ໄຂງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ 2026
ໃນຕອນຄ່ຳວັນທີ 6 ມີນາ (ກົງກັບວັນທີ 18 ເດືອນຈຽງປີມະເມຍ), ຢູ່ເຂດມໍລະດົກໂລກກົນເຊີນ - ກຽບບາກ (ນະຄອນຫາຍຟ່ອງ) ໄດ້ດຳເນີນພິທີອາໄລຫາການເຖິງແກ່ມໍລະນະພາບຂອງພະພິກຂຸໃຫຍ່ທີສາມ ຈຸກເລິມ ຮວ່ຽນກວາງຕົນຢາ ແລະ ໄຂງານບຸນລະດູບານໃໝ່ ກົນເຊີນ - ກຽບບາກປີ 2026.
    |
 |
|
ລາຍການສະແດງສິລະປະໃນງານບຸນ. ພາບ: vov.vn |
ງານບຸນລະດູບານໃໝ່ກົນເຊີນ - ກຽບບາກ ປີ 2026 ຖືກຈັດຂຶ້ນແຕ່ວັນທີ 26 ກຸມພາ ຫາວັນທີ 11 ມີນາ 2026, ດ້ວຍຫຼາຍກິດຈະກຳທີ່ເປັນເອກະລັກສະເພາະ, ຄື: ພິທີຖະຫວາຍທູບທຽນ; ສັບປະດາວັດທະນະທຳ, ການທ່ອງທ່ຽວ ແລະ ສົ່ງເສີມການຄ້າງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ; ວັນບຸນອ່ານປຶ້ມມໍລະດົກ ແລະ ງານວາງສະແດງຕາມຫົວເລື່ອງ “ຈຸດເວລາມໍລະດົກ”…
ງານບຸນປີນີ້ມີຫຼາຍຈຸດໃໝ່, ທີ່ເປັນເອກະລັກສະເພາະ; ບັນດາພິທີທີ່ເປັນມູນເຊື້ອໄດ້ຮັບການຍົກສູງຂຶ້ນກ່ຽວກັບຂອບຂະໜາດ, ເຮັດໃຫ້ຄຸນຄ່າວັດທະນະທຳ, ແນວຄິດ ແລະຈິດໃຈຂອງພຸດທະສາສະໜານິກາຍ ຈຸກເລິມ ແລະ ຄຸນຄ່າມໍລະດົກວັດທະນະທຳໂລກ ກົນເຊີນ - ກຽບບາກ.
ທ່ານ ຫງວຽນບາແທັ່ງລອງ ຢູ່ນະຄອນ ຫາຍຟ່ອງ ເຂົ້າຮ່ວມງານບຸນດັ່ງກ່າວແບ່ງປັນວ່າ: “ງານບຸນປີນີ້ມີຈຸດໃໝ່ຫຼາຍຢ່າງ; ຄະນະຈັດຕັ້ງ ໄດ້ຈັດງານບຸນຢ່າງມີແບບມີແຜນ ແລະ ເຮັດໃຫຍ່ກວ່າທຸກໆປີ. ເຊິ່ງເປັນງານບຸນທີ່ມີຄວາມໝາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ