ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ມີການເຂົ້າຮ່ວມຂອງຜູ້ແທນທັງໝົດ 835 ສະຫາຍ  ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 421.800 ກວ່າສະຫາຍ ຈາກທົ່ວປະເທດ.

leftcenterrightdel
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII. ພາບ: nhandan.vn

ກອງປະຊຸມໃຫຍ່ໄດ້ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນປະຕິວັດລາວ, ບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (ໄລຍະ 2026-2030), ກົດລະບຽບພັກປະຊາຊົນປະຕິວັດລາວ ສະບັບປັບປຸງ ແລະມະຕິກອງປະຊຸມໃຫຍ່ ຄັ້ງທີ XII, ຜ່ານນັ້ນ, ວາງການກໍານົດທິດຍຸດທະສາດ, ແນວທາງການເມືອງ ແລະການຈັດຕັ້ງຂອງພັກປະຊາຊົນປະຕິວັດລາວ ກໍ່ຄືຂັ້ນຕອນພັດທະນາເສດຖະກິດ-ສັງຄົມໃຫ້ສອດຄ່ອງກັບສະພາບຕົວຈິງຂອງປະເທດ. ກອງປະຊຸມໃຫຍ່ຍັງໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດໃໝ່ເພື່ອນຳພາປະເທດລາວ ໃນ 5 ປີຕໍ່ໜ້າ.

ນັບແຕ່ສ້າງຕັ້ງມາໃນວັນທີ 22 ມີນາ 1955, ຜ່ານກອງປະຊຸມໃຫຍ່ຫຼາຍຄັ້ງ, ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າ ຜ່ານໄລຍະປະຫວັດສາດອັນສະຫງ່າລາສີ, ເຕັມໄປດ້ວຍຄວາມເຊື່ອໝັ້ນ, ຄວາມອົດທົນໃນເສັ້ນທາງທີ່ໄດ້ເລືອກເຟັ້ນ, ເຊື່ອໝັ້ນໃນອະນາຄົດອັນສົດໃສຂອງປະເທດ. ຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະມີຄວາມໝາຍປະຫວັດສາດ ເຊິ່ງປະຊາຊົນລາວ ຍາດມາໄດ້ເປັນການຢັ້ງຢືນແນວທາງອັນຖືກຕ້ອງ ແລະປະດິດສ້າງຂອງພັກປະຊາຊົນປະຕິວັດລາວ, ສະແດງໃຫ້ເຫັນຄຸນທາດການປະຕິວັດຢ່າງອົງອາດກ້າຫານຕໍ່ທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເຕັມໃຈສູ້ຊົນເພື່ອເປົ້າໝາຍເອກະລາດແຫ່ງຊາດ, ເພື່ອຄວາມຮັ່ງມີເຂັ້ມແຂງຂອງປະເທດ ແລະຄວາມຜາສຸກຂອງປະຊາຊົນຢ່າງສຸດອົກສຸດໃຈ, ພ້ອມທັງປະກອບສ່ວນຕັ້ງໜ້າໃຫ້ແກ່ພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະກ້າວຂຶ້ນສູ່ສັງຄົມນິຍົມໃນໂລກ. ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ອີກເທື່ອໜຶ່ງ ໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ເປັນເອກະພາບດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະແບບແຜນວິທີນໍາພາຂອງພັກປະຊາຊົນປະຕິວັດລາວ.

ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຮັບຮູ້ຢ່າງເລິກເຊິ່ງວ່າ, ທຸກໄຊຊະນະຂອງການປະຕິວັດຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືໃນກິດຈະການສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດ ໃນທຸກວັນນີ້ ລ້ວນແຕ່ຕິດພັນກັບນໍ້າໃຈສາມັກຄີແບບພິເສດ, ການສະໜັບສະໜູນຢ່າງແຂງແຮງ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ສຸດອົກສຸດໃຈ, ມີປະສິດທິຜົນຂອງພັກ, ລັດ ແລະປະຊາຊົນລາວອ້າຍນ້ອງ. ສະໜັບສະໜູນກິດຈະການປ່ຽນແປງໃໝ່ຂອງລາວ ຢ່າງແຂງແຮງ ແລະຮອບດ້ານ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຊື່ອໝັ້ນວ່າ, ການສືບທອດມູນເຊື້ອຂອງຄົນລຸ້ນກ່ອນ ແລະເສີມຂະຫຍາຍຜົນງານທີ່ບັນລຸໄດ້, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນກິດຈະການປ່ຽນແປງໃໝ່, ປະຕິບັດບັນດາເປົ້າໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ທີ່ໄດ້ວາງອອກ ຢ່າງມີໄຊ, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມ.

ເມື່ອຍັງມີຊີວິດຢູ່, ປະທານໂຮ່ຈີມິນ ເຄີຍຢັ້ງຢືນວ່າ: “ຫວຽດນາມ ແລະລາວ, ສອງປະເທດຂອງພວກເຮົາ ມີຄວາມຜູກພັນກັນຄືນໍ້າກັບປາ ແລະພາລະກິດປະຕິວັດຂອງພວກເຮົາແມ່ນຮ່ວມສໍາພັນກັນຢ່າງແໜ້ນແຟ້ນ ຄືເລືອດທີ່ໄຫຼມາຈາກກະແສດຽວກັນ”, ພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບພັກ, ລັດ, ປະຊາຊົນລາວບັນດາເຜົ່າ ປົກປັກຮັກສາ, ເພີ່ມພູນຄູນສ້າງ, ຖ່າຍທອດໃຫ້ຄົນລຸ້ນຫຼັງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ