ເນື່ອງໃນໂອກາດນີ້, ທ່ານ ເລບ໊າວິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ.ເກົາຫຼີ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍ ແລະຄວາມສໍາຄັນຂອງການຢ້ຽມຢາມ.

leftcenterrightdel
ທ່ານ ເລບ໊າວິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ.ເກົາຫຼີ. ພາບ: vov.vn

ນັກຂ່າວ: ຮຽນທ່ານເອກອັກຄະລັດຖະທູດ ໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດສປປ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕ້ັງພັກແຮງງານເກົາຫຼີ ຄົບຮອບ 80 ປີ ?

ທ່ານເອກອັກຄະລັດຖະທູດ ເລບ໊າວິງ: ກ່ອນນີ້ 75 ປີ, ວັນທີ 31 ມັງກອນ 1950, ຫວຽດນາມ ແລະສປປ.ເກົາຫຼີ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນັບແຕ່ນັ້ນມາຮອດປະຈຸບັນ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ໄດ້ຮັບການຖືເປັນສໍາຄັນຈາກສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ຮັກສາການສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.

ບົນພື້ນຖານການພົວພັນອັນໝັ້ນແກ່ນນັ້ນ, ໃນໄລຍະຜ່ານມາ, ສອງຝ່າຍໄດ້ຮັກສາການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນຢ່າງເປັນປະຈຳ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ສູງກວ່າ, ດ້ວຍບັນດາຜົນການຮ່ວມມືທີ່ແທດຈິງກວ່າ. ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ຖ່າຍທອດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ຍິ່ງມີຄວາມໝາຍໄປກວ່ານັ້ນຕື່ມອີກເມື່ອການຢ້ຽມຢາມໄດ້ດຳເນີນໄປໃນຈຸດເວລາທີ່ສຳຄັນຂອງແຕ່ລະພັກ, ແຕ່ລະປະເທດ ແລະການພົວພັນສອງຝ່າຍ. ໃນນັ້ນ, ຫວຽດນາມ ຫາກໍ່ໄດ້ຈັດຕັ້ງບັນດາເຫດການໃຫຍ່ໃນປີ 2025 ຄື ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ, ວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ, ວັນປະຕິວັດເດືອນສິງຫາ ປະສົບຜົນສຳເລັດ ຄົບຮອບ 80 ປີ ແລະວັນຊາດທີ 2 ກັນຍາ ຄົບຮອບ 80 ປີ. ຫວຽດນາມ ພວມມານະພະຍາຍາມປະຕິບັດບັນດາເປົ້າໝາຍ ແລະໜ້າທີ່ ເຊິ່ງ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ວາງອອກ; ດໍາເນີນການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ແລະສຸມໃສ່ຜັນຂະຫຍາຍວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

ສປປ.ເກົາຫຼີ ກໍ່ພວມສຸມໃສ່ກະກຽມການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10 ຕຸລາ 1945 – 10 ຕຸລາ 2025), ຍູ້ໄວຄວາມຄືບໜ້າໃນການສໍາເລັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກແຮງານເກົາຫຼີ ວາງອອກ ແລະກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IX ຢ່າງຮີບດ່ວນ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ສາມາດທົບທວນຄືນການພົວພັນລະຫວ່າງຫວຽດນາມ ແລະສປປ.ເກົາຫຼີ ໃນໄລຍະ 75 ປີຜ່ານມາ ແລະໃຫ້ຮູ້ສະພາບການຮ່ວມມືລະຫວ່າງສອງປະເທດໃນປະຈຸບັນຂໍຮຽນທ່ານ?

ທ່ານເອກອັກຄະລັດຖະທູດ ເລບ໊າວິງ: ສປປ.ເກົາຫຼີ ແມ່ນໜຶ່ງໃນສາມປະເທດທຳອິດ ທີ່ຮັບຮູ້ ແລະສ້າງຕັ້ງການພົວພັນທາງການທູດກັບ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ຖັດຈາກ ຈີນ ແລະສະຫະພາບໂຊວຽດ, ພາຍຫຼັງທີ່ປະທານໂຮ່ຈີມິນ ໄດ້ອອກຖະແຫຼງການຂອງລັດຖະບານສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ວັນທີ 14 ມັງກອນ 1950) ສະແດງອອກໃຫ້ເຫັນຄວາມປາດຖະໜາຢາກສ້າງຕັ້ງການພົວພັນກັບບັນດາປະເທດ. ປີ 1955, ຫວຽດນາມ ໄດ້ເປີດສະຖານທູດ ປະຈໍາຢູ່ ພຽງຢາງ ແລະສປປ.ເກົາຫຼີ ກໍ່ເປີດສະຖານທູດ ປະຈໍາຢູ່ ຮ່າໂນ້ຍ.

ສປປ.ເກົາຫຼີ ກໍ່ແມ່ນປະເທດທຳອິດທີ່ຮັບຮູ້ ແລະສ້າງຕັ້ງການພົວພັນທາງການທູດຂ້ັນເອກອັກຄະລັດຖະທູດ ກັບລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດ ພາກໃຕ້ຫວຽດນາມ, ເຫັນດີເພື່ອໃຫ້ຫວຽດນາມ ສ້າງຕັ້ງອົງການຜູ້ຕາງໜ້າປະຈໍາຂອງແນວໂຮມປົດປ່ອຍຊາດພາກໃຕ້ຫວຽດນາມ ຢູ່ພຽງຢາງ ແຕ່ປີ 1966 ແລະອົງການຜູ້ຕາງໜ້າປະຈໍາຂັ້ນເອກອັກຄະລັດຖະທູດຂອງລັດຖະບານຊົ່ວຄາວ ສາທາລະນະລັດ ພາກໃຕ້ຫວຽດນາມ ແຕ່ປີ 1969, ພ້ອມທັງຊ່ວຍຄ່າໃຊ້ຈ່າຍການເຄື່ອນໄຫວ ແລະດໍາລົງຊີວິດທັງໝົດໃຫ້ອົງການຜູ້ຕາງໜ້າແນວໂຮມປົດປ່ອຍຊາດພາກໃຕ້ຫວຽດນາມ ແລະຫຼັງຈາກນັ້ນແມ່ນສະຖານທູດລັດຖະບານປະຕິວັດຊົ່ວຄາວສາທາລະນະລັດ ພາກໃຕ້ຫວຽດນາມ ຈົນຮອດປີ 1975.

ຜ່ານໄລຍະປະຫວັດສາດແຫ່ງການສ້າງຕັ້ງ ແລະພັດທະນາການພົວພັນ, ມາຮອດປະຈຸບັນ, ສອງປະເທດໄດ້ດຳເນີນການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນຄະນະ, ໃນນັ້ນເປັນໜ້າເອົາໃຈໃສ່ແມ່ນການຢ້ຽມຢາມສັນ​ຖະ​ວະ​ໄມ​ຕີ ສປປ.ເກົາຫຼີ ຢ່າງເປັນທາງການ ຂອງ ປະທານໂຮ່ຈີມິນ ເມື່ອປີ 1957; ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Kim Il Sung ປະທານພັກແຮງງານເກົາຫຼີ, ນາຍົກລັດຖະມົນຕີ ສປປ.ເກົາຫຼີ  ເມື່ອປີ 1958; ການຢ້ຽມຢາມສປປ.ເກົາຫຼີ ຂອງທ່ານ ຟ້າມວັນດົງ ນາຍົກລັດຖະມົນຕີ ເມື່ອປີ 1961; ການຢ້ຽມຢາມຫວຽດນາມ ບໍ່ເປັນທາງການຂອງທ່ານປະທານ Kim Il Sung ໃນປີ 1964; ການຢ້ຽມຢາມຢ່າງເປັນທາງການຂອງທ່ານ ຫວໍຈີກົງ ປະທານສະພາແຫ່ງລັດ ເມື່ອປີ 1988; ການຢ້ຽມຢາມ ສປປ.ເກົາຫຼີ ຢ່າງເປັນທາງການຂອງທ່ານ ເຈິ່ນດຶກເລືອງ ປະທານປະເທດ ໃນປີ 2002;  ການຢ້ຽມຢາມສັນ​ຖະ​ວະ​ໄມ​ຕີ ສປປ.ເກົາຫຼີ ຂອງທ່ານ ນົງດຶຶກແມ້ງ ເລຂາທິການໃຫຍ່ ໃນປີ 2007; ການຢ້ຽມຢາມສັນ​ຖະ​ວະ​ໄມ​ຕີຫວຽດນາມ ຢ່າງເປັນທາງການຂອງທ່ານ Kim Jong Un ປະທານ ສປປ.ເກົາຫຼີ ໃນປີ 2019 ແລະໃນໂອກາດນີ້ແມ່ນການຢ້ຽມຢາມທາງລັດຖະກິດ ສປປ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ.

ໃນຂອບເຂດການຢ້ຽມຢາມ, ສອງຝ່າຍເຫັນດີເພີ່ມທະວີການຢ້ຽມຢາມ ແລະການພົບປະຂັ້ນສູງ, ເປີດກວ້າງການພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນຕາມຊ່ອງທາງພັກ, ລັດ ແລະອົງການຈັດຕັ້ງມະຫາຊົນ, ປະຊາຊົນຢ່າງແທດຈິງ, ມີປະສິດທິຜົນ ແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະແບ່ງປັນບົດຮຽນໃນບັນດາຂົງເຂດ ເຊິ່ງສອງຝ່າຍມີຄວາມຕ້ອງການ.

ການຮ່ວມມືໃນຂົງເຂດວັດທະນະທຳ, ກິລາ ແລະການພົບປະແລກປ່ຽນປະຊາຊົນ ໄດ້ຮັບການເພີ່ມທະວີ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດກ່ຽວກັບມູນເຊື້ອມິດຕະພາບອັນດີງາມລະຫວ່າງ ຫວຽດນາມ-ສປປ.ເກົາຫຼີ. ການຮ່ວມມືດ້ານກະສິກໍາ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນ. ສອງຝ່າຍກໍ່ແລກປ່ຽນຢ່າງແທດຈິງ, ມີປະສິດທິຜົນຢ່າງເປັນປະຈໍາ ແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະແບ່ງປັນບົດຮຽນໃນບັນດາຂົງເຂດອື່ນ ເຊິ່ງສອງຝ່າຍມີທ່າແຮງ ແລະມີຄວາມຕ້ອງການ.

ຈາກບັນດາຜົນງານທີ່ບັນລຸໄດ້ໃນປະຈຸບັນ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົວພັນລະຫວ່າງຫວຽດນາມ- ສປປ.ເກົາຫຼີ ຈະສືບຕໍ່ໄດ້ຮັບການຮັກສາ, ສືບທອດ ແລະເສີມຂະຫຍາຍຢ່າງແຂງແຮງ, ຜ່ານນັ້ນປະກອບສ່ວນແທດຈິງເຂົ້າໃນພາລະກິດສ້າງສາ ແລະພັດທະນາຂອງແຕ່ລະປະເທດ, ນຳສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ສປປ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ໄຊນີດາ