ນັບແຕ່ວັນກຳເນີດ ແລະພັດທະນາ, ພັກກອມມູນິດຫວຽດນາມ ໄດ້ຢັ້ງຢືນບົດບາດແມ່ນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ. ຈາກປະເທດຖືກກົດຂີ່ຂູດຮີດ, ເປັນຂ້າທາດ, ພາຍໃຕ້ການນຳພາຂອງພັກ ແລະປະທານໂຮ່ຈີມິນ, ປະຊາຊົນຫວຽດນາມ ບັນລຸໄດ້ຄວາມສຳເລັດທີ່ມະຫັດສະຈັນ: ຍາດໄດ້ເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ, ກໍ່ສ້າງລັດທິສັງຄົມນິຍົມເທື່ອລະກ້າວ, ນຳປະເທດພັດທະນາຢ່າງບໍ່ຢຸດຢັ້ງ ແລະເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກວ້າງຂວາງ. ປະຫວັດສາດການປະຕິວັດຫວຽດນາມ ໄດ້ຢືນຢັນສັດຈະທຳຢ່າງເລິກເຊິ່ງວ່າ: ຢູ່ໃສມີການນຳພາຢ່າງຖືກຕ້ອງຂອງພັກ, ຢູ່ບ່ອນນັ້ນມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມສາມັກຄີ ແລະມີໄຊ.

leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: qdnd.vn

ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປີນີ້ໃນສະພາບປະເທດ ສືບຕໍ່ຍາດໄດ້ຜົນງານທີ່ສຳຄັນ, ຮອບດ້ານໃນທຸກຂົງເຂດ. ບັນດາໝາກຜົນດັ່ງກ່າວແມ່ນການເຕົ້າໂຮມສະຕິປັນຍາ, ຄຸນທາດ ແລະເຈດຈຳນົງອັນອົງອາດກ້າແກ່ນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ; ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາສຳລັບແນວທາງອັນຖືກຕ້ອງ ແລະກຳລັງຄວາມສາມາດນຳພາຂອງພັກ ໃນການນຳພາພາລະກິດການປະຕິວັດ ຫວຽດນາມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຈາກພຶດຕິກຳຕົວຈິງດັ່ງກ່າວນັ້ນ, ບັນຍາກາດ ແລະຈິດໃຈໃໝ່ກຳລັງພຸ່ງສູງຂຶ້ນຢ່າງແຂງແຮງໃນທົ່ວສັງຄົມ. ນັ້ນແມ່ນບັນຍາກາດ ແລະຈິດໃຈຂອງຄວາມໄວ້ເນື້ອເຊື່ອໃຈທີ່ໄດ້ຮັບການປັບປຸງຢ່າງໝັ້ນແກ່ນ, ຂອງເຈດຈຳນົງທີ່ໄດ້ຫຼໍ່ຫຼອມ, ຂອງຈິດໃຈການກະທຳການປະຕິວັດທີ່ໄດ້ແຜ່ຂະຫຍາຍນັບແຕ່ສູນກາງຈົນຮອດຮາກຖານ. ຍິ່ງກວ່າເວລາໃດໝົດ, ຄວາມຮຽກຮ້ອງຕ້ອງການວາງອອກໃຫ້ພັກ ແມ່ນສືບຕໍ່ຍົກສູງກຳລັງຄວາມສາມາດນຳພາ, ກຳລັງແຮງສູ້ຮົບ; ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່, ປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຂອງຖັນແຖວພະນັກງານ, ສະມາຊິກພັກ; ເພີ່ມທະວີລະບຽບວິໄນ; ປັບປຸງການພົວພັນເລືອດເນື້ອເຊື່ອໄຂລະຫວ່າງພັກ ກັບປະຊາຊົນໃຫ້ໜັກແໜ້ນ.

ໃນບັນຍາກາດ ແລະຈິດໃຈດັ່ງກ່າວນັ້ນ, ກອງທັບປະຊາຊົນຫວຽດນາມ ສືບຕໍ່ຢືນຢັນບົດບາດພິເສດສຳຄັນ: ແມ່ນກຳລັງການເມືອງ, ກຳລັງສູ້ຮົບທີ່ຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນ; ເປັນເຈົ້າການກໍ່ສ້າງກອງທັບປະຕິບັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ. ພາຍໃຕ້ການນຳພາຢ່າງເດັດຂາດ, ໂດຍກົງ ກ່ຽວກັບທຸກດ້ານຂອງພັກ, ກອງທັບ ສືບຕໍ່ຮັກສາທາດແທ້ຊົນຊັ້ນກຳມະກອນ, ຢຶດໝັ້ນເປົ້າໝາຍ, ອຸດົມການສູ້ຮົບ; ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຢ່າງແຂງແຮງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ນັບມື້ນັບສູງຂອງພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກ ໃນທ່າມກາງບັນຍາກາດຂອງລະດູບານໃໝ່ ແລະບັນຍາກາດ-ຈິດໃຈໃໝ່, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບປະຊາຊົນຫວຽດນາມ ຍິ່ງມີຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອອັນສະຫງ່າລາສີຂອງພັກ, ຍິ່ງມີຄວາມເຊື່ອໝັ້ນຕໍ່ເສັ້ນທາງທີ່ໄດ້ເລືອກເອົາ. ພາຍໃຕ້ຄັນທຸງພັກ ທີ່ມີກຽດສະຫງ່າ, ດ້ວຍຈິດໃຈສາມັກຄີ, ເປັນເອກະພາບ ແລະຄວາມຕັດສິນໃຈກະທຳຢ່າງສູງສຸດ, ພວກເຮົາຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ປະກົດຜົນເປັນຈິງໃນພຶດຕິກໍາ, ສ້າງໜ້າປະຫວັດສາດອັນສະຫງ່າລາສີຂອງການປະຕິວັດຫວຽດນາມ, ສ້າງສາປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ມີຄວາມຜາສຸກ.

ໂດຍ: ແສງເດືອນ