ພາຍຫຼັງມາຮອດສະໜາມບິນສາກົນໂນ້ຍບ່າຍ, ຫ້ອງວ່າການນາຍົກລັດຖະມົນຕີຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບວັກຊິນ ແລະຈໍານວນເງິນເພື່ອນຳໃຊ້ເຂົ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ທີ່ໄດ້ຊ່ວຍເຫຼືອໃນການຢ້ຽມຢາມ. ໃນໄລຍະຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ, ໜຶ່ງໃນບັນດາຈຸດເນັ້ນນັ້ນແມ່ນໝາກຜົນຢ່າງລະອຽດຂອງການທູດວັກຊິນ; ການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19. ຄະນະຜູ້ແທນໄດ້ຮັບການຊ່ວຍເຫຼືອຫຼາຍຢ່າງກ່ຽວກັບວັກຊິນ ແລະເງິນຊ່ວຍເຫຼືອໂດຍລັດຖະບານ, ວິສາຫະກິດຍ່ີ່ປຸ່ນ ມອບໃຫ້ຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສິ້ນສຸດການຢ້ຽມຢາມຍີ່ປຸ່ນ ຢ່າງຈົບງາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີມອບ-ຮັບວັກຊິນ, ບັນດາຜູ້ແທນໄດ້ເປັນສັກຂີພິຍານ ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຕາງໜ້າຄະນະປະຕິບັດງານໄດ້ມອບວັກຊິນ ແລະ ເງິນຊ່ວຍເຫຼືອໃຫ້ກະຊວງສາທາລະນະສຸກ ແລະກະຊວງການເງິນ ໂດຍລັດຖະບານ, ວິສາຫະກິດຍີ່ປຸ່ນ ມອບໃຫ້ຫວຽດນາມ. ຄະນະຜູ້ແທນໄດ້ມອບວັກຊິນ AstraZeneca ໃຫ້ກະຊວງສາທາລະນະສຸກ ຈຳນວນ 1.540.000 ໂດສໂດຍລັດຖະບານຍີ່ປຸ່ນ ຊ່ວຍເຫຼືອຫຼ້າ. ເພາະສະນັ້ນ, ມາຮອດປະຈຸບັນ, ລັດຖະບານ ແລະປະຊາຊົນຍີ່ປຸ່ນ ໄດ້ໜູນຊ່ວຍວັກຊິນໃຫ້ຫວຽດນາມ ຈຳນວນ  5,6 ລ້ານໂດສ ແລະວັດຖຸອຸປະກອນການແພດຫຼາຍຢ່າງ. ຄະນະປະຕິບັດງານກໍ່ມອບເງິນໃຫ້ກະຊວງການເງິນຈໍານວນ 1 ລ້ານໂດລາສະຫະລັດໂດຍທະນາຄານ Sumitomo Mitsui (SMBC) ອຸປະຖໍາໃຫ້ລັດຖະບານຫວຽດນາມ ເພື່ອຮັບໃຊ້ເຂົ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ເກື່ອງດັ້ງ