ນັກຂ່າວ: ຂໍທ່ານ ຈົ່ງໃຫ້ຮູ້ຈຸດປະສົງ, ຄວາມໝາຍ, ຈຸດພົ້ນເດັ່ນ, ຈຸດແຕກຕ່າງຂອງເທດສະການຫວຽດນາມ-ຍີ່ປຸ່ນ ປີນີ້ເມື່ອທຽບໃສ່ກັບທຸກປີ? ຈຸດປະສົງຂອງ JICA ເມື່ອເຂົ້າຮ່ວມເທດສະການນີ້ແມ່ນຫຍັງ?
    |
 |
|
ທ່ານ Kobayashi Yosuke ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ປະຈໍາຫວຽດນາມ. ພາບ: JICA ສະໜອງ. |
ທ່ານ Kobayashi Yosuke: ໃນປະຊາຄົມສາກົນປັດຈຸບັນ, ບ່ອນທີ່ບັນດາປະເທດມີຄວາມຜູກພັນກັນດ້ວຍການເພິ່ງພາອາໄສເຊິ່ງກັນແລະກັນຢ່າງເລິກເຊິ່ງ, ການຮັກສາ ແລະຂະຫຍາຍຂົງເຂດການຮ່ວມມືແມ່ນມີຄວາມຈຳເປັນ ເພື່ອຮັບປະກັນສັນຕິພາບໃນພາກພື້ນ ແລະທົ່ວໂລກ, ກໍຄື ສົ່ງເສີມການພັດທະນາແບບຍືນຍົງ. ພວກຂ້າພະເຈົ້າ ຕັ້ງໜ້າເຂົ້າຮ່ວມເທດສະການຫວຽດນາມ-ຍີ່ປຸ່ນ ເພາະວ່າພວກຂ້າພະເຈົ້າ ເຫັນວ່າ ເທດສະການດັ່ງກ່າວ ກໍ່ມຸ່ງໄປເຖິງເປົ້າໝາຍເພີ່ມທະວີການພົບປະແລກປ່ຽນໂດຍກົງ ລະຫວ່າງປະຊາຊົນຫວຽດນາມ ແລະຍີ່ປຸ່ນ, ເຊິ່ງແມ່ນປັດໄຈສຳຄັນສຳລັບສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງໃນພາກພື້ນ ແລະທົ່ວໂລກ.
ຂ້າພະເຈົ້າ ໄດ້ຮູ້ວ່າ ຢູ່ທີ່ນີ້ ປະຊາຊົນຫຼາຍຄົນບໍ່ແມ່ນຊາວນະຄອນໂຮ່ຈີມິນ, ຊໍ້າບໍ່ໜໍາບໍ່ແມ່ນພົນລະເມືອງຫວຽດນາມ ກໍ່ເຂົ້າຮ່ວມເທດສະການ, ແລະພວກຂ້າພະເຈົ້າ ຫວັງວ່າຈະປະກອບສ່ວນເຂົ້າໃນການຂະຫຍາຍ ແລະເພີ່ມທະວີການເຊື່ອມຕໍ່ໂດຍກົງລະຫວ່າງຄົນກັບຄົນໃນຊຸມຊົນທີ່ເຂົ້າຮ່ວມ.
ນັກຂ່າວ: ເທດສະການປີນີ້ມີຫຍັງພິເສດບໍ, ຂໍຮຽນທ່ານ?
ທ່ານ Kobayashi Yosuke: ເທດສະການປີນີ້ ແມ່ນຄັ້ງທີ 5 ທີ່ ພວກຂ້າພະເຈົ້າ ໄດ້ເຂົ້າຮ່ວມ. ກໍຄືຊຸມປີຜ່ານມາ, ພວກຂ້າພະເຈົ້າ ຢາກແນະນໍາໃຫ້ບັນດາຂົງເຂດເຄື່ອນໄຫວທີ່ຫຼາກຫຼາຍຂອງ JICA ຢູ່ຫວຽດນາມໃຫ້ປະຊາຊົນ, ພ້ອມທັງປະກອບສ່ວນເຂົ້າໃນການສົ່ງເສີມການພົບປະແລກປ່ຽນລະຫວ່າງປະຊາຊົນ.
    |
 |
|
ບັນດາຜູ້ແທນຊົມຮ້ານວາງສະແດງຂອງ JICA ທີ່ເທດສະການ ຫວຽດນາມ-ຍີ່ປຸ່ນ. ພາບ: JICA ສະໜອງ. |
ດ້ວຍເປົ້າໝາຍນັ້ນ, ພວກຂ້າພະເຈົ້າ ຈຶ່ງໄດ້ສ້າງຮ້ານວາງສະແດງປິ່ນອ້ອມ 3 ຫົວຂໍ້: ການສຶກສາ; ການທ່ອງທ່ຽວ ແລະພັດທະນາທ້ອງຖິ່ນໂດຍ ອາສາສະໝັກໂຄງການຮ່ວມມືຕ່າງປະເທດຂອງຍີ່ປຸ່ນ ປະຕິບັດ; ພັດທະນາຊັບພະຍາກອນມະນຸດ, ຜ່ານນັ້ນແນະນໍາບັນດາໂຄງການທີ່ກ່ຽວຂ້ອງ.
ຕົວຢ່າງຄື ທີ່ຮ້ານວາງສະແດງຄັ້ງນີ້, ພວກຂ້າພະເຈົ້າ ໄດ້ວາງສະແດງ ແລະນຳສະເໜີຫຸ່ນຍົນໂດຍນັກສຶກສາຂະແໜງເຕັກນິກຂອງມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ປະຕິບັດ. ມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ໄດ້ສ້າງຕັ້ງຂຶ້ນ ໃນປີ 2016 ປຽບເໝືອນດັ່ງເປັນສັນຍາລັກແຫ່ງນໍ້າໃຈມິດຕະພາບລະຫວ່າງຫວຽດນາມ ແລະຍີ່ປຸ່ນ. ຝ່າຍຍີ່ປຸ່ນ ໄດ້ໜູນຊ່ວຍໂຮງຮຽນຜ່ານໂຄງການຮ່ວມມືດ້ານເຕັກນິກ, ໃນນັ້ນມີການສ້າງຫຼັກສູດບໍາລຸງສ້າງລະດັບປະລິນຍາໂທ ແລະສ້າງແອັບການສຶກສາ, ຄົ້ນຄວ້າ ແລະບໍລິຫານທີ່ມີຄຸນນະພາບສູງ. ປີ 2025, ທາງໂຮງຮຽນ ໄດ້ສືບຕໍ່ເປີດຫຼັກສູດໃໝ່ລະດັບປະລິນຍາຕີ ກ່ຽວກັບເຕັກໂນໂລຊີ semiconductor. ມາຮອດປັດຈຸບັນ, ມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ມີນັກສຶກສາກວ່າ 1.700 ຄົນ ທີ່ພວມສຶກສາຮໍ່າຮຽນຢູ່ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະປະລິນຍາເອກ.
ໜຶ່ງໃນບັນດາຊ່ອງທາງແລກປ່ຽນໂດຍກົງທີ່ສໍາຄັນທີ່ສຸດລະຫວ່າງປະຊາຊົນຫວຽດນາມ ແລະຍີ່ປຸ່ນ ແມ່ນຜ່ານຜູ້ອອກແຮງງານຫວຽດນາມ ທີ່ໄປເຮັດວຽກຢູ່ຍີ່ປຸ່ນ. ປັດຈຸບັນ, ມີແຮງງານຫວຽດນາມ ກວ່າ 600.000 ຄົນ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ຍີ່ປຸ່ນ, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດປະຈຳຖິ່ນ.
    |
 |
|
ອາສາສະໝັກ Sasaki Ryousuke (ຜູ້ຊາຍໃສ່ເສື້ອແພພື້ນເມືອງ) ໜູນຊ່ວຍພັດທະນາການທ່ອງທ່ຽວ ຢູ່ແຂວງເລິມດົ່ງ. ພາບ: JICA ສະໜອງ. |
ທີ່ຮ້ານວາງສະແດງ JICA ປີນີ້, ອາສາສະໝັກ JICA ພວມເຄື່ອນໄຫວໃນບັນດາຂົງເຂດການສຶກສາ, ການທ່ອງທ່ຽວ, ພັດທະນາຊຸມຊົນ, ຊາວໜຸ່ມ, ເຍົາວະຊົນ-ອະນຸຊົນຢູ່ຫວຽດນາມ ກໍ່ຈະເຂົ້າຮ່ວມໂດຍກົງ. ອາສາສະໝັກໂຄງການຮ່ວມມືຕ່າງປະເທດຂອງຍີ່ປຸ່ນ (JOCV) ເປັນຄັ້ງທໍາອິດ ຖືກສົ່ງມາຫວຽດນາມ ແມ່ນໃນປີ 1995. ປີ 2025 ແມ່ນປີສະເຫຼີມສະຫຼອງ ຄົບຮອບ 30 ປີ ທີ່ໂຄງການເຄື່ອນໄຫວຢູ່ຫວຽດນາມ.
ໃນ 3 ທົດສະວັດຜ່ານມາ, ອາສາສະໝັກຍີ່ປຸ່ນ ກວ່າ 770 ຄົນ ໄດ້ສົ່ງມາ ຫວຽດນາມ ໃນຫຼາຍຂົງເຂດ, ຄື: ການສຶກສາ, ການແພດ, ພັດທະນາຊຸມຊົນ, ການເຄື່ອນໄຫວຊາວໜຸ່ມ, ເຍົາວະຊົນ-ອະນຸຊົນ... ຢູ່ບັນດາແຂວງ ແລະນະຄອນໃນທົ່ວປະເທດ. ເຂົາເຈົ້າຢູ່ດ່ານໜ້າເພື່ອສົ່ງເສີມການເຊື່ອມຕໍ່ໂດຍກົງລະຫວ່າງປະຊາຊົນ ເຊິ່ງເປັນທິດນໍາທີ່ສໍາຄັນອັນໜຶ່ງໃນການຮ່ວມມືຂອງ JICA.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ໄຊຊະນະ