ໂດຍໄດ້ຈັດຂຶ້ນແຕ່ວັນທີ 30 ກັນຍາ ຫາວັນທີ 1 ຕຸລາ, ເວທີປາໄສປະຊາຊົນຫວຽດນາມ - ລັດເຊຍ ຄັ້ງທີ 1 ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ສົມທົບກັບຄະນະກໍາມະການພົວພັນຕ່າງປະເທດ Saint Petersburg, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ, ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແລະກອງທຶນຊຸກຍູ້ການພັດທະນາການຮ່ວມມື ລັດເຊຍ - ຫວຽດນາມ “ມູນເຊື້ອ ແລະມິດຕະພາບ” ໄດ້ຈັດຕັ້ງປະສົບຜົນສໍາເລັດຢ່າງຈົບງາມ.
ວັນທີ 4 ຕຸລາ, ກ່ອນທີ່ຈະເດີນທາງອອກຈາກຫວຽດນາມ, ທ່ານ Evgeny Dmitrievich Grigoriev ປະທານຄະນະກໍາມະການການພົວພັນຕ່າງປະເທດ Saint Petersburg, ຫົວໜ້າຄະນະຜູ້ແທນລັດເຊຍ ທີ່ມາເຂົ້າຮ່ວມເວທີປາໄສດັ່ງກ່າວໄດ້ໃຫ້ສໍາພາດກັບນັກຂ່າວຫວຽດນາມ, ແບ່ງປັນບາງຄໍາຄິດຄໍາເຫັນ, ການຕີລາຄາ ແລະແຜນການຮ່ວມມືໃນອະນາຄົດຂອງນະຄອນ Saint Petersburg ກັບຫວຽດນາມ.
ນັກຂ່າວ: ຂໍທ່ານແບ່ງປັນຄວາມຮູ້ສຶກກ່ຽວກັບບັນຍາກາດໃນເວທີປາໄສປະຊາຊົນຫວຽດນາມ - ລັດເຊຍ ທີ່ຜ່ານມານີ້ແດ່?
ທ່ານ Evgeny Dmitrievich Grigoriev: ດ້ວຍບັນຍາກາດອັນຕັ້ງໜ້າ, ເວທີປາໄສປະຊາຊົນຫວຽດນາມ - ລັດເຊຍ ຄັ້ງທຳອິດ ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ.
ຂ້າພະເຈົ້າຢາກເນັ້ນຈຸດຫຼັກແຫຼ່ງວ່າ ເວທີປາໄສຄັ້ງນີ້ດໍາເນີນປະສົບຜົນສຳເລັດຢ່າງຈົບງາມ ຍ້ອນການສົມທົບຢ່າງແໜ້ນແຟ້ນຂອງຄະນະຈັດຕັ້ງ - ກ່ອນອື່ນໝົດແມ່ນບັນດາຫົວໜ່ວຍທີ່ເປັນເຈົ້າພາບ ພ້ອມກັບການສະໜັບສະໜູນຈາກພັກ, ລັດຖະບານຫວຽດນາມ ແລະທ່ານ Alexander Beglov ຜູ້ວ່າການນະຄອນ Saint Petersburg.
    |
 |
ທ່ານ ໂດ້ວັນຈຽນ ເລຂາຄະນະພັກແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບຄະນະຜູ້ແທນລັດເຊຍ ນໍາໂດຍທ່ານ Evgeny Dmitrievich Grigoriev ທີ່ມາເຂົ້າຮ່ວມເວທີປາໄສ. ພາບ: ດິງຮວ່າ |
ຂ້າພະເຈົ້າຂໍຂອບໃຈມາຍັງ ທ່ານ ເຈິ່ນຮົ່ງຮ່າ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີຂໍ້ສະເໜີ ທີ່ເວທີປາໄສ; ແລະທ່ານ ໂດ້ວັນຈຽນ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດຫວຽດນາມ ໄດ້ມີການພົບປະກັບຄະນະຜູ້ແທນລັດເຊຍ ພາຍຫຼັງສິ້ນສຸດເຫດການ, ຕີລາຄາສູງ ແລະປາດຖະໜາຢາກເຂົ້າຮ່ວມເວທີປາໄສປະຊາຊົນຫວຽດນາມ - ລັດເຊຍ ຄັ້ງທີ 2, ຄາດວ່າຈະຈັດຂຶ້ນໃນປີໜ້າຢູ່ Saint Petersburg.
ນັກຂ່າວ: ພວກຂ້າພະເຈົ້າມີຄວາມປະທັບໃຈຢ່າງຍິ່ງຕໍ່ການປະກອບສ່ວນອັນຕັ້ງໜ້າຂອງບັນດາການນໍາ ແລະປະຊາຊົນນະຄອນ Saint Petersburg, ພິເສດແມ່ນທ່ານ Alexander Beglov ແລະຄະນະກໍາມະການພົວພັນການຕ່າງປະເທດນະຄອນ ຕໍ່ກັບການພັດທະນາການພົວພັນລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ. ຂໍໃຫ້ທ່ານຕີລາຄາກາລະໂອກາດ ແລະສິ່ງທ້າທາຍໃນການພັດທະນາການພົວພັນລະຫວ່າງ Saint Petersburg ເວົ້າສະເພາະ, ສະຫະພັນລັດເຊຍ ເວົ້າລວມ ກັບບັນດາຄູ່ຮ່ວມມື ແລະອຳນາດການປົກຄອງທ້ອງຖິ່ນ ຫວຽດນາມ?
ທ່ານ Evgeny Dmitrievich Grigoriev: ນະຄອນຫຼວງທາງພາກເໜືອຂອງລັດເຊຍ ໄດ້ເອົາໃຈໃສ່ພາກພື້ນອາຊີຕາເວັນອອກສຽງໃຕ້ ເປັນເວລາດົນນານກັບເຫດການທີ່ພົ້ນເດັ່ນໃນຊຸມປີມໍ່ໆມານີ້. ພວກຂ້າພະເຈົ້າໄດ້ເພີ່ມທະວີການຮ່ວມມືກັບ ຫວຽດນາມ ນັບແຕ່ກາງປີ 2017 ເປັນຕົ້ນມາ. ນັບແຕ່ປີ 2020, ຕາມຂໍ້ຕົກລົງຂອງທ່ານ Alexander Beglov ຜູ້ວ່າການນະຄອນ Saint Petersburg, ຫວຽດນາມ ໄດ້ກາຍເປັນບຸລິມະສິດໃນການພົວພັນຕ່າງປະເທດຂອງນະຄອນ.
ສອງຝ່າຍມີກາລະໂອກາດເພີ່ມທະວີການຮ່ວມມື ແລະພັດທະນາບັນດາໂຄງການຮ່ວມກັນ. ໃນຊຸມປີມໍ່ໆມານີ້, ຄວາມພະຍາຍາມນີ້ໄດ້ຮັບການວາງ ຮາກຖານທີ່ດີເລີດ. Saint Petersburg ໄດ້ກາຍເປັນໜຶ່ງໃນບັນດາທ້ອງຖິ່ນນຳໜ້າຂອງ ລັດເຊຍ ກ່ຽວກັບປະລິມານ ແລະຄຸນນະພາບຂອງບັນດາເຫດການຮ່ວມມືກັບ ຫວຽດນາມ. ພວກຂ້າພະເຈົ້າໄດ້ລົງນາມໃນສັນຍາຮ່ວມມືກັບ 5 ນະຄອນ, ແຂວງໃນທົ່ວປະເທດຫວຽດນາມ. ຮ່າໂນ້ຍ ແລະດ້ຽນບຽນ ໄດ້ກາຍເປັນນະຄອນທີ່ແຮກສ່ຽວກັບນະຄອນ Saint Petersburg. ພວກຂ້າພະເຈົ້າຫວັງວ່າຈະນໍາໃຊ້ປະສົບການຂອງຕົນເພື່ອພັດທະນາການພົວພັນຄູ່ຮ່ວມມືເຫຼົ່ານີ້ ແລະຫວັງວ່າຈະໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກເພື່ອນຮ່ວມງານ.
    |
 |
ບັນຍາກາດທີ່ເວທີປຶກສາຫາລືໃນຂອບເຂດເວທີປາໄສ. ພາບ: ດິງຮວ່າ |
ອໍານາດການປົກຄອງຂອງນະຄອນ Saint Petersburg ໄດ້ສະໜັບສະໜູນບັນດາການພົບປະລະຫວ່າງຜູ້ຕາງໜ້າຂອງປະຊາຄົມວິສາຫະກິດຢ່າງແຂງແຮງ ແລະຖືວ່າ ນີ້ເປັນບາດກ້າວທໍາອິດທີ່ມຸ່ງໄປເຖິງການສ້າງການພົວພັນຄູ່ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ນັກຂ່າວ: ທ່ານສາມາດແບ່ງປັນບາງໝາກຜົນທີ່ພົ້ນເດັ່ນຂອງເວທີປາໄສ ກໍ່ຄືແຜນການ ແລະຂໍ້ລິເລີ່ມການຮ່ວມມືລະຫວ່າງສອງຝ່າຍໃນອະນາຄົດໄດ້ບໍ?
ທ່ານ Evgeny Dmitrievich Grigoriev: ຂ້າພະເຈົ້າຕີລາຄາສູງບັນດາແຜນການ ແລະຂໍ້ລິເລີ່ມທີ່ກ່ຽວຂ້ອງກັບເວທີປາໄສ. ດັ່ງທີ່ຂ້າພະເຈົ້າໄດ້ເວົ້າມານັ້ນ, ເວທີປາໄສໄດ້ນຳມາເຊິ່ງໝາກຜົນທີ່ພົ້ນເດັ່ນດ້ວຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມໃນຂົງເຂດສຶກສາ, ວິທະຍາສາດ ແລະເສດຖະກິດ. ຍິ່ງໄປກວ່ານັ້ນ, ເວທີປາໄສຍັງໄດ້ສ້າງຮາກຖານໃຫ້ແກ່ການສ້າງພື້ນຖານການຮ່ວມມືໃໝ່ລະຫວ່າງສອງຝ່າຍ. ບັນດານັກຊ່ຽວຊານຂອງລັດເຊຍ ແລະ ຫວຽດນາມ ມີກາລະໂອກາດໄດ້ພົບປະ, ຊອກຫາສຽງເວົ້າລວມ ແລະສ້າງພື້ນຖານໃຫ້ແກ່ການພັດທະນາໃນອະນາຄົດ.
ຂ້າພະເຈົ້າເຊື່ອໝັ້ນວ່າ ຮູບການແບບນີ້ມີຄວາມສາມາດບົ່ມຊ້ອນອັນຍິ່ງໃຫຍ່. ພວກເຮົາໄດ້ປະຕິບັດຂັ້ນຕອນທໍາອິດ ແລະພ້ອມແລ້ວທີ່ຈະປະຕິບັດບາດກ້າວທີສອງ. ດ້ວຍວິທີເຂົ້າເຖິງອັນຖືກຕ້ອງ, ພຽງແຕ່ບໍ່ເທົ່າໃດປີ, ເວທີປາໄສຂອງພວກເຮົາໄດ້ກາຍເປັນໜຶ່ງໃນບັນດາເວທີຕົ້ນຕໍໃຫ້ແກ່ການເຈລະຈາສອງຝ່າຍ.
ພາລະກຳຂອງພວກເຮົາແມ່ນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ຂຶ້ນສູ່ລະດັບສູງໃໝ່. ພວກຂ້າພະເຈົ້າປາດຖະໜາຢາກໃຫ້ປະຊາຊົນຫຼາຍຄົນຢູ່ນະຄອນ Saint Petersburg ໃນທຸກຊົນຊັ້ນວັນນະ ແລະໃນທຸກຂົງເຂດຮູ້ຈັກຫວຽດນາມ ແລະກາລະໂອກາດຮ່ວມມືກັບປະເທດຫວຽດນາມ. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະກະກຽມຢູ່ທີ່ນີ້ ແລະໃນປັດຈຸບັນທັນທີ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຢາກຊຸກຍູ້ການຮ່ວມມືດ້ານນະໂຍບາຍຊາວໜຸ່ມ, ພົບປະແລກປ່ຽນວັດທະນະທຳ, ບັນດາໂຄງການໃນຂົງເຂດສາທາລະນະສຸກ ແລະເຕັກໂນໂລຢີສູງ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ຈາງຫງວຽນ