ນະຄອນໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງຕັ້ງໜ້າກັບຄູ່ຮ່ວມມືກູບາ. ນີ້ແມ່ນຄໍາຢືນຢັນຂອງທ່ານ ເຈີ່ນລືວກວາງ, ເລຂາພັກນະຄອນໂຮ່ຈີມິນ ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez ໃນຕອນຄ່ຳວັນທີ 2 ຕຸລາ, ທີ່ຫໍ ທົງເຢີດ.

leftcenterrightdel
ທ່ານເລຂາພັກນະຄອນໂຮ່ຈີມິນ ເຈີ່ນລືວກວາງ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez. ພາບ: vov.vn

ທ່ານ ເຈີ່ນລືວກວາງ ຂອບໃຈກູບາ ທີ່ໄດ້ສ້າງກົນໄກພິເສດໃຫ້ວິສາຫະກິດຫວຽດນາມ, ຄື: ຍົກເວັ້ນພາສີ, ເຊົ່າທີ່ດິນ ແລະການຮັບສະໝັກແຮງງານ...; ພ້ອມທັງຊີ້ແຈ້ງວ່າ ເພື່ອດຶງດູດການລົງທຶນຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນບັນດາວິສາຫະກິດຫວຽດນາມ, ກູບາ ຕ້ອງຜັນຂະຫຍາຍບັນດາເງື່ອນໄຂ ແລະນະໂຍບາຍບຸລິມະສິດ. ເຫດຜົນແມ່ນອັດຕາແລກປ່ຽນຢູ່ກູບາ ປະຈຸບັນຈະສ້າງຄວາມຫຍຸ້ງຍາກໃນການດຶງດູດວິສາຫະກິດ ແລະນັກລົງທຶນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: vov.vn

ສ່ວນທ່ານ Esteban Lazo Hernandez ເນັ້ນໜັກວ່າ: ກູບາ ຖືເປັນສຳຄັນການປຶກສາຫາລື ແລະຮັບເອົາບົດຮຽນຕົວຈິງຂອງຫວຽດນາມ, ໂດຍສະເພາະແມ່ນໃນພາລະກິດປ່ຽນແປງໃໝ່ ແລະກໍ່ສ້າງລັດທິສັງຄົມນິຍົມ. ທ່ານປະທານສະພາແຫ່ງຊາດ ກູບາ ປາດຖະໜາວ່າ ບັນດານັກລົງທຶນຫວຽດນາມ ກໍ່ຄື ນະຄອນໂຮ່ຈີມິນ ສືບຕໍ່ເອົາໃຈໃສ່ເປີດກວ້າງ ແລະຍົກສູງປະສິດທິຜົນການລົງທຶນໃນບັນດາຂົງເຂດເສດຖະກິດ, ການສຶກສາ, ເຕັກໂນໂລຊີຊີວະພາບ, ສາທາລະນະສຸກ, ວິທະຍາສາດ -ເຕັກໂນໂລຊີ...

ໂດຍ: ໄຊນີດາ