leftcenterrightdel
ກອງປະຊຸມໄດ້ຈັດຂຶ້ນແຕ່ວັນທີ 14 - 16 ຕຸລາ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນຄ່ຳວັນທີ 14 ຕຸລາ, ກອງປະຊຸມພາກພື້ນຄັ້ງທີ 5 ຂອງອົງການບັນດານະຄອນມໍລະດົກໂລກພາກພື້ນອາຊີ - ປາຊີຟິກ (OWHC-AP) ໄດ້ໄຂຂຶ້ນຢູ່ນະຄອນ ເຫ້ວ.

ມີຜູ້ແທນຢູ່ພາຍໃນ ແລະຕ່າງປະເທດກວ່າ 100 ທ່ານ ທີ່ມາຈາກ 7 ປະເທດເຂົ້າຮ່ວມກອງປະຊຸມ, ລວມມີ: ສ.ເກົາຫຼີ, ຈີນ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ສີລັງກາ ແລະຫວຽດນາມ.

ກອງປະຊຸມໄດ້ສຸມໃສ່ແລກປ່ຽນນະໂຍບາຍ, ບົດຮຽນການຄຸ້ມຄອງເຂດຕົວເມືອງ, ພ້ອມກັບບັນດາມາດຕະການແກ້ໄຂເພື່ອຍົກສູງຄຸນນະພາບການດຳລົງຊີວິດຢູ່ບັນດາເຂດຕົວເມືອງທີ່ມີຄຸນຄ່າມໍລະດົກເປັນເອກະລັກສະເພາະ. ກອງປະຊຸມຍັງມີວາລະພິເສດແມ່ນແນະນຳບັນດາໂຄງການເຂດຕົວເມືອງໃໝ່, ໂດຍທ່ານຫົວໜ້າກອງເລຂາອົງການບັນດານະຄອນມໍລະດົກໂລກ ເປັນປະທານ, ມຸ່ງໄປເຖິງບັນດາຮູບແບບເຂດຕົວເມືອງອັດສະລິຍະ, ຍືນຍົງ ແລະຕິດພັນກັບປະຊາຊົນ.

ກອງປະຊຸມໄດ້ຈັດຂຶ້ນແຕ່ວັນທີ 14 – 16 ຕຸລາ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ