leftcenterrightdel
ທ່ານພົນເອກ ຟານວັນຢາງ ທີ່ການພົບປະ. ພາບ: ທູຈາງ
leftcenterrightdel
ທ່ານພົນໂທ ຄໍາລຽງ ອຸທະໄກສອນ ທີ່ການພົບປະ. ພາບ: ທູຈາງ
leftcenterrightdel
ທ່ານພົນເອກ Tea Seiha ທີ່ການພົບປະ. ພາບ: ທູຈາງ

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍ ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລາວ ນໍາໂດຍ ທ່ານພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດກຳປູເຈຍ ນໍາໂດຍ ທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ໄດ້ເຂົ້າຮ່ວມການພົບປະ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ທູຈາງ

ທີ່ການພົບປະ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຕີລາຄາວ່າ ໃນໂລກ ແລະພາກພື້ນມີການຜັນແປຫຼາຍຢ່າງ, ທັງ 3 ປະເທດລ້ວນແຕ່ຮັກສາສະຖຽນລະພາບດ້ານການເມືອງໄວ້ຢ່າງໝັ້ນຄົງ; ສືບຕໍ່ບັນລຸໄດ້ບັນດາໝາກຜົນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ການຮ່ວມມືລະຫວ່າງ 3 ປະເທດ ໄດ້ຮັບການເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້. ພິເສດ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍາມໃດກໍ່ແມ່ນເສົາຄໍ້າສຳຄັນໃນການພົວພັນລະຫວ່າງ 3 ປະເທດ. ກະຊວງປ້ອງກັນປະເທດ 3 ປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງ 3 ປະເທດ.

leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ໄດ້ລົງນາມໃນບົດບັນທຶກການພົບປະ. ພາບ: ທູຈາງ

ເພື່ອສືບຕໍ່ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 3 ປະເທດ ໃນໄລຍະຈະມາເຖິງເລິກເຊິ່ງກວ່າອີກ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ໄດ້ເຫັນດີເປັນເອກະພາບບັນດາເນື້ອໃນການຮ່ວມມືຢ່າງແທດຈິງ. ທີໜຶ່ງ, ສືບຕໍ່ປັບປຸງ, ຮັດແໜ້ນສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງ 3 ປະເທດ, 3 ກອງທັບ; ຮັກສາການພົບປະປະຈຳປີ ແລະການພົບປະລະຫວ່າງ 3 ລັດຖະມົນຕີ ແລະການນຳກະຊວງປ້ອງກັນປະເທດ, ການນຳກອງທັບ 3 ປະເທດ, ພ້ອມທັງເພີ່ມທະວີການແລກປ່ຽນສະພາບການ, ເປັນເສນາທິການໃຫ້ການນໍາຂັ້ນສູງ 3 ປະເທດກ່ຽວກັບການທະຫານ, ການປ້ອງກັນຊາດຢ່າງມີປະສິດທິຜົນ. ທີສອງ, ສືບຕໍ່ເພີ່ມທະວີການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປະກອບສ່ວນກໍ່ສ້າງຊາຍແດນແຫ່ງສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ; ແບ່ງປັນຂໍ້ມູນຂ່າວສານ, ສະພາບການເປັນປະຈຳ, ຄົ້ນພົບຢ່າງທັນການ ແລະສົມທົບກັນແກ້ໄຂບັນຫາທີ່ເກີດຂຶຶ້ນຈາກຮາກຖານຢ່າງມີປະສິດທິຜົນ. ທີສາມ, ສືບຕໍ່ຍົກສູງຄວາມສາມາດສົມທົບລະຫວ່າງກອງທັບ 3 ປະເທດໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ໂດຍຜ່ານການແບ່ງປັນບົດຮຽນ, ຈັດຕັ້ງການເຝິກຊ້ອມ ຄື: ປ້ອງກັນ, ຕ້ານໂລກລະບາດ, ກອບກູ້ໄພພິບັດ, ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນ. ທີສີ່, ຖືເປັນສໍາຄັນເຖິງການໂຄສະນາ, ການສຶກສາອົບຮົມໃຫ້ກອງທັບ ແລະປະຊາຊົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງຄວາມສາມັກຄີ 3 ປະເທດຕໍ່ຊາຕາກໍາຂອງແຕ່ລະປະເທດ. ທີຫ້າ, ສືບຕໍ່ສົມທົບຫຼັກໝັ້ນລວມທີ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍສາກົນ ແລະພາກພື້ນ; ເປັນຕົ້ນແມ່ນບັນດາກົນໄກໃນອາຊຽນ ຄື: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+); ຮັກສາຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ ໃນບັນຫາສາກົນ.

* ຕອນບ່າຍວັນທີ 15 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄໍາລຽງ ອຸທະໄກສອນ ໄດ້ເຂົ້າຮ່ວມພິທີເປີດການບໍລິການ logistics ຢູ່ລາວ ຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel).

ໂດຍ: ເຈິ່ນຮວ່ຽນ