ການຮ່ວມມືດ້ານປ້ອງກັນຊາດ ແມ່ນເສົາຄ້ຳສຳຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ
ກປ.ອອນໄລ - ເນື່ອງໃນໂອກາດນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ເຂົ້າຮ່ວມການພົບປະປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ແລະການເຝິກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງກອງທັບ 3 ປະເທດ ຫວຽດນາມ - ລາວ ແລະກໍາປູເຈຍ ຢູ່ ລາວ, ຕອນບ່າຍວັນທີ 14 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.
ທ່ານພົນເອກ ຟານວັນຢາງ ໄດ້ແຈ້ງໃຫ້ທ່ານ ທອງລຸນ ສີສຸລິດ ຮັບຊາບບັນດາຈຸດພົ້ນເດັ່ນກ່ຽວກັບສະພາບການຢູ່ຫວຽດນາມ ໃນໄລຍະຜ່ານມາ, ຜົນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ກໍ່ຄືຜົນການພົບປະສອງຝ່າຍກ່ອນໜ້ານັ້ນໃນວັນດຽວກັນກັບທ່ານພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ເຊື່ອໝັ້ນວ່າ, ການພົບປະປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ແລະການເຝິກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງກອງທັບ 3 ປະເທດ ຫວຽດນາມ - ລາວ ແລະກໍາປູເຈຍ ຈະສືບຕໍ່ຮັດແໜ້ນການພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງ 3 ປະເທດເວົ້າລວມ, ກອງທັບ 3 ປະເທດເວົ້າສະເພາະ, ປະກອບສ່ວນຫັນຜົນການພົບປະຂັ້ນສູງລະຫວ່າງຜູ້ນໍາພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະພັກປະຊາຊົນກໍາປູເຈຍ ໃຫ້ປະກົດຜົນເປັນຈິງ; ປາດຖະໜາວ່າ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສົ່ງຄຳຢື້ຢາມຖ່າມຂ່າວທີ່ຈິງໃຈ ແລະສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການສູນເສຍອັນໃຫຍ່ຫຼວງທາງດ້ານຊີວິດອິນຊີ ແລະຊັບສິນຂອງປະຊາຊົນຫວຽດນາມ ຍ້ອນພາຍຸ ແລະໄພນໍ້າຖ້ວມທີ່ຜ່ານມາ;...
ທ່ານ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ ນັບມື້ນັບພັດທະນາ ແລະເຂົ້າສູ່ລວງເລິກ; ຂອບໃຈຢ່າງເລິກເຊິ່ງຕໍ່ການໜູນຊ່ວຍ ແລະຊ່ວຍເຫຼືອອັນໃຫຍ່ຫຼວງ, ທັນການ ແລະມີປະສິດທິຜົນ ທີ່ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ລາວ ນັບແຕ່ກ່ອນມາຮອດປະຈຸບັນ. ສອງປະເທດ ພວມສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນປະສົບການໃນການກະກຽມກອງປະຊຸມໃຫຍ່, ປະກອບສ່ວນເຂົ້າໃນການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໃນອາຍຸການໃໝ່ຂອງແຕ່ລະພັກ ໃຫ້ປະສົບຜົນສຳເລັດ.
    |
 |
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn |
ຕີລາຄາສູງມູນເຊື້ອ ແລະຜົນແຫ່ງການຮ່ວມມືລະຫວ່າງກອງທັບສອງປະເທດ ແຕ່ກ່ອນ ກໍ່ຄືໃນປະຈຸບັນ, ທ່ານ ທອງລຸນ ສີສຸລິດ ສະເໜີ ກອງທັບ 2 ປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍອະນຸສັນຍາ, ແຜນການຮ່ວມມືຢ່າງມີປະສິດທິຜົນ ເພື່ອໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ຍາມໃດກໍແມ່ນເສົາຄ້ຳສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.
    |
 |
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: qdnd.vn |
ໃນວັນດຽວກັນ, ທ່ານພົນເອກ ຟານວັນຢາງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ທ່ານ ສອນໄຊ ສີພັນດອນ ຈະເອົາໃຈໃສ່, ຊີ້ນຳບັນດາອົງການທີ່ກ່ຽວຂ້ອງສ້າງເງື່ອນໄຂສະດວກ, ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດສອງປະເທດ ປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດຢ່າງຮອບດ້ານ, ມີປະສິດທິຜົນ, ມີເນື້ອແທ້, ສົມກັບຄວາມຫວັງຂອງການນໍາຂັ້ນສູງສອງປະເທດ; ທ່ານ ຍັງຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດລາວ ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງຮອບດ້ານ, ມີປະສິດທິຜົນ ແລະມີເນື້ອແທ້.
ໂດຍ: ໄຊນີດາ