ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຟ້າມແທ່ັງນາມ, ຜູ້ອຳນວຍການຫໍພິພິທະພັນ ໂຕນດຶກຖັ໋ງ ໃຫ້ຮູ້ວ່າ: ງານວາງສະແດງໄດ້ຮັບການຈັດຕັ້ງເພື່ອຫວນຄືນ ແລະເຊີດຊູມູນເຊື້ອສາມັກຄີແບບພິເສດລະຫວ່າງສາມປະເທດຫວຽດນາມ-ລາວ-ກຳປູເຈຍ, ແມ່ນມໍລະດົກປະຫວັດສາດອັນລ້ຳຄ່າທີ່ໄດ້ສ້າງຂຶ້ນຜ່ານການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ສືບຕໍ່ໄດ້ຮັບການຮັກສາ ແລະເສີມຂະຫຍາຍໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

leftcenterrightdel
ຜູ້ແທນຕັດແຖບຜ້າໄຂງານວາງສະແດງດ້ວຍຫົວຂໍ້: “ນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ-ກຳປູເຈຍ”. ພາບ: ສໍານັກຂ່າວສານຫວຽດນາມ

ຜ່ານເອກະສານ, ຮູບພາບ, ວັດຖຸພັນກວ່າ 150 ຢ່າງ, ງານວາງສະແດງໄດ້ປະກອບສ່ວນວາດພາບເສັ້ນທາງປະຫວັດສາດອັນສະຫງ່າລາສີຂອງຄວາມສາມັກຄີລະຫວ່າງ 3 ປະເທດ, ພ້ອມກັນນັ້ນສຶກສາອົບຮົມກ່ຽວກັບມູນເຊື້ອການປະຕິວັດ, ເສີມສ້າງນ້ຳໃຈມິດຕະພາບສາກົນບໍລິສຸດຜຸດຜ່ອງໃຫ້ແກ່ຄົນຮຸ່ນໜຸ່ມ, ພິເສດແມ່ນນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິແທັງຖຸ໋ຍ, ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລານະຄອນໂຮ່ຈີມິນ ເນັ້ນໜັກວ່າ: ງານວາງສະແດງມີຄວາມໝາຍດ້ານການເມືອງ-ປະຫວັດສາດອັນເລິກເຊິ່ງ, ເມື່ອໄດ້ຮັບການໄດ້ຈັດຕັ້ງກົງກັບໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີລະຫວ່າງສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ. ນີ້ກໍ່ແມ່ນໂອກາດເພື່ອຫວນຄືນຂີດໝາຍແຫ່ງນໍ້າໃຈສາມັກຄີ, ພ້ອມກັນຜ່ານຜ່າທຸກສິ່ງທ້າທາຍຂອງ 3 ຊາດ, ສ້າງກຳລັງແຮງອັນໃຫຍ່ຫຼວງໃນການຕໍ່ສູ້ຍາດເອົາເອກະລາດ, ເສລີພາບຂອງແຕ່ລະປະເທດ.

leftcenterrightdel
ນັກສຶກສາຢ້ຽມຊົມງານວາງສະແດງດ້ວຍຫົວຂໍ້: “ນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ-ກຳປູເຈຍ”. ພາບ: ສໍານັກຂ່າວສານຫວຽດນາມ

ຜ່ານງານວາງສະແດງຄັ້ງນີ້, ຄະນະຈັດຕັ້ງ ປາດຖະໜາຢາກຈະປະກອບສ່ວນສຶກສາອົບຮົມກ່ຽວກັບມູນເຊື້ອການປະຕິວັດ, ເສີມສ້າງນ້ຳໃຈສາມັກຄີສາກົນ, ຍົກສູງຄວາມຮູ້ ແລະ ຄວາມຮັບຜິດຊອບຂອງຄົນຮຸ່ນໜຸ່ມ, ພິເສດແມ່ນບັນດານັກສຶກສາຫວຽດນາມ, ພ້ອມກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ. ຜ່ານນັ້ນສືບຕໍ່ເປັນການຢັ້ງຢືນ ແລະແຜ່ຂະຫຍາຍຄຸນຄ່າຍືນຍົງຂອງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ-ກຳປູເຈຍ ໃນສະພາບການເຊື່ອມໂຍງ ແລະພັດທະນາ.

ໂດຍ: ທູຈາງ