ນີ້ແມ່ນເຫດການທີ່ມີຄວາມໝາຍພິເສດ, ບໍ່ພຽງແຕ່ເປັນການຢັ້ງຢືນນໍ້າໃຈມິດຕະພາບສັດຊື່ບໍລິສຸດລະຫວ່າງສອງຊາດອ້າຍນ້ອງເທົ່ານັ້ນ, ຫາກຍັງເປີດແງ່ຫວັງໃນການຮ່ວມມືລັດຖະສະພາ, ປະກອບສ່ວນນໍາການພົວພັນສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນອີກດ້ວຍ.

ສາຍພົວພັນ ຫວຽດນາມ-ກູບາ ແມ່ນສາຍພົວພັນທີ່ຫາຍາກໃນໂລກ, ໂດຍໄດ້ຮັບການສ້າງຕັ້ງ ແລະຫຼໍ່ຫຼອມໃນຊຸມເດືອນປີທີ່ຫຍຸ້ງຍາກລຳບາກທີ່ສຸດຂອງການປະຕິວັດຂອງແຕ່ລະປະເທດ. ໃນສະພາບການໂລກ ແລະພາກພື້ນໃນປະຈຸບັນ, ເລື່ອງສອງປະເທດສືບຕໍ່ຢືນຢັນອາລົມຈິດ, ນ້ຳໃຈຄວາມຮັກແພງທີ່ສະໜິດຕິດພັນ, ສັດຊື່ບໍລິສຸດ, ພ້ອມກັນມຸ່ງໄປສູ່ເປົ້າໝາຍພັດທະນາແບບຍືນຍົງ ແມ່ນສິ່ງທີ່ມີຄວາມໝາຍພິເສດ.

ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງທ່ານປະທານສະພາແຫ່ງຊາດກູບາ ບໍ່ພຽງແຕ່ເພື່ອແນໃສ່ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືລະອຽດເທົ່ານັ້ນ, ຫາກຍັງເປັນການສົ່ງສານຢ່າງແຂງແຮງຄື: ສາຍພົວພັນ ຫວຽດນາມ-ກູບາ ຈະໄດ້ຮັບການເພີ່ມພູນຄູນສ້າງ, ເຮັດໃໝ່ຢ່າງບໍ່ຢຸດຢັ້ງ ແລະປັບຕົວໃຫ້ເໝາະສົມກັບຍຸກສະໄໝ

ການທູດລັດຖະສະພາ: ກົນໄກການຮ່ວມມືທີ່ມີໄຫວພິບ ແລະ ມີປະສິດທິຜົນ

ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການຢ້ຽມຢາມແມ່ນການເປັນປະທານຮ່ວມວາລະກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ-ກູບາ. ນີ້ແມ່ນກົນໄກຮ່ວມມືໃໝ່ທີ່ໄດ້ສ້າງຕັ້ງໃນປີ 2023, ໄດ້ສ່ອງແສງໃຫ້ເຫັນຈິນຕະນາການພົວພັນຕ່າງປະເທດທີ່ຂະຫຍັນຂັນເຄື່ອນ ແລະມີຫົວຄິດປະດິດສ້າງຂອງສອງຝ່າຍໃນການຊອກຫາຊ່ອງທາງເຊື່ອມຕໍ່ທີ່ມີປະສິດທິຜົນ, ເພີ່ມເຕີມໃຫ້ການຮ່ວມມືລະຫວ່າງລັດຖະບານ ແລະການພົວພັນລະຫວ່າງສອງພັກກໍາອໍານາດ.

ຜ່ານກົນໄກລັດຖະສະພາ, ຫວຽດນາມ ແລະກູບາ ສາມາດກວດກາຄືນການປະຕິບັດຂໍ້ຕົກລົງສອງຝ່າຍ, ແກ້ໄຂຂໍ້ຕິດຂັດກ່ຽວກັບກອບນິຕິກໍາ, ພ້ອມທັງສະເໜີຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄື: ເສດຖະກິດ-ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ສາທາລະນະສຸກ, ການສຶກສາ, ກະສິກຳ... ນີ້ແມ່ນຊ່ອງທາງທີ່ສຳຄັນເພື່ອຊ່ວຍສະພາແຫ່ງຊາດສອງປະເທດແບ່ງປັນບົດຮຽນດ້ານນິຕິບັນຍັດ, ຕິດຕາມກວດກາ, ຜ່ານນັ້ນໜູນຊ່ວຍວິວັດການປັບປຸງລະບອບລະບຽບການພັດທະນາປະເທດໃຫ້ສົມບູນແບບ.

leftcenterrightdel
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກູບາ. ພາບ: vov.vn

ບໍ່ພຽງແຕ່ຢຸດຢູ່ໃນຂອບເຂດລັດຖະສະພາເທົ່ານັ້ນ, ກົນໄກດັ່ງກ່າວຍັງໄດ້ປະກອບສ່ວນເປີດກວ້າງການພົບປະແລກປ່ຽນລະຫວ່າງປະຊາຊົນ, ແຜ່ຂະຫຍາຍນໍ້າໃຈໄມຕີຈິດມິດຕະພາບໃນສັງຄົມ. ເມື່ອປະຊາຊົນສອງປະເທດ, ພິເສດແມ່ນຄົນຮຸ່ນໜຸ່ມມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າ ກ່ຽວກັບມູນເຊື້ອທີ່ສະໜິດຕິດພັນ ແລະແງ່ຫວັງການຮ່ວມມືລະຫວ່າງຫວຽດນາມ-ກູບາ, ນ້ຳໃຈທີ່ສັດຊື່ບໍລິສຸດນັ້ນ ຈະເພີ່ມພະລັງຊີວິດໃໝ່ຕື່ມອີກ, ມີຄວາມໝັ້ນແກ່ນ ແລະຍາວນານ. ຢືນຢັນຄວາມສະໜິດຕິດພັນອັນແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະກູບາ (1960-2025) ໃນປີນີ້, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ຊີ້ແຈ້ງວ່າ: “ຫວຽດນາມ ໄດ້ປຸກລະດົມລາຍການຂົນຂວາຍທົ່ວປະເທດ “65 ປີແຫ່ງສາຍຈິດມິດໃຈ ຫວຽດນາມ-ກູບາ” ເພື່ອບໍລິຈາກເງິນຊ່ວຍເຫຼືອປະຊາຊົນກູບາ ຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ, ພວກເຮົາມີຄວາມເອກອ້າງທະນົງໃຈ ແລະສະເທືອນໃຈທີ່ສຸດເມື່ອໄດ້ເຫັນນ້ຳໃຈ ແລະການສະໜັບສະໜູນອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນກູບາ. ດ້ວຍອາລົມຈິດທີ່ບໍລິສຸດຜຸດຜ່ອງ, ຈິງໃຈ, ສັດຊື່ດ້ວຍຄວາມໄວ້ເນື້ອເຊື່ອໃຈແບບພິເສດ ແລະນ້ຳໃຈສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ, ສາມາດຢັ້ງຢືນໄດ້ວ່າ ສາຍພົວພັນແບບພິເສດ ຫວຽດນາມ-ກູບາ ພວມໄດ້ຮັບການເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນາຮອບດ້ານຢ່າງບໍ່ຢຸດຢັ້ງ”.

ປັບປຸງພື້ນຖານ, ຂະຫຍາຍອະນາຄົດ

ໃນສະພາບການນັ້ນ, ການຢ້ຽມຢາມຫວຽດນາມ ເປັນຢ່າງທາງການຂອງທ່ານ Esteban Lazo Hernández ປະທານສະພາແຫ່ງຊາດກູບາ  ແມ່ນໂອກາດເພື່ອໃຫ້ສອງຝ່າຍປຶກສາຫາລືບັນດາທິດທາງຮ່ວມມືໃໝ່, ນັບແຕ່ການຊຸກຍູ້ການຄ້າສອງສົ້ນ, ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ວິສາຫະກິດ, ຕະຫຼອດຮອດການຮ່ວມມືໃນຂົງເຂດ ຄື: ກະສິກຳ, ສາທາລະນະສຸກ, ການສຶກສາ.

ປະຈຸບັນ, ກູບາ ພວມດໍາເດີນການອັບເດັດຮູບແບບພັດທະນາເສດຖະກິດ-ສັງຄົມ, ບົດຮຽນປ່ຽນແປງໃໝ່ຂອງຫວຽດນາມ ຈະແມ່ນແຫຼ່ງທາບທາມທີ່ລໍ້າຄ່າ. ກົງກັນຂ້າມ, ທ່າແຮງຂອງກູບາໃນຂົງເຂດສາທາລະນະສຸກ ຫຼືການບຳລຸງສ້າງພະນັກງານ ຈະສືບຕໍ່ປະກອບສ່ວນແທດຈິງໃຫ້ແກ່ຫວຽດນາມ. ທີ່ການພົບປະກັບບັນດາວິສາຫະກິດຫວຽດນາມ ທີ່ກຳລັງທຳມາຫາກິນ, ຮ່ວມມືກັບກູບາ ໃນວັນທີ 2 ກັນຍາ ຜ່ານມາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການ: "ວິສາຫະກິດຂອງສອງປະເທດຕ້ອງນໍາໜ້າໃນການຮ່ວມມື, ໃນການສະເໜີກົນໄກ, ນະໂຍບາຍ ແລະໃນການແບ່ງປັນບົດຮຽນນໍາກັນ, ຊອກຫາມາດຕະການທີ່ເໝາະສົມ ແລະມີປະສິດທິຜົນທີ່ສຸດໃຫ້ແກ່ວິສາຫະກິດ, ໃຫ້ແກ່ສອງປະເທດ ແລະປະຊາຊົນສອງປະເທດພວກເຮົາ, ຂ້າພະເຈົ້າ ຮຽກຮ້ອງໃຫ້ວິສາຫະກິດມີການກະທໍາດ້ວຍຫົວໃຈ, ດ້ວຍອາລົມຈິດຄວາມຮັກແພງ ແລະດ້ວຍສະຕິປັນຍາຂອງຕົນ”.

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Esteban Lazo Hernández  ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ  2 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາຫວຽດນາມ-ກູບາ ແມ່ນເຫດການການເມືອງ-ການພົວພັນຕ່າງປະເທດທີ່ສໍາຄັນ, ມີລັກສະນະສືບທອດ ເພື່ອແນໃສ່ຫັນບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ກ່ອນໜ້ານັ້ນເປັນລະອຽດ. ເຫດການນີ້ຍັງເປັນການຢັ້ງຢືນສານຍຸດທະສາດທີ່ວ່າ: ສາຍພົວພັນ ຫວຽດນາມ-ກູບາ ບໍ່ພຽງແຕ່ແມ່ນມໍລະດົກປະຫວັດສາດເທົ່ານັ້ນ, ຫາກຍັງໄດ້ຮັບການພັດທະນາບົນພື້ນຖານການຮ່ວມມືທີ່ທັນສະໄໝ, ແທດຈິງ, ແລະມີປະສິດທິຜົນກວ່າ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງຍຸກໃໝ່.

ໃນນັ້ນ, ການທູດລັດຖະສະພາ ດ້ວຍລັກສະນະທີ່ມີໄຫວພິບ ແລະມີຄວາມໃກ້ຊິດສະໜິດສະໜົມ, ຈະສືບຕໍ່ເປັນຂົວຕໍ່ທີ່ແໜ້ນແຟ້ນ, ເພີ່ມເຕີມໃຫ້ແກ່ການທູດພັກ, ການທູດລັດ, ເຮັດໃຫ້ຊ່ອງທາງຮ່ວມມືລະຫວ່າງສອງປະເທດອຸດົມສົມບູນຂຶ້ນຕື່ມ.

ໂດຍ: ທູຈາງ