ນັກຂ່າວ: ຮຽນທ່ານຮອງລັດຖະມົນຕີຂໍທ່ານໃຫ້ຮູ້ໝາກຜົນພົ້ນເດັ່ນຂອງ ASEM ຄັ້ງທີ 13?

ຮອງລັດຖະມົນຕີຕ່າງປະເທດ ດັ້ງຮວ່າງຢາງ: ກອງປະຊຸມສຸດຍອດ ASEM ຄັ້ງທີ 13 ຈັດຕັ້ງຢູ່ກໍາປູເຈຍ ໃນສະຖານະການພິເສດທີ່ສຸດ. ກ່ອນອື່ນໝົດ, ນັ້ນແມ່ນເລື່ອງປີນີ້ພວກເຮົາສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງເວທີປາໄສ ASEM. ທີສອງແມ່ນໃນສະພາບພະຍາດໂຄວິດ-19 ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນໃນວິວັດແຫ່ງການຮ່ວມມື ASEM. ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍເຫຼົ່ານີ້ກໍ່ເປັນກາລະໂອກາດໃຫ້ບັນດາປະເທດ ASEM ເພື່ອແນໃສ່ຊຸກຍູ້ຄວາມສາມັກຄີ, ຮ່ວມແຮງຮ່ວມໃຈແກ້ໄຂສິ່ງທ້າທາຍລວມໃນທົ່ວໂລກ, ກໍ່ຄືລະຫວ່າງສອງທະວີບ ແລະຕ້ອງເຮັດແນວໃດເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງທະວີບອາຊີ-ເອີລົບ ໃນໄລຍະຈະມາເຖິງ. ຍ້ອນມີຄວາມໝາຍພິເສດຄືດັ່ງກ່າວ, ກອງປະຊຸມຄັ້ງນີ້ໄດ້ດຶງດູດການນໍາບັນດາປະເທດ ASEM ຫຼາຍທ່ານເຂົ້າຮ່ວມ, ດ້ວຍປະມຸກລັດເກືອບ 50 ທ່ານ. ບັນດາການນໍາໄດ້ມີການປຶກສາຫາລື, ແລກປ່ຽນຢ່າງມີເນື້ອແທ້, ຮອບດ້ານ, ວາງອອກທິດທາງຮ່ວມມືໃຫ້ວິວັດການ ASEM ໃນຊຸມປີຈະມາເຖິງ. ຜົນກອງປະຊຸມມີຄວາມຕັ້ງໜ້າເມື່ອຮັບຮອງເອົາເອກະສານສໍາຄັນ 3 ສະບັບ: ຖະແຫຼງການຂອງປະທານຂັ້ນສູງ ASEM; ຖະແຫຼງການກ່ຽວກັບການຟື້ນຟູພາຍຫຼັງພະຍາດໂຄວິດ-19 ແລະສໍາຄັນກວ່າໝູ່ແມ່ນຖະແຫຼງການກ່ຽວກັບການກໍານົດທິດເຊື່ອມຕໍ່ໃນ ASEM. ນີ້ແມ່ນຈຸດສຸມໃໝ່ຂອງ ASEM ໃນໄລຍະຈະມາເຖິງເພື່ອຊຸກຍູ້ການເຊື່ອມຈອດ, ການພັດທະນາຢ່າງສະໝ່ຳສະເໝີລະຫວ່າງບັນດາສະມາຊິກຂອງ ASEM ກໍ່ຄືຊຸກຍູ້ການແລກປ່ຽນສິນຄ້າ, ມະນຸດ, ຫຼີກເວັ້ນການຕັດຕອນໃນການແລກປ່ຽນດ້ານການຄ້າ. ຍ້ອນເຫດນັ້ນ, ກອງປະຊຸມໄດ້ຮັບຜົນສໍາເລັດຢ່າງດີງາມ.

leftcenterrightdel
ຮອງລັດຖະມົນຕີຕ່າງປະເທດ ດ້ັ້ງຮວ່າງຢາງ. ພາບ: ກະຊວງການຕ່າງປະເທດ.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບການເຂົ້າຮ່ວມ, ການປະກອບຂອງຫວຽດນາມ ທີ່ມີຕໍ່ ASEM ເວົ້າລວມ ແລະກອງປະຊຸມຄັ້ງນີ້?

ຮອງລັດຖະມົນຕີຕ່າງປະເທດ ດ້ັ້ງຮວ່າງຢາງ:  ໂດຍແມ່ນສະມາຊິກກໍ່ຕັ້ງຂອງ ASEM, ໃນຕະຫຼອດ 20 ປີຜ່ານມາຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການໃນວິວັດການ ASEM ແລະໄດ້ຍົກອອກຫຼາຍມາດຕະການ, ຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມືກັບ ASEM ໃນທຸກຂົງເຂດ. ດ້ວຍຈິດໃຈລວມນັ້ນ, ທີ່ກອງປະຊຸມຄັ້ງນີ້, ທ່ານ ຟ້າມມິງຈິ໊ງ ໄດ້ຍົກອອກຫຼາຍຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມື ASEM, ໃນນັ້ນ ເນັ້ນໜັກ 4 ຂໍ້ສະເໜີແນະຕໍ່ ASEM:

ທີໜຶ່ງແມ່ນ, ເພີ່ມທະວີຄວາມສາມັກຄີ, ເພີ່ມທະວີລັດທິຫຼາຍຝ່າຍໃນ ASEM ເພື່ອຊຸກຍູ້, ແກ້ໄຂບັນດາບັນຫາລວມ, ບັນຫາທົ່ວໂລກ, ດ້ວຍຈິດໃຈຖືປະຊາຊົນເປັນເຈົ້າຂອງ, ເປັນໃຈກາງ, ແມ່ນເປົ້າໝາຍ ແລະແມ່ນກໍາລັງໜູນໃຫ້ແກ່ການພັດທະນາ.

ທີສອງແມ່ນ, ສະເໜີບັນດາປະເທດຕ້ອງແບ່ງປັນຊັບພະຍາກອນເພື່ອຊຸກຍູ້ການຮ່ວມມືຜ່ານຜ່າພະຍາດໂຄວິດ-19, ໂດຍສະເພາະແມ່ນການແບ່ງປັນວັກຊິນ, ຢາປົວພະຍາດ.

ທີສາມແມ່ນ, ສະເໜີບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດພັດທະນາເພີ່ມທະວີການແບ່ງປັນກວ່າອີກໃນການຊ່ວຍເຫຼືອບັນດາປະເທດກໍາລັງພັດທະນາໃນການຍົກສູງຄວາມສາມາດຮັບມືກັບສິ່ງທ້າທາຍໃນທົ່ວໂລກ, ໃນນັ້ນແບ່ງປັນດ້ານການເງິນ, ແບ່ງປັນເຕັກໂນໂລຢີ, ໂດຍສະເພາະແມ່ນເຕັກໂນໂລຢີສູງ, ເຕັກໂນໂລຢີສີຂຽວ ແລະຊັບພະຍາກອນອື່ນອີກເພື່ອຊຸກຍູ້ການພັດທະນາຂອງບັນດາປະເທດໃນການຮັບມືກັບບັນດາບັນຫາທົ່ວໂລກ.

ທີສີ່ແມ່ນ, ທ່ານນາຍົກລັດຖະມົນຕີສະເໜີບັນດາປະເທດໃນ ASEM ເພີ່ມທະວີການຮ່ວມມືໃນການຮັບມືກັບເງື່ອນໄຂໃໝ່, ໂດຍສະເພາະແມ່ນຊຸກຍູ້ການຫັນປ່ຽນດີຈີຕອນ, ກໍ່ສ້າງຊັບພະຍາກອນມະນຸດ, ພະລັງງານທົດແທນ, ພະລັງງານສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເອົາໃຈໃສ່ຊຸກຍູ້ເພີ່ມທະວີການຮ່ວມມືພາກລັດ-ເອກະຊົນເພື່ອລະດົມຊັບພະຍາກອນໃຫ້ແກ່ການພັດທະນາ. ທ່ານນາຍົກລັດຖະມົນຕີ ກໍ່ແຈ້ງໃຫ້ຊາບຂໍ້ສະເໜີແນະຫວຽດນາມ ເປັນເຈົ້າພາບຈັດຕັ້ງ “ກອງປະຊຸມໂຕະມົນ ASEM ກ່ຽວກັບເສດຖະກິດດີຈີຕອນ”.

ຄຽງຂ້າງກັັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ແບ່ງປັນບົດຮຽນຂອງຫວຽດນາມ ໃນການຮັບມືກັບພະຍາດໂຄວິດ-19 ແລະຟື້ນຟູເສດຖະກິດ, ໂດຍສະເພາະແມ່ນການຜັນຂະຫຍາຍຮອບດ້ານມາດຕະການຕ່າງໆເພື່ອປັບຕົວຢ່າງປອດໄພ, ມີໄຫວພິບ ແລະຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ບັນດາມາດຕະການຕ່າງໆນີ້ໄດ້ຮັບການແບ່ງປັນຢ່າງລະອຽດຢູ່ກອງປະຊຸມ. ທ່ານ ນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ຜ່ານມາດຕະການນີ້, ຫວຽດນາມ ກໍ່ກຽມພ້ອມເພີ່ມທະວີການຮ່ວມມືກັບບັນດາປະເທດ ASEM ເພື່ອເປົ້າໝາຍ “ສອງທະວີບ, ທັງອາຊີ, ເອີລົບສັນຕິພາບ, ພັດທະນາ ແລະວັດທະນາຖາວອນ”.

ໂດຍ: ໄຊນີດາ