ພົນເອກ ຫງວຽນເຕິນເກືອງ ຕ້ອນຮັບຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ
ກປ.ອອນໄລ - ຕອນບ່າຍວັນທີ 9 ມີນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ຕ້ອນຮັບທ່ານພົນໂທ ສາຍໃຈ ກົມມະສິດ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານພົນເອກ ຫງວຽນເຕິນເກືອງ ຕີລາຄາວ່າ ໃນໄລຍະຜ່ານມາການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ແທດຈິງ. ກອງທັບສອງປະເທດ ສືບຕໍ່ເປັນກໍາລັງນໍາໜ້າໃນການຜັນຂະຫຍາຍປະຕິບັດບັນດາການກໍານົດທິດ ເຊິ່ງການນໍາຂັ້ນສູງສອງປະເທດ ໄດ້ເຫັນດີເປັນເອກະພາບ, ປະກອບສ່ວນສໍາຄັນເຂົ້າໃນການຮັກສາ ແລະປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດເພື່ອພັດທະນາ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນໃຫ້ແກ່ທ່ານພົນໂທ ສາຍໃຈ ກົມມະສິດ. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍປະຕິບັດເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິພາບ, ສຸມໃສ່ເຂົ້າໃນການເພີ່ມທະວີການແລກປ່ຽນຄະນະຜູ້ແທນລະດັບສູງ; ຮັກສາກົນໄກປຶກສາຫາລື, ເຈລະຈາຢ່າງມີປະສິດທິພາບ, ໂດຍສະເພາະແມ່ນກົນໄກເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ສົມທົບກັນຈັດຕັ້ງສໍາເລັດກອງປະຊຸມພົບປະປະຈໍາປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກໍາປູເຈຍ ແລະການຝຶກຊ້ອມຮ່ວມລະຫວ່າງກອງທັບ 3 ປະເທດ ກ່ຽວກັບການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່; ເພີ່ມທະວີການຮ່ວມມືຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ...
ໂອກາດນີ້, ທ່ານພົນເອກ ຫງວຽນເຕິນເກືອງ ຍັງໄດ້ເຊື້ອເຊີນການນໍາຂັ້ນສູງກະຊວງປ້ອງກັນປະເທດ, ກອງທັບ ແລະວິສາຫະກິດປ້ອງກັນຊາດລາວ ເຂົ້າຮ່ວມ, ວາງສະແດງຜະລິດຕະພັນທີ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2026.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ແລະທ່ານພົນໂທ ສາຍໃຈ ກົມມະສິດ ພ້ອມກັບຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນໂທ ສາຍໃຈ ກົມມະສິດ ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ; ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ບັນດາຈຸດສຸມການຮ່ວມມືໃນໄລຍະຈະມາເຖິງທີ່ທ່ານພົນເອກ ຫງວຽນເຕິນເກືອງ ສະເໜີ. ທ່ານພົນໂທ ສາຍໃຈ ກົມມະສິດ ຫວັງວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ເຫັນດີເປັນເອກະພາບ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງກອງທັບເວົ້າສະເພາະ, ສອງປະເທດເວົ້າລວມ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ.
ໂດຍ: ໄຊຊະນະ