ພວກເຮົາມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນຊຸມປີຜ່ານມາ, ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ, ມໍລະດົກອັນລ້ຳຄ່າໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ການນໍາລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດກໍ່ຕັ້ງພື້ນຖານ, ໄດ້ຮັບການເພີ່ມພູນຄູນສ້າງ ແລະເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມໄວ້ວາງໃຈດ້ານຍຸດທະສາດສືບຕໍ່ໄດ້ຮັບການປັບປຸງ, ຮັດແໜ້ນ, ຮັກສາບົດບາດຫຼັກແຫຼ່ງ ແລະກໍານົດທິດສັງລວມຂອງການພົວພັນສອງຝ່າຍ. ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍ ແລະເສີມຂະຫຍາຍກົນໄກການຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນການພົບປະຂັ້ນສູງລະຫວ່າງສອງພັກ, ການພົບປະ ແລະແລກປ່ຽນລະຫວ່າງເລຂາທິການໃຫຍ່ສອງທ່ານ, ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ໂດຍນາຍົກລັດຖະມົນຕີສອງທ່ານ ເປັນປະທານ, ການພົບປະລະຫວ່າງປະທານສະພາແຫ່ງຊາດສອງທ່ານ ພ້ອມດ້ວຍກິດຈະກໍາທີ່ສໍາຄັນຂອງການນໍາຂັ້ນສູງຕ່າງໆສອງພັກ, ສອງລັດ ອີກດ້ວຍ.
ສາມາດຢືນຢັນໄດ້ວ່າ ການຢ້ຽມຢາມທາງລັດຖະກິດຢູ່ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຊາດລາວ ແລະເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງສອງພັກ (ໃນລະຫວ່າງວັນທີ 1 ຫາວັນທີ 2 ທັນວາ 2025) ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ມີຄວາມໝາຍປະຫວັດສາດເມື່ອການນໍາຂັ້ນສູງສອງປະເທດເຫັນດີເປັນເອກະພາບເພີ່ມເຕີມເນື້ອໃນໃໝ່ເພື່ອເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າເກົ່າ ແລະຍົກສູງຂຶ້ນສູ່ “ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ”. ນີ້ແມ່ນການຢືນຢັນວິໄສທັດລວມ, ຜົນປະໂຫຍດຍຸດທະສາດທີ່ສະຫຼັບກັນ ແລະການກໍານົດທິດຮ່ວມເດີນທາງອັນຍາວນານ, ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນລວມຂອງສອງຊາດ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: nhandan.vn |
ພ້ອມກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການທູດລະຫວ່າງສອງປະເທດໄດ້ຮັກສາໄວ້ຢ່າງໝັ້ນຄົງ ແລະສືບຕໍ່ພັດທະນາ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ, ປະກົດມີຈຸດພົ້ນເດັ່ນໃໝ່; ການຮ່ວມມືດ້ານວັດທະນະທໍາ, ການສຶກສາ, ວິທະຍາສາດ ແລະເຕັກນິກໄດ້ຊຸກຍູ້ຢ່າງແຂງແຮງ, ບັນລຸໝາກຜົນແທດຈິງຫຼາຍຢ່າງ; ການພົວພັນລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ອົງການລັດຖະບານ, ສະພາແຫ່ງຊາດ ແລະທ້ອງຖິ່ນສອງປະເທດໄດ້ຮັບການຍູ້ແຮງ, ເສີມຂະຫຍາຍນັບມື້ນັບແທດຈິງ.
ການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດພິເສດສໍາຄັນ ແລະແມ່ນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດຂອງການນໍາຫຼັກແຫຼ່ງປະເທດຫວຽດນາມ ໃນປີ 2026. ຍິ່ງມີຄວາມໝາຍຫຼາຍກວ່າ ເພາະວ່າ ລາວ ແມ່ນປະເທດທໍາອິດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່ ໄປຢ້ຽມຢາມພາຍຫຼັງຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV ຄືນໃໝ່, ຜ່ານນັ້ນສະແດງໃຫ້ເຫັນການຖືເປັນສໍາຄັນ, ການໃຫ້ບຸລິມະສິດສູງສຸດຂອງພັກ ແລະລັດຫວຽດນາມ ຕໍ່ການພົວພັນ ຫວຽດນາມ-ລາວ; ພ້ອມທັງຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນລະຫວ່າງການນໍາຂັ້ນສູງສອງປະເທດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ໄປຢ້ຽມຢາມປະເທດລາວ ອ້າຍນ້ອງ ໄດ້ນຳເອົາສານທີ່ເຄີຍຢືນຢັນມາຫຼາຍເທື່ອແລ້ວ, ນັ້ນແມ່ນໃນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນການຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ໃຫ້ບຸລິມະສິດແຖວໜ້າຂອງຫວຽດນາມ ແມ່ນຊຸກຍູ້ການພົວພັນກັບບ້ານໃກ້ເຮືອນຄຽງມິດຕະພາບ, ເພື່ອນມິດທີ່ເປັນມູນເຊື້ອ. ການຢ້ຽມຢາມ ກໍ່ຢືນຢັນການສະໜັບສະໜູນຢ່າງແຂງແຮງຂອງຫວຽດນາມ ທີ່ມີຕໍ່ລາວ ໃນກິິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດລາວ, ປະກອບສ່ວນໜູນຊ່ວຍລາວ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຢ່າງມີໄຊ.
ມີຄວາມເບີກບານມ່ວນຊື່ນຮ່ວມກັນເມື່ອຫວຽດນາມ ແລະລາວ ຈັດຕ້ັງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດຂອງແຕ່ລະພັກ ປະສົບຜົນສຳເລັດ; ສອງປະເທດໄດ້ຕ້ອນຮັບປີໃໝ່ດ້ວຍຄວາມຫວັງໃໝ່, ການຢ້ຽມຢາມຂອງທ່ານ ໂຕເລິມ ໄດ້ເຮັດໃຫ້ພວກເຮົາມີຄວາມເຊື່ອໝັ້ນຕໍ່ພະລັງຊີວິດຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ຕື່ມອີກ.
ປະຊາຊົນສອງປະເທດກໍ່ຫວັງວ່າ ການພົວພັນນັ້ນຈະນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຍຸດທະສາດ ແລະສະພາບການປະຫວັດສາດໃໝ່.
ໂດຍ: ໄຊນີດາ