເມືອງ ແລະການທະຫານ, ຕິດພັນການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ຕອນເຊົ້າວັນທີ 7 ມີນາ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ກວດກາສະພາບການຜັນຂະຫຍາຍປະຕິບັດ ແລະແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອຊຸກຍູ້ໂຄງການກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ, ແຂວງບັກນິງ ແລະບັນດາໂຄງການທີ່ກ່ຽວຂ້ອງ; ກໍຄືເສັ້ນທາງເຊື່ອມຕໍ່ທ່າອາກາດສະຍານສາກົນ ຢາບິ່ງ ກັບນະຄອນຫຼວງຮ່າໂນ້ຍ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກວດກາສະພາບການຜັນຂະຫຍາຍປະຕິບັດ ແລະແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອຊຸກຍູ້ໂຄງການກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ, ແຂວງບັກນິງ. ພາບ: ສໍານັກຂ່າວສານຫວຽດນາມ. |
ພາຍຫຼັງການກວດກາ, ຢ້ຽມຢາມ, ໃຫ້ກໍາລັງໃຈບັນດາກໍາລັງທີ່ພວມກໍ່ສ້າງໃນບັນດາສະຖານທີ່ກໍ່ສ້າງ, ທ່ານ ຟ້າມມິງຈີ້ງ ໄດ້ເຮັດວຽກກັບການນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກ່ຽວກັບສະພາບການຜັນຂະຫຍາຍປະຕິບັດ, ພິເສດແມ່ນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອຊຸກຍູ້ການຜັນຂະຫຍາຍປະຕິບັດບັນດາໂຄງການ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ເປົ້າໝາຍພັດທະນາທ່າອາກາດສະຍານສາກົນ ຢາບິ່ງ ຕາມທິດຮັບໃຊ້ໃນຂົງເຂດພົນລະເມືອງ ແລະການທະຫານ, ຕິດພັນການພັດທະນາເສດຖະກິດ-ສັງຄົມກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ກໍ່ສ້າງທ່າອາກາດສະຍານສາກົນ ແຫ່ງນີ້ຕາມທິດອັດສະລິຍະ, ສີວິໄລ, ທັນສະໄໝ; ພ້ອມທັງກໍ່ສ້າງເຂດເສດຖະກິດການບິນ, ຕາມທິດເປີດ, ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕາມທ່ານ ນາຍົກລັດຖະມົນຕີ, ການລົງທຶນກໍ່ສ້າງທ່າອາກາດສະຍານສາກົນຢາບິ່ງ ແລະລະບົບນິເວດ ຈະເປີດພື້ນທີ່ພັດທະນາໃໝ່ໃຫ້ແກ່ບັກນິງ, ຮ່າໂນ້ຍ ແລະເຊື່ອມຕໍ່ກັບຫາຍຟ່ອງ, ກວ໋າງນິງ; ເຊື່ອມຕໍ່ການຄົມມະນາຄົມທີ່ທັນສະໄໝໃນເຂດທົ່ງພຽງແມ່ນໍ້າແດງ ກັບບັນດາແຂວງພາກຕາເວັນຕົກສ່ຽງໃຕ້ຂອງ ຈີນ ແລະເຊື່ອມຕໍ່ສາກົນທາງທະເລ.
ໂຄງການທ່າອາກາດສະຍານສາກົນ ຢາບິ່ງ ໄດ້ກໍ່ສ້າງຢູ່ບັນດາຕາແສງ: ຢາບິ່ງ, ເລືອງຕາຍ, ເຍິນຖັ໋ງ ແລະເລິມທາວຂອງແຂວງບັກນິງ. ທ່າອາກາດສະຍານສາກົນຢາບິ່ງ ສາມາດຮອງຮັບຜູ້ໂດຍສານ 30 ລ້ານຄົນ ແລະສິນຄ້າ 1,6 ລ້ານໂຕນ/ປີ ໄລຍະຮອດປີ 2030; ສາມາດຮອງຮັບຜູ້ໂດຍສານ 50 ລ້ານຄົນ ແລະສິນຄ້າ 2,5 ລ້ານໂຕນ ຮອດປີ 2050. ໃນສະເພາະໜ້າ, ແຕ່ປີ 2025-2027 ໃຫ້ກໍ່ສ້າງສໍາເລັດກິດຈະກໍາຕ່າງໆທີ່ຈໍາເປັນ ເພື່ອຮັບໃຊ້ກອງປະຊຸມສຸດຍອດ APEC ປີ 2027.
ໂດຍ: ໄຊຊະນະ