leftcenterrightdel
ທ່ານເອກອັກຄະລັດຖະທູດ ໂດ໊ຮຸ່ງຫວຽດ ກ່າວຄໍາເຫັນທີ່ເຫດການ. ພາບ: vov.vn

ເຂົ້າຮ່ວມວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ໂດ໊ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ ເນັ້ນໜັກວ່າ ການເຊີດຊູ, ເຄົາລົບ ແລະປະຕິບັດຕາມກົດໝາຍສາກົນຢ່າງເຂັ້ມງວດແມ່ນພື້ນຖານຂອງສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາແບບຍືນຍົງຂອງທ່ົວໂລກ. ທ່ານເອກອັກຄະລັດຖະທູດ ໂດ໊ຮຸ່ງຫວຽດ ໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມບັນດາອົງການ ແລະວິວັດທະນາການນິຕິກຳສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການເຈລະຈາສ້າງເອກະສານສຳຄັນສະບັບຕ່າງໆ. ເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີເປີດການລົງນາມໃນສົນທິສັນຍາສະຫະປະຊາຊາດ ກ່ຽວກັບການຕ້ານ ແລະສະກັດກັ້ນອາດຊະຍາກຳທາງເຄືອຂ່າຍອິນເຕີແນັດ ແຕ່ວັນທີ 25-26 ຕຸລາ ປີ 2025 ຢູ່ຮ່າໂນ້ຍ ແມ່ນຍະພານຫຼັກຖານໃຫ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການຊຸກຍູ້ອຳນາດນິຕິບັນຍັດດ້ານໄຊເບີ, ປະກອບສ່ວນພ້ອມກັບປະຊາຄົມສາກົນຊອກຫາມາດຕະການແກ້ໄຂສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນໃນການດໍາລົງຊີວິດສາກົນ.

leftcenterrightdel
ບັນຍາກາດທີ່ວາລະປຶກສາຫາລື. ພາບ: vov.vn

ທ່ານເອກອັກຄະລັດຖະທູດ ໂດ໊ຮຸ່ງຫວຽດ ແບ່ງປັນວ່າ, ຫວດຽນາມ ແມ່ນປະເທດເຄີຍຜ່ານສົງຄາມ ແລະການແບ່ງແຍກ, ຫວຽດນາມ ເຂົ້າໃຈເຖິງຄຸນຄ່າຂອງສັນຕິພາບ ແລະ ຄວາມເຄົາລົບອໍານາດນິຕິບັນຍັດ, ສະນັ້ນ, ຍາມໃດກໍ່ຍຶດໝັ້ນຫຼັກການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ. ທ່ານເອກອັກຄະລັດຖະທູດ ໂດ໊ຮຸ່ງຫວຽດ ອີກເທື່ອໜຶ່ງຢືນຢັນວ່າ ທຸກຄຳຮຽກສິດ ແລະການກະທຳຂອງບັນດາຝ່າຍຢູ່ທະເລຕາເວັນອອກ ຕ້ອງສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ໂດຍ: ທູຈາງ