ຮອງຫົວໜ້າອົງການກວດກາລັດຖະບານຫວຽດນາມ ຕ້ອນຮັບຄະນະຜູ້ແທນອົງການກວດກາແຫ່ງລັດລາວ
ກປ.ອອນໄລ - ຕອນບ່າຍວັນທີ 13 ຕຸລາ, ທ່ານ ຫງວຽນວັນເກື່ອງ ຮອງຫົວໜ້າອົງການກວດກາລັດຖະບານຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການກວດກາແຫ່ງລັດລາວ ນຳໂດຍ ທ່ານ ວັນຄໍາ ໄຊວົງສັກ ຫົວໜ້າກົມຄົ້ນຄວ້າ ແລະວາລະສານກວດກາ ອົງການກວດກາແຫ່ງລັດ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ອົງການກວດກາລັດຖະບານຫວຽດນາມ.
ທີ່ການເຮັດວຽກ, ທ່ານ ຫງວຽນວັນເກື່ອງ ຮອງຫົວໜ້າອົງການກວດກາລັດຖະບານ ໄດ້ຢືນຢັນວ່າ, ພັກ, ລັດ ແລະປະຊາຊົນຫວຽດນາມ ປາດຖະໜາຢາກພ້ອມກັບພັກ, ລັດ ແລະປະຊາຊົນລາວ ຮັກສາ, ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.
ນັບແຕ່ປີ 1995 ມາຮອດປະຈຸບັນ, ສອງອົງການ ຍາມໃດກໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອແນໃສ່ແລກປ່ຽນປະສົບການໃນວຽກງານກວດກາ, ແກ້ໄຂຄຳຮ້ອງທຸກ, ກ່າວໂທດ, ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດສໍາເລັດໜ້າທີ່ການເມືອງຂອງຂະແໜງກວດກາສອງປະເທດ ເວົ້າສະເພາະ ແລະສ້າງສາຍພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ເວົ້າລວມ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: ຮຸຍເຈິ່ນ |
ຕາມທ່ານຮອງຫົວໜ້າອົງການກວດກາລັດຖະບານຫວຽດນາມ ແລ້ວ, ສອງຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ໃນປີ 1998, 2005, 2007, 2012, 2016 ແລະ 2022, ຜ່ານນັ້ນກໍານົດທິດໃຫ້ການເຄື່ອນໄຫວຮ່ວມມືດ້ານກວດກາ, ແກ້ໄຂຄຳຮ້ອງທຸກ, ກ່າວໂທດ, ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງລະຫວ່າງສອງຂະແໜງກວດກາຂອງສອງປະເທດ.
ໃນນັ້ນ, ລວມມີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນປະຈຳປີ ເພື່ອແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ປະສົບການດ້ານວິຊາການ ແລະຈັດຕັ້ງຊຸດຝຶກອົບຮົມ, ແລກປ່ຽນວິຊາສະເພາະໃຫ້ແກ່ພະນັກງານອົງການກວດກາແຫ່ງລັດລາວ ຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ວັນຄຳ ໄຊວົງສັກ ໄດ້ຂອບໃຈທ່ານຮອງຫົວໜ້າອົງການກວດການລັດຖະບານຫວຽດນາມ ແລະອົງການກວດກາລັດຖະບານຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ທ່ານ ວັນຄຳ ໄຊວົງສັກ ຫວັງວ່າ ໃນຊຸມມື້ຈະມາເຖິງ ຈະສືບຕໍ່ແລກປ່ຽນບັນດາບັນຫາວິຊາສະເພາະກ່ຽວກັບການກວດກາ ແລະສະພາບຕົວຈິງຂອງວຽກງານກວດກາ ຢູ່ຫວຽດນາມ.
ໂດຍ: ຈາງຫງວຽນ