leftcenterrightdel
ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຫວຽດນາມ-ຍີ່ປຸ່ນ ໃນຂົງເຂດຕ່າງໆ, ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນ. ທ່ານນາຍົກລັດຖະມົນຕີ ຊົມເຊີຍເລື່ອງ ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາໄດ້ມີຫຼາຍການແລກປ່ຽນ, ການເຮັດວຽກເພື່ອຫັນບັນດາຂົງເຂດການຮ່ວມມືໃຫ້ເປັນລະອຽດ ແລະເລື່ອງສອງປະເທດເຊັນຫຼາຍຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດ. ນອກຈາກນັ້ນ, ສອງປະເທດໄດ້ຕັ້ງໜ້າສົມທົບຫຼັກໝັ້ນຢູ່ເວທີປາໄສສາກົນ ແລະພາກພື້ນກໍ່ຄືການເຄື່ອນໄຫວຮັກສາສັນຕິພາບ ສປຊ. ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ທ່ານ Kishi Nobuo ບົນພື້ນຖານຂໍ້ຕົກລົງຮ່ວມມືຕ່າງໆທີ່ໄດ້ຮັບການລົງນາມແລ້ວ, ສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງປະເທດບັນລຸໝາກຜົນແທດຈິງ; ເພີ່ມທະວີການຮ່ວມມືຮັກສາສັນຕິພາບ ສປຊ, ຍົກສູງຄວາມສາມາດ, ບໍາລຸງແຫຼ່ງຊັບພະຍາກອນມະນຸດ; ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສັງຄົມ.

ທ່ານລັດຖະມົນຕີ Kishi Nobuo ຢັ້້ງຢືນວ່າ ຍີ່ປຸ່ນ ຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນຂົງເຂດສອງຝ່່າຍທີ່ມີຄວາມຕ້ອງການ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງເຫຼົ່າຮົບ, ການຮ່ວມມືຖ່າຍທອດເຕັກໂນໂລຢີວັດຖຸອຸປະກອນ, ເຕັກໂນໂລຢີດ້ານປ້ອງກັນຊາດ, ຊອກຫາກູ້ໄພ, ກູ້ຊີບ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນຂົງເຂດຮັກສາສັນຕິພາບ ສປຊ.

ໂດຍ: ເກື່ອງດັ້ງ