ເຖິງວ່າໃນເບື້ອງຕົ້ນຍັງຮູ້ສຶກງົງໆຢູ່ກໍ່ຕາມ, ແຕ່ລະບົບການບໍລິຫານຢູ່ຂັ້ນຮາກຖານພວມມານະພະຍາຍາມເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ, ຄ່ອຍໆປັບຕົວເຂົ້າກັບວິທີການໃໝ່ເພື່ອຮັບໃຊ້ປະຊາຊົນ, ປະຕິບັດໜ້າທີ່ຂອງຕົນໃຫ້ນັບມື້ນັບດີກວ່າ.
ປີກາຍນີ້, ປະເທດຫວຽດນາມ ໄດ້ປະສົບກັບພາຍຸ, ນ້ຳຖ້ວມ ແລະໄພພິບັດທາງທຳມະຊາດຫຼາຍຄັ້ງ ແລະລ້ວນແຕ່ຢູ່ໃນລະດັບຮ້າຍແຮງທີ່ບໍ່ເຄີຍມີມາກ່ອນ. ຫຼາຍທ້ອງຖິ່ນໄດ້ປະສົບກັບພາຍຸ ແລະນ້ຳຖ້ວມຕິດຕໍ່ກັນ, ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະຊັບສິນຢ່າງຫຼວງຫຼາຍ ເຊິ່ງບໍ່ສາມາດອະທິບາຍໄດ້. ແຕ່ລະຄັ້ງທີ່ໄດ້ຮັບຟັງການພະຍາກອນອາກາດກ່ຽວກັບພາຍຸ, ພາຍຸເຂດຮ້ອນທີ່ຈະພັດເຂົ້າຫວຽດນາມ, ເຮັດໃຫ້ແຕ່ລະຄົນເຈັບປວດ, ຫົດຫູ່ຍ້ອນຄວາມເປັນຫ່ວງເປັນໄຍຕໍ່ພີ່ນ້ອງຮ່ວມຊາດ.
ພ້ອມກັນນັ້ນ, ສະພາບການໂລກມີການຜັນແປບໍ່ສະດວກ, ບໍ່ສາມາດຄາດຄະເນລ່ວງໜ້າໄດ້, ເຊິ່ງໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງປະເທດ.
    |
 |
|
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ. |
ຫຼັງຈາກຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍເຫຼົ່ານີ້, ໃນປີຜ່ານມາ, ພື້ນຖານເສດຖະກິດຫວຽດນາມ ໄດ້ເຕີບໂຕຫຼາຍກວ່າ 8%, ເປັນໜຶ່ງໃນບັນດາປະເທດທີ່ມີການເຕີບໂຕສູງທີ່ສຸດໃນໂລກ. ເສດຖະກິດມະຫາພາກໄດ້ຮັບການຮັກສາໄວ້ໂດຍພື້ນຖານ. ຜົນສະທ້ອນຂອງໄພພິບັດທາງທຳມະຊາດໄດ້ຮັບການແກ້ໄຂຢ່າງວ່ອງໄວ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຮັບປະກັນ. ພື້ນຖານໂຄງລ່າງຂອງປະເທດໄດ້ຮັບການກໍ່ສ້າງ ແລະສຳເລັດດ້ວຍລະດັບໄວ, ພິເສດແມ່ນໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ, ທ່າອາກາດສະຍານສາກົນ, ໂຮງງານຜະລິດໄຟຟ້າ, ສາຍສົ່ງໄຟຟ້າ, ຕົວເມືອງໃຫຍ່... ໄດ້ສ້າງປະຖົມປັດໄຈທີ່ສຳຄັນເພື່ອໃຫ້ປະເທດເພີ່ມຄວາມໄວພັດທະນາໃນໄລຍະຍາວ.
ຜົນງານທັງໝົດນັ້ນຂອງປະເທດແມ່ນມາຈາກການນຳພາຂອງພັກ, ການຮ່ວມເດີນທາງຂອງສະພາແຫ່ງຊາດ, ການບໍລິຫານທີ່ຂ້ຽວຂາດ, ເໝາະສົມກັບສະພາບການຂອງລັດຖະບານ, ຄວາມມານະພະຍາຍາມຂອງທັງລະບົບການເມືອງ ແລະປະຊາຊົນທຸກຖ້ວນໜ້າ. ພິເສດແມ່ນໃນຊ່ວງເວລາທີ່ຫຍຸ້ງຍາກ, ເກີດພາຍຸ, ນໍ້າຖ້ວມ, ໄພພິບັດທາງທຳມະຊາດ, ຮູບພາບຂອງພະນັກງານ, ນັກຮົບຂອງກອງທັບຫວຽດນາມ ຍິ່ງປະກາຍແສງຂຶ້ນ: ສຳເລັດການກໍ່ສ້າງຂົວຟອງເຈົາ ໃນເວລາພຽງ 9 ເດືອນ; ນຳໜ້າໃນໂຄງການລົບລ້າງເຮືອນຊົ່ວຄາວ, ເຮືອນເປ່ເພ; ເປັນກຳລັງຫຼັກແຫຼ່ງໃນການແກ້ໄຂຜົນເສຍຫາຍທີ່ເກີດຈາກພາຍຸ, ນໍ້າຖ້ວມ, ໄພພິບັດທາງທໍາມະຊາດ, ລະດົມພະນັກງານ, ນັກຮົບຫຼາຍສິບໝື່ນຄົນໄປປະຕິບັດ "ບັ້ນເຄື່ອນໄຫວ ກວາງຈຸງ" ເພື່ອສ້ອມແປງ, ກໍ່ສ້າງເຮືອນໃໝ່ໃຫ້ແກ່ຜູ້ທີ່ສູນເສຍເຮືອນຊານຍ້ອນພາຍຸນໍ້າຖ້ວມໃນພາກກາງຫວຽດນາມ. ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະແດງອອກໃຫ້ເຫັນຢ່າງຈະແຈ້ງເຖິງຄຸນສົມບັດສິນທໍາຂອງທະຫານລຸງໂຮ່, ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ຍາມໃດກໍ່ເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ກໍາລັງຈະດໍາເນີນ. ເຊື່ອໝັ້ນຢ່າງແນວແນ່ວ່າ, ດ້ວຍການສຸມໃສ່ສະຕິປັນຍາ, ຄວາມຮັບຜິດຊອບ, ດ້ວຍປະສົບການ ແລະຄຸນທາດການເມືອງທີ່ໜັກແໜ້ນ, ການຮັບຟັງ ແລະຮັບເອົາຄຳເຫັນປະກອບຂອງປະຊາຊົນ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະປະສົບຜົນສໍາເລັດຢ່າງດີງາມໂດຍມີລັດຖະນະໂຍບາຍທີ່ບຸກທະລຸ, ນໍາພາການພັດທະນາປະເທດໃນໄລຍະຕໍ່ໜ້າ.
ໃນປີໃໝ່ 2026, ປະເທດຫວຽດນາມ ສູ້ຊົນໃຫ້ບັນລຸເປົ້າໝາຍການເຕີບໂຕຂອງ GDP 10% ຂຶ້ນໄປ. ນີ້ແມ່ນເປົ້າໝາຍການເຕີບໂຕທີ່ສູງຫຼາຍ, ຮຽກຮ້ອງໃຫ້ແຕ່ລະຄົນ ຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງ ແລະການບໍລິຫານຂອງລັດ, ມີຄວາມໄວ້ເນື້ອເຊື່ອໃຈຕໍ່ອະນາຄົດອັນສົດໃສຂອງຕົນເອງ ແລະປະເທດຊາດ, ເພື່ອມານະພະຍາຍາມເຮັດວຽກ, ອອກແຮງງານ, ຮໍ່າຮຽນ, ປະຕິບັດໜ້າທີ່ຂອງຕົນໃຫ້ດີຂຶ້ນກວ່າເກົ່າ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດ.
ໂດຍ: ຈາງຫງວຽນ