leftcenterrightdel
 
leftcenterrightdel
ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງໄດ້ຮັບຊໍ່ດອກໄມ້ຈາກພວກນ້ອງເຍົາວະຊົນທີ່ມອບໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່ ໂຕເລິມ ກ້າວຂຶ້ນເວທີ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່ ໂຕເລິມ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ.

leftcenterrightdel
 
leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ. ພາບ: ສໍານັກຂ່າວສານຫວຽດນາມ

ຕໍ່ໄປ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດໍາເນີນການທັກທາຍສະບາຍດີ ແລະແນະນຳສະມາຊິກຄະນະຂອງສອງປະເທດ ທີ່ເຂົ້າຮ່ວມພິທີຕ້ອນຮັບ.

ເນື່ອງໃນໂອກາດການຢ້ຽມຢາມ, ສອງຝ່າຍຄາດວ່າຈະລົງນາມເອກະສານຮ່ວມມືທີ່ສຳຄັນຈຳນວນໜຶ່ງ, ສ້າງຂອບນິຕິກຳ, ເປີດທິດທາງຮ່ວມມືໃໝ່ທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດ ແລະຜົນປະໂຫຍດລວມຂອງສອງຊາດ, ສືບຕໍ່ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງຫວຽດນາມ-ລາວ ເລິກເຊິ່ງກວ່າອີກໃນສະພາບການໃໝ່.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ມີຄວາມໝາຍໃນການຢ້ຽມຢາມຄັ້ງນີ້ຈະສືບຕໍ່ໄດ້ຮັບການປັບປຸງ, ຢືນຢັນຄວາມຮັບຮູ້ລວມຂັ້ນສູງລະຫວ່າງການນຳສອງປະເທດ, ເນັ້ນໜັກວ່ານໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ເປັນຊັບສົມບັດອັນລໍ້າຄ່າ, ແມ່ນປັດໄຈສຳຄັນ ແລະຫຼັກແຫຼ່ງໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ.

ໂດຍ: ຈາງຫງວຽນ