ຕອບສຳພາດຕໍ່ນັກຂ່າວພາຍຫຼັງຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ຄືນໃໝ່ ອາຍຸການ 2026-2028, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຢືນຢັນວ່າ ເລື່ອງ ຫວຽດນາມ ບັນລຸໄດ້ຄະແນນສຽງສູງສຸດໃນຈໍານວນບັນດາປະເທດ ອາຊີ-ປາຊີຟິກ ທີ່ໄດ້ຮັບເລືອກຕັ້ງຄືນໃໝ່ໃນອາຍຸການ 2026-2028 ສືບຕໍ່ສະແດງໃຫ້ເຫັນການຮັບຮູ້ ແລະການຕີລາຄາສູງຂອງປະຊາຄົມສາກົນສໍາລັບບັນດາຜົນງານພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນໄລຍະຜ່ານມາ. ໃນນັ້ນ ພົ້ນເດັ່ນແມ່ນຄໍາໝັ້ນສັນຍາ, ຄວາມມານະພະຍາຍາມ ແລະຜົນງານຂອງຫວຽດນາມ ໃນການຊຸກຍູ້ ແລະການປົກປ້ອງສິດທິມະນຸດ, ຮັບປະກັນຊີວິດສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ.
ຄວາມໄວ້ວາງໃຈຕໍ່ຫວຽດນາມ ອີກຄັ້ງໜຶ່ງໄດ້ຢືນຢັນເຖິງການຮ່ວມເດີນທາງ, ການສະໜັບສະໜູນ ແລະຕີລາຄາສູງຂອງ ສປຊ ແລະປະຊາຄົມສາກົນ ຕໍ່ກັບແຜນນະໂຍບາຍການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຫວຽດນາມ, ກໍ່ຄືບັນດາໝາກຜົນຂອງການຜັນຂະຫຍາຍການພົວພັນຕ່າງປະເທດທັງສອງຝ່າຍ ແລະຫຼາຍຝ່າຍຂອງຫວຽດນາມ ໃນໄລຍະຜ່ານມາ.
ຄຽງຂ້າງນັ້ນ, ເລື່ອງທີ່ບັນດາປະເທດປ່ອນບັດເລືອກຕັ້ງເອົາຫວຽດນາມ ສືບຕໍ່ເປັນສະມາຊິກສະພາສິດທິມະນຸດໃນຂະນະ ທີ່ຫວຽດນາມ ກຽມສໍາເລັດອາຍຸການ 2023-2025 ໄດ້ສະແດງໃຫ້ເຫັນຄວາມໄວ້ວາງໃຈສູງຂອງບັນດາປະເທດຕໍ່ກັບວິທີການເຈລະຈາ, ການຮ່ວມມື ແລະຄວາມດຸ່ນດ່ຽງຂອງຫວຽດນາມ ໃນອາຍຸການຜ່ານມາ, ພ້ອມທັງຢືນຢັນຄວາມຄາດຫວັງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ບົດບາດ ແລະການປະກອບສ່ວນຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືກ່ຽວກັບການຮັບປະກັນສິດທິມະນຸດໃນສະພາບແວດລ້ອມຂອງໂລກທີ່ກຳລັງຜັນແປໄປຢ່າງສັບສົນ.
    |
 |
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດ |
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ບັນລຸໄດ້ໝາກຜົນນີ້ແມ່ນຍ້ອນຄວາມເອົາໃຈໃສ່, ການຊີ້ນຳຢ່າງໃກ້ຊິດຂອງການນຳຂອງພັກ, ລັດ, ລັດຖະບານ, ຄວາມມານະພະຍາຍາມໃນການແລກປ່ຽນ, ຂົນຂວາຍທາງການທູດ, ສົມທົບກັບວຽກງານຖະແຫຼງຂ່າວ, ໂຄສະນາເຜີຍແຜ່ກໍ່ໄດ້ຮັບການຜັນຂະຫຍາຍຢູ່ທຸກຂັ້ນຢ່າງຄົບຊຸດ. ໃນນັ້ນ, ມີບົດບາດ “ນຳໜ້າ” ຂອງບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ຢູ່ຕ່າງປະເທດ, ໂດຍສະເພາະແມ່ນຄະນະຜູ້ຕາງໜ້າຫວຽດນາມ ປະຈຳຢູ່ນິວຢອກ ແລະເຊີແນວ ໂດຍມີການເຂົ້າຮ່ວມຂອງກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ບັນດາກະຊວງ, ຄະນະ, ຂະແໜງການທີ່ເປັນສະມາຊິກຂອງບັນດາກົນໄກລະຫວ່າງຂະແໜງການກ່ຽວກັບສິດທິມະນຸດ ແລະບັນດາອົງການສື່ມວນຊົນ ແລະການສື່ສານ.
ສາມາດຢັ້ງຢືນໄດ້ວ່າ ຜົນສຳເລັດຂອງຫວຽດນາມ ໃນການເລືອກຕັ້ງສະມາຊິກສະພາສິດທິມະນຸດ ສປຊ, ພ້ອມກັບເລື່ອງຫວຽດນາມ ໄດ້ເປັນເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ໃນລະຫວ່າງວັນທີ 25-26 ຕຸລາທີ່ຈະມາເຖິງນີ້ ແມ່ນບາດກ້າວຜັນຂະຫຍາຍອັນຮີບດ່ວນ, ມີປະສິດທິຜົນ ແລະແທດຈິງເພື່ອປະຕິບັດມະຕິເລກທີ 59 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່, ຢັ້ງຢືນທີ່ຕັ້ງໃໝ່ຂອງຫວຽດນາມ, ຈາກຄູ່ຮ່ວມມືທີ່ມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫັນປ່ຽນໄປສູ່ການປະກອບສ່ວນຢ່າງມີຄວາມຮັບຜິດຊອບກວ່າໃນການກໍ່ສ້າງ ແລະກຳນົດບັນດາບັນຫາລວມຂອງໂລກຄືນໃໝ່.
ແບ່ງປັນກ່ຽວກັບອາຍຸການ 2023-2025, ທ່ານນາງ ຫງວຽນມິງຮັ່ງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ກຳນົດທິດນໍາໃນການເຂົ້າຮ່ວມແມ່ນ: “ເຄົາລົບ ແລະເຂົ້າໃຈ. ເຈລະຈາ ແລະຮ່ວມມື. ສິດທິມະນຸດທັງໝົດ, ໃຫ້ໝົດທຸກຄົນ”, ແລະໄດ້ກຳນົດ 8 ຂົງເຂດບຸລິມະສິດ ແມ່ນ: ເພີ່ມທະວີປະສິດທິຜົນຂອງການເຄື່ອນໄຫວຂອງສະພາສິດທິມະນຸດ; ປົກປ້ອງສິດທິມະນຸດໃນສະພາບການປ່ຽນແປງຂອງດິນຟ້າອາກາດ; ຕ້ານການໃຊ້ຄວາມຮຸນແຮງ ແລະຈຳແນກການປະພຶດ, ປົກປ້ອງກຸ່ມທີ່ດ້ອຍໂອກາດ; ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ; ປົກປ້ອງສິດທິມະນຸດໃນຍຸກດີຈີຕອນ; ຊຸກຍູ້ສິດທາງດ້ານສຸຂະພາບ; ສິດໃນການເຮັດວຽກ; ສິດໃນການສຶກສາ ແລະການສຶກສາຮ່ຳຮຽນກ່ຽວກັບສິດທິມະນຸດ.
ນີ້ແມ່ນບັນດາທິດນໍາ ແລະບຸລິມະສິດໃນໄລຍະຍາວ, ຕິດພັນກັບຄວາມເອົາໃຈໃສ່ຂອງປະຊາຄົມສາກົນກ່ຽວກັບສິດທິມະນຸດ, ກໍ່ຄືຄວາມເອົາໃຈໃສ່ ແລະຄວາມຕ້ອງການຮ່ວມມືຂອງຫວຽດນາມ ໃນຂົງເຂດນີ້. ສະນັ້ນ, ຫວຽດນາມ ຈະສືບຕໍ່ປະຕິບັດບັນດາທິດນຳ ແລະບຸລິມະສິດດັ່ງກ່າວ ເມື່ອດຳລົງຕຳແໜ່ງເປັນສະມາຊິກສະພາສິດທິມະນຸດອາຍຸການ 2026–2028 ແລະນັບທັງຫຼັງຈາກນັ້ນ.
ມະຕິເລກທີ 59 ໄດ້ກຳນົດວ່າ ການເຊື່ອມໂຍງເຂົ້າກັບສາກົນແມ່ນພາລະກິດຂອງທົ່ວປວງຊົນ, ຂອງທົ່ວລະບົບການເມືອງ, ຕ້ອງຖືປະຊາຊົນ ແລະວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ເປັນກຳລັງໜູນ, ເປັນກຳລັງຫຼັກ ແລະເປັນເປົ້າໝາຍໃນການຊົມໃຊ້ນະໂຍບາຍຜົນປະໂຫຍດຂອງການເຊື່ອມໂຍງເຂົ້າກັບສາກົນ. ບົນຈິດໃຈນັ້ນ, ຄວາມຮັບຜິດຊອບໃນການເປັນສະມາຊິກສະພາສິດທິມະນຸດໄລຍະ 2026-2028 ກໍ່ຍັງຕ້ອງມີການເຂົ້າຮ່ວມ ແລະການປະກອບສ່ວນຢ່າງຄົບຖ້ວນ, ກວ້າງຂວາງ ແລະມີປະສິດທິຜົນກວ່າຈາກບັນດາກະຊວງ, ຂະແໜງການ, ອົງການໃນລະບົບການເມືອງ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງຂອງປະຊາຊົນດ້ວຍຮູບການຢ່າງເໝາະສົມ.
ທ່ານນາງ ຫວຽນມິງຮັ່ງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຢ່າງກວ້າງຂວາງຂອງປະຊາຄົມສາກົນທີ່ສະແດງອອກຜ່ານການປ່ອນບັດເລືອກຕັ້ງ, ດ້ວຍການເຂົ້າຮ່ວມ ແລະປະກອບສ່ວນຢ່າງມີປະສິດທິຜົນຂອງລະບົບການເມືອງທັງໝົດ, ອາຍຸການຂອງຫວຽດນາມ ໃນການເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026-2028 ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຂົ້າໃນການປະຕິບັດແນວທາງການຕ່າງປະເທດຂອງພັກ ແລະລັດກ່ຽວກັບການປົກປ້ອງ ແລະຊຸກຍູ້ສິດທິມະນຸດຢ່າງມີປະສິດທິຜົນ.
ໂດຍ: ຈາງຫງວຽນ